ຫ້ອງການຍຸຕິທໍາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ປະຈໍາປີ 2018 ໃຫ້ນາຍບ້ານ-ຮອງນາຍບ້ານ, ຫົວໜ້າໜ່ວຍງານຕ່າງໆຂອງບ້ານ ແລະ ພະນັກງານຫ້ອງການອ້ອມຂ້າງເມືອງ, ໃນວັນທີ 14 ມີນາ 2018 ໂດຍການເປັນປະທານຂອງ ທ່ານ ໂພຄໍາ ໄຊຍະສອນ ເຈົ້າເມືອງໆສີສັດຕະນາກ, ມີຕາງໜ້າຈາກບັນດາຫ້ອງການ, ບ້ານ, ພະນັກງານ, ນັກສໍາມະນາກອນອ້ອມຂ້າງເມືອງສີສັດຕະນາກເຂົ້າຮ່ວມ.

ທ່ານ ສົມຈັນ ຈັນດາມະນີ ຫົວໜ້າຫ້ອງການຍຸຕິທໍາເມືອງສີສັດຕະນາກ ກ່າວວ່າ: ການເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ປະຈໍາປີ 2018, ເປັນການຈັດຕັ້ງປະຕິບັດຜັນຂະຫຍາຍເນື້ອໃນຈິດໃຈຄໍາສັ່ງ ເລກທີ 46/ນຍ, ກ່ຽວກັບການເພີ່ມທະວີຕໍ່ວຽກງານຍຸຕິທໍາຢູ່ຂັ້ນຮາກຖານ ເປັນຕົ້ນແມ່ນການສ້າງບຸກຄະນະລາກອນກົດໝາຍຊັ້ນຕົ້ນຂັ້ນພື້ນຖານໃນຫຼັກສູດ 3 ເດືອນ ໃຫ້ບັນດານາຍບ້ານ, ຮອງນາຍບ້ານ, ຫົວໜ້າໜ່ວຍງານຕ່າງໆຂອງບ້ານ ແລະ ບັນດາພະນັກງານຫ້ອງການອ້ອມຂ້າງເມືອງ ໄດ້ຮັບຮູ້ດ້ານວຽກງານກົດໝາຍຂັ້ນພື້ນຖານ ແລະ ສາມາດເປັນຜູ້ສືບທອດໃນອະນາຄົດໄດ້.

ການເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ປະຈໍາປີ 2018 ນີ້, ມີບຸກຄະລາກອນຈາກບ້ານ, ຫ້ອງການເຂົ້າມາຮຽນທັງໝົດ 40 ທ່ານ ຍິງ 17 ທ່ານ; ໃນນັ້ນ, ມີນາຍບ້ານ 6 ທ່ານ ຍິງ 1 ທ່ານ, ຮອງນາຍບ້ານ 11 ທ່ານ ຍິງ 4 ທ່ານ, ປກສ ບ້ານ 4 ທ່ານ, ສະຫະພັນແມ່ຍິງບ້ານ 6 ທ່ານ, ຄະນະຊາວໜຸ່ມ 6 ທ່ານ ຍິງ 4 ທ່ານ, ແນວໂຮມບ້ານ 2 ທ່ານ ຍິງ 2 ທ່ານ ແລະ ພະນັກງານອ້ອມຂ້າງເມືອງ 5 ທ່ານ ຍິງ 2 ທ່ານ; ສໍາລັບວິຊາທີ່ນໍາມາສິດສອນຄັ້ງນີ້, ມີວິຊາທິດສະດີການເມືອງ-ການປົກຄອງ, ວິຊາກົດໝາຍ, ວິຊາຍຸຕິທໍາຮາກຖານ ແລະ ວິຊາເຕັກນິກແຕ່ງເອກະສານ, ອາຈານທີ່ຂຶ້ນຫ້ອງສິດສອນມີເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ຄະນະພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ.
ທ່ານ ໂພຄໍາ ໄຊຍະສອນ ໄດ້ເນັ້ນໃຫ້ບັນດານັກສໍາມະນາກອນທຸກທ່ານຈົ່ງເອົາໃຈໃສ່ຕັ້ງໜ້າ ໃນການຄົ້ນຄວ້າ, ຮໍ່າຮຽນ, ຖອດຖອນເອົາຄວາມຮູ້ຈາກອາຈານທີ່ຖ່າຍທອດໃຫ້ຢ່າງແທ້ຈິງ, ແລ້ວພ້ອມນໍາເອົາຄວາມຮູ້ດັ່ງກ່າວນັ້ນນໍາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ມີປະສິດທິຜົນສູງ.