ກ່ອນໜ້ານັ້ນ, ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັບກຸມຜູ້ຄ້າຂາຍຢາເສບຕິດມາສອບສວນຂະຫຍາຍຜົນ, ຜູ້ຖືກຫາໄດ້ຊັດທອດເຖິງພັກພວກຜູ້ຮ່ວມຂະບວນການ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຈາກນັ້ນ, ມາໃນວັນທີ 4 ມັງກອນ 2022 ເຈົ້າໜ້າທີ່ ປກສ ກຸ່ມໄດ້ສົມທົບກັບການຈັດ ຕັ້ງບ້ານເຂົ້າຈັບຕົວກຸ່ມເປົ້າໝາຍມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຢູ່ບ້ານແສງ ສະຫວ່າງ ຈຳນວນ 6 ຄົນ ພ້ອມຂອງກາງຢາເສບຕິດຢາບ້າ ຈໍານວນ 293 ເມັດ.

ພັທ ແອັດດີ້ ວັນຄໍາທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ການຈັບກຸມກຸ່ມ ເປົ້າໝາຍໄດ້ 6 ຄົນ ໃນຄັ້ງນີ້ແມ່ນຈາກການ ຊັດ ທອດຂອງ ຜູ້ຖືກຫາທີ່ຖືກຈັບຕົວກ່ອນໜ້ານີ້ ຈຶ່ງຮູ້ໄດ້ວ່າມີການມົ້ວສຸມ ແລະ ຄ້າຂາຍຢາເສບຕິດຢູ່ຫ້ອງແຖວບ້ານແສງສະຫວ່າງ ເມືອງໄຊເສດຖາ; ເຊິ່ງມີ ເປົ້າໝາຍ 6 ຄົນຄື: ທ້າວ ຈ່ອຍ ອາຍຸ 48 ປີ (ເຈົ້າຂອງຫ້ອງແຖວ) ແລະ ນາງ ໄມຄໍາ ອາຍຸ 21 ປີ ປະຊາຊົນ ( ທັງສອງເປັນຜົວເມຍກັນ ), ທ້າວ ໄຊຊະນະ ອາຍຸ 42 ປີ ແລະ ນາງ ຈັນສະໝອນ ອາຍຸ 28 ປີ ( ທັງສອງເປັນຜົວເມຍກັນ); ທ້າວ ບຸນນຳ ອາຍຸ 25 ປີ ແລະ ທ້າວ ຄູນຄໍາ ອາຍຸ 20 ປີ ທັງໝົດ ຢູ່ບ້ານແສງສະຫວ່າງ ຈັບຕົວໄດ້ ພ້ອມຂອງກາງ 293 ເມັດ.

ຜ່ານການສອບສວນໃນເບື້ອງຕົ້ນ, ພວກກ່ຽວສາລະພາບວ່າ: ຢາບ້າທີ່ເຈົ້າໜ້າທີ່ກວດ ພົບນັ້ນເປັນຂອງພວກກ່ຽວແທ້ ໂດຍຊື້ ນຳຊາຍຄົນໜຶ່ງບໍ່ຮູ້ຊື່, ບໍ່ຮູ້ບ່ອນຢູ່. ປັດຈຸບັນ, ໄດ້ນຳສົ່ງຕົວພວກກ່ຽວໃຫ້ກອງບັນ ຊາການ ປກສ ເມືອງໄຊທານີ ສຶບຕໍ່ດຳເນີນ ຄະດີຕາມກົດໝາຍ.