ໃນວັນທີ 9 ພະຈິກ 2021 ທີ່ຜ່ານມານີ້, ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັບກໍາລັງວິຊາສະເພາະ ໄດ້ລົງມ້າງກຸ່ມໄວລຸ້ນຈໍານວນໜຶ່ງທີ່ເຄື່ອນໄຫວຄ້າຂາຍຢາເສບຕິດ ພາຍຫຼັງທີ່ໄດ້ຮັບແຈ້ງຈາກພົນລະເມືອງດີ. ໃນນັ້ນ, ຜ່ານການກວດກາ-ຕິດຕາມສາມາດຈັບຜູ້ຖືກຫາໄດ້ 3 ຄົນ ພ້ອມດ້ວຍຂອງກາງຢາບ້າ ຈຳນວນ 10.191 ເມັດ.

ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ເປີດເຜີຍວ່າ: ພາຍຫຼັງໄດ້ຮັບຂໍ້ມູນວ່າ ມີກຸ່ມໄວລຸ້ນຈໍານວນໜຶ່ງ ມີການມົ້ວສຸມ ແລະ ເຄື່ອນໄຫວຄ້າຂາຍຢາເສບຕິດ ປະເພດຢາບ້າ ຢູ່ທີ່ບ້ານພັກແຫ່ງໜຶ່ງ ເຂດບ້ານເມືອງໄໝ່ ເມືອງສາມັກຄີໄຊ ແຂວງອັດຕະປື ຈຶ່ງໄດ້ນໍາກໍາລັງເຈົ້າໜ້າທີ່ວິຊາສະເພາະລົງຕິດຕາມ-ກວດກາກຸ່ມເປົ້າໝາຍຢູ່ຈຸດດັ່ງກ່າວ. ຈົນຮອດເວລາປະມານ 14:00 ໂມງຂອງວັນທີ 9 ພະຈິກ 2021, ຈຶ່ງພົບເຫັນກຸ່ມໄວລຸ້ນຈໍານວນດັ່ງກ່າວ ມີການເຄື່ອນໄຫວຄ້າຂາຍຢາເສບຕິດ ຕາມການລາຍງານແທ້; ໃນເວລາດຽວກັນ, ຈຶ່ງໄດ້ສະແດງຕົວ ແລະ ເຂົ້າກັກຕົວພວກກ່ຽວ ພ້ອມທັງທໍາການກວດຄົ້ນຫາເຄື່ອງຂອງກາງວ ແລະ ບ້ານພັກທີ່ໃຊ້ເປັນບ່ອນມົ້ວສຸມ.

ຕໍ່ກັບການລົງທັບມ້າງກຸ່ມຄ້າຂາຍຢາເສບຕິດຄັ້ງນີ້, ສາມາດກັກຜູ້ຖືກຫາໄດ້ 3 ຄົນ ຊື່ທ້າວ ຮວ່າງຈຸງສອນ ອາຍຸ 28 ປີ ສັນຊາດຫວຽດນາມ, ນາງ ຕິ່ງ ອາຍຸ 19 ປີ ທັງ 2 ຄົນ ຢູ່ບ້ານວົງສຳພັນ ເມືອງພູວົງ ແຂວງອັດຕະປື ແລະ ທ້າວ ສິນໄຊ ຫຼື ນ້ອຍ ອາຍຸ 26 ປີ ຢູ່ບ້ານແຄມຊັງ ເມືອງສາມັກຄີໄຊ ແຂວງອັດຕະປື ພ້ອມທັງຢຶດຂອງກາງມີ ຢາບ້າ ຈຳນວນ 10.191 ເມັດ, ໂທລະສັບ 4 ໜ່ວຍ ແລະ ເງິນກີບ 1.000.000 ກີບ.

ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການກະທຳຜິດ ເພື່ອນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍ.