ຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ປກສ ໄດ້ນໍາເຄື່ອງອຸປະໂພກ-ບໍລິໂພກມອບໃຫ້ໂຮງງານຫຸ້ນສ່ວນ ກຽນ ສັນຕິສຸກ ຈໍາກັດ ໃນວັນທີ  16 ພະຈິກ 2021; ຕາງໜ້າມອບໂດຍ ພັທ ຄໍາຫຼ້າ ອິນທະວົງ ຮອງຄະນະບໍລິຫານສະຫະພັນກໍາມະບານກະຊວງ ປກສ, ເຂົ້າຮ່ວມໂດຍ ພັອ ແກ້ວ ດວງມາລາ ຮອງປະທານສະຫະພັນກໍາມະບານກົມໃຫຍ່ພະລາທິການ, ມີຕາງພາກສ່ວນໂຮງງານຫຸ້ນສ່ວນ ກຽນ ສັນຕິສຸກ ຈໍາກັດ ເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ເຂົ້າສານ (ເຂົ້າໜຽວ 100 ກິໂລກຼາມ), ປ໋ອງປາ 100 ແພັກ, ໝີ່ເຄິ່ງສໍາເລັດຮູບ 17 ແກັດ, ນໍ້າປາ 100 ຕຸກ, ນໍ້າສະອິ້ວ 100 ຕຸກ, , ນໍ້າດື່ມ 100 ຕຸກ, ຜ້າອັດປາກ-ດັງ 50 ກັບ, ແຟບ 100 ຫໍ່ ແລະ ເຈວລ້າງມື 3 ແກັດ ລວມມູນຄ່າ 5.800.000 ກວ່າກີບ; ເຊິ່ງເຄື່ອງຈໍານວນດັ່ງກ່າວແມ່ນຈະນໍາໄປມອບຕໍ່ໃຫ້ສະມາຊິກກໍາມະບານ, ກໍາມະກອນພາຍໃນໂຮງງານຫຸ້ນສ່ວນ ກຽນ ສັນຕິສຸກ ຈໍາກັດ ເພື່ອເປັນການຊຸກຍູ້ຊ່ວຍເຫຼືອສະມາຊິກກໍາມະບານ, ກໍາມະກອນພາຍໃນໂຮງງານ ທີ່ໄດ້ຮັບຜົນກະທົບຈາກເຊື້ອພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດຢູ່ໃນປັດຈຸບັນ.