ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ) ເປັນຫ້ອງການຫຼັກໃນການເຮັດວຽກງານປະດັບປະດາຕົວເມືອງ, ເສັ້ນທາງ ແລະ ສະຖານທີ່ສຳຄັນຕ່າງໆ ໃນໂອກາດທີ່ມີກອງປະຊຸມ ຫຼື ວັນສຳຄັນຂອງຊາດ ໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ ແລະ ກຽມພ້ອມໃນການເປີດເສັ້ນທາງລົດໄຟ ລາວ-ຈີນ ກໍໄດ້ມີການປະດັບປະດາໃຫ້ມີສີສັນ ແລະ ຈົບງາມ.

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ໃຫ້ສຳພາດວັນທີ 30 ພະຈິກ 2021 ວ່າ:

ພາຍຫຼັງໄດ້ຮັບການຊີ້ນຳຈາກການນຳນະຄອນຫຼວງວຽງຈັນ ໃນການປະດັບປະດາຕົວເມືອງ ຄືກັບທຸກໆປີຜ່ານມາ ເຊັ່ນ: ຕິດປ້າຍຄຳຂວັນຂ້າມທາງ ເຊິ່ງໄດ້ຕິດຢູ່ 3 ຈຸດ ຄື  ເສັ້ນທາງສຸພານຸວົງ, ເສັ້ນທາງໄກສອນພົມວິຫານ ແລະ ເສັ້ນທາງ 23 ສິງຫາ; ພ້ອມກັນນັ້ນ, ກໍໄດ້ມີການປະດັບປະດາທຸງຊຸມ ໂດຍໄດ້ຕິດຢູ່ຫຼາຍຈຸດທີ່ສຳຄັນຄື ສະໜາມບິນສາກົນວັດໄຕ ຕໍ່ໜ້າຫໍຄຳ, ປະຕູໄຊ ຫ້ອງວ່າການສູນກາງພັກ, 4 ແຍກໄຟອຳນາດດົງໂດກ ເສັ້ນທາງ 450 ປີ (ທາງແຍກເຂົ້າສະຖານີລົດໄຟ). ຈາກນັ້ນ, ກໍໄດ້ປະດັບປະດາທຸງທິວ, ທຸງຊາດ, ທຸງພັກ, ທຸງທິວນ້ອຍຕາມເສົາໄຟຟ້າລຽບຕາມເສັ້ນທາງສາຍຫຼັກ ຄື  ເສັ້າທາງລ້ານຊ້າງ, ສຸພານຸວົງ, ເສດຖາທິຣາດ, 3 ແສນໄທ, ໄກສອນພົມວິຫານ ແລະ ເສັ້ນທາງທ່າເດື່ອ ເພື່ອໃຫ້ມີຄວາມຈົບງາມ.

ນອກຈາກປະດັບປະດາທຸງແລ້ວ ກໍໄດ້ສ້ອມແປງໄຟເຍືອງທາງຕາມເສັ້ນທາງສາຍຫຼັກທີ່ມີການເປ່ເພ ເພື່ອໃຫ້ມີຄວາມສະຫວ່າງເຊັ່ນ: ເສັ້ນທາງໄກສອນພົມວິຫານ, ເສັ້ນທາງ T4 ແຕ່ 3 ແຍກໂພນເຄັງ ຫາ ໜອງໄຮ, ເສັ້ນທາງ 23 ສິງຫາ, ສຸພານຸວົງ ແລະ ເສັ້ນທາງອື່ນໆທີ່ເປັນຄວາມຮັບຜິດຊອບຂອງ ຄບຕ ໂດຍໄດ້ຮ່ວມມືກັບ ບໍລິສັດໄຟຟ້າລາວ.

ພ້ອມດຽວກັນນັ້ນ, ກໍໄດ້ອະນາໄມຕັດຮອນກິ່ງງ່າໄມ້ທີ່ເດ່ໃສ່ເສັ້ນທາງ ໂດຍໄດ້ທົດລອງເສັ້ນທາງລາວ-ໄທ (ອ່າງນໍ້າປະປາໂພນທັນ ຫາ ໂຮງຮຽນການຊ່າງ ລາວ-ເຢຍລະມັນ), ປັດກວາດເສັ້ນທາງ, ເກັບມ້ຽນຂີ້ເຫຍື້ອຕາມສາຍທາງຕ່າງໆ ເພື່ອບໍ່ໃຫ້ຂີ້ເຫຍື້ອອັ່ງອໍ ເຊິ່ງເປັນກິດຈະວັດປະຈຳວັນຂອງ ຄບຕ ໂດຍເນັ້ນໃສ່ການປະຕິບັດ ສ ສະອາດ ໂດຍສະເພາະ ສ ສະອາດ, ສ ສີຂຽວ, ສ ສະຫວ່າງ; ເຊິ່ງປັດຈຸບັນ ໄດ້ສຳເລັດ 100% ພາຍຫຼັງສຳເລັດແລ້ວ ກໍໄດ້ມີການຕິດຕາມກວດກາ ເພື່ອຮັບປະກັນບໍ່ໃຫ້ມີການຈີກຂາດ ຫຼື ຕົກຫຼົ່ນ.