ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ປກສ ເມືອງປາກຊ່ອງ ໃຫ້ຮູ້ວ່າ: ໃນວັນທີ 21 ກັນຍາ 2021, ເຈົ້າໜ້າທີ່ ປກສ ເມືອງປາກຊ່ອງ ໄດ້ຮັບການລາຍງານງວ່າ: ມີເຫດການພະຍາຍາມຄາດຕະກຳ ໂດຍໃຊ້ພ້າຟັນຄໍເມຍຕົນເອງ ຢູ່ເຂດບ້ານພູດ້າມຂວັນ. ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງສັນນະສູດສະຖານທີ່ເກີດເຫດ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອຳນາດການປົກຄອງບ້ານລົງເກັບກຳຂໍ້ມູນຫຼັກຖານ ຈຶ່ງຮູ້ວ່າ: ຜູ້ໄດ້ຮັບບາດເຈັບ ຊື່ນາງ ສົມພອນ ອາຍຸ 37 ປີ ຢູ່ບ້ານພູດ້າມຂວັນ, ເຊິ່ງຍາດພີ່ນ້ອງໄດ້ນຳສົ່ງໂຮງໝໍໃນເວລາຕໍ່ມາ. ຈາກນັ້ນ, ເວລາ 11:00 ໂມງຂອງວັນດຽວກັນ ຈຶ່ງສາມາດກັກຕົວຜູ້ກໍ່ເຫດໄດ້ ຊື່ທ້າວ ສົມຫວັງ ອາຍຸ 38 ປີ ຢູ່ບ້ານພູດ້າມຂວັນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຜູ້ກ່ຽວໄດ້ສ້າງຄອບຄົວກັບນາງ ສົມພອນ ຢູ່ບ້ານພູດ້າມຂັວນ ແຕ່ປີ 2008; ພາຍຫຼັງຢູ່ນໍາກັນມາໄດ້ໄລຍະໜຶ່ງ ປີ 2014 ຫາປັດຈຸບັນ ຜູ້ກ່ຽວກໍໄດ້ເລີ່ມເຄື່ອນໄຫວເສບຢາ ໂດຍເສບຄັ້ງລະ 2 ເມັດ, ບາງຄັ້ງກໍເສບຮອດ 10 ເມັດ, ສ່ວນຢາທີ່ນຳມາເສບແມ່ນໄດ້ຊື້ນຳໄວລຸ້ນໃນເຂດບ້ານ, ເມື່ອໄດ້ຢາບ້າມາແລ້ວ ກໍນຳໄປເສບຢູ່ສວນກະເຟຂອງຜູ້ກ່ຽວ.

ໃນວັນທີ 20 ກັນຍາ 2021, ເວລາ 20:00 ໂມງ ໄດ້ຊື້ຢາບ້າຈຳນວນ 5 ເມັດ ມາເສບຄົນດຽວຈົນໝົດ ແລະ ມື້ຕໍ່ມາ, ຜູ້ກ່ຽວໄດ້ຕື່ນຈາກບ່ອນນອນແຕ່ຍັງມີອາການມຶນເມົາ ຈຶ່ງກໍ່ໃຫ້ເກີດມີພາບຫຼອນ ແລະ ເຫັນເມຍຂອງຜູ້ກ່ຽວກຳລັງຈະເປີດຮ້ານຂາຍເຄື່ອງຢູ່ໜ້າບ້ານ ຈຶ່ງຄິດວ່າ ຈະມີຄົນມາທຳຮ້າຍຜູ້ກ່ຽວ, ຜູ້ກ່ຽວຈຶ່ງໄດ້ລຸກຈາກບ່ອນນອນ ແລ້ວໄປຈັບເອົາພ້າ ຍາວປະມານ 50 ຊັງຕີແມັດ ຢູ່ເຮືອນຄົວ, ແລ້ວແລ່ນໄປຟັນໃສ່ນາງ ສົມພອນ ຖືກບໍລິເວນຄໍ. ຈາກນັ້ນ, ກໍໄດ້ມີຄົນຂ້າງເຮືອນມາຊ່ວຍ ແລະ ນຳສົ່ງ ນາງ ສົມພອນ ໄປໂຮງໝໍ. ເມື່ອເປັນແນວນັ້ນ, ຜູ້ກ່ຽວກໍໄດ້ເອົາຕົວຫຼົບໜີ ຈົນມາຮອດເວລາ 11:00 ໂມງຂອງວັນດຽວກັນ ກໍຖືກເຈົ້າໜ້າທີ່ກັກຕົວ ພ້ອມພ້າທີ່ໃຊ້ໃນການກໍ່ເຫດໄປດຳເນີນຄະດີ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າ ໃຫ້ຮູ້ວ່າ: ທ້າວ ສົມຫວັງ ແມ່ນມີເຈດຕະນາຄາດຕະກຳ ແລະ ເຄື່ອນໄຫວເສບຢາເບຕິດຢ່າງເປັນອາຈິນແທ້. ຈົນເຮັດໃຫ້ເກີດພາບຫຼອນ ແລ້ວເອົາພ້າມັນຟັນຄໍເມຍ ເຮັດໃຫ້ໄດ້ຮັບບາດເຈັບສາຫັດ. ຕໍ່ພຶດຕິກຳດັ່ງກ່າວ ແມ່ນຜິດຕໍ່ມາດຕາ 188 ແລະ 320 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ; ເຊິ່ງເຕະຕ້ອງເຖິງຊີວິດ, ສຸຂະພາບຂອງບຸກຄົນອື່ນ, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລຽບຮຽບຮ້ອຍຢູ່ໃນສັງຄົມນຳອີກ.