ໃນທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ແຂວງອັດຕະປື ສປປ ລາວ ແລະ ກອງບັນຊາການ ປກສ ແຂວງກອນ ຕູມ ສສ ຫວຽດນາມ ໄດ້ຈັດພີທີມອບ -ຮັບຫ້ອງການເຮັດວຽກຂອງ ປກສ ບ້ານລຽບຊາຍແດນ ຢ່າງເປັນທາງການ ຢູ່ທີ່ບ້ານພູເກືອ ເມືອງພູວົງ ແຂວງອັດ ຕະປື, ກ່າວມອບໂຄງການ ໃນ ຄັ້ງນີ້ໂດຍ ພັທ ຈີ້ງ ຂັກ ເກືອງ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງກອນຕູມ ສສ ຫວຽດນາມ ໃນນາມເຈົ້າຂອງໂຄງການ, ກ່າວຮັບຂອງໂດຍ ພັອ ປອ ບຸນຊູ ສຸລິ ນັນທອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດ ຕະປື ສປປ ລາວ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ພັອ ຫງວຽນ ຮົງເຍີດ ຫົວໜ້າກອງບັນຊາການ ປກສ ແຂວງກອນຕູມ ສສ ຫວຽດນາມ.

ການມອບ-ຮັບຫ້ອງການດັ່ງກ່າວ ແມ່ນປະຕິບັດຕາມເອກະສານເພີ່ມເຕີມແຜນປະສານສົມທົບ ປີ 2020 ລະ ຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ທີ່ໄດ້ລົງນາມເຊັນກັນໃນຄັ້ງວັນທີ 9 ສິງຫາ 2021, ທີ່ນະຄອນຫຼວງວຽງຈັນ ກ່ຽວກັບໂຄງການກໍ່ສ້າງຫ້ອງການບ່ອນເຮັດວຽກຂອງ ປກສ ບ້ານລຽບຕາມຊາຍແດນຂອງສອງປະເທດລາວ-ຫວຽດນາມ ໃນຂອບເຂດທົ່ວປະເທດ, ສະເພາະແຂວງ ອັດຕະປື ແມ່ນມີ 8 ໝູ່ບ້ານທີ່ຕິດຈອດ ກັບຊາຍແດນ ສສ ຫວຽດນາມ, ສ່ວນ ທຶນແມ່ນໄດ້ຮັບການຊ່ວຍເຫຼືອຈາກ ກະຊວງປ້ອງ ກັນຄວາມສະຫງົບ ສສ ຫວຽດນາມ ໂຄງການນີ້ແມ່ນເລີ່ມສຳ ຫຼວດ ແລະ ລົງມືກໍ່ສ້າງໃນທ້າຍປີ 2021.

ຈຸດປະສົງໃນການສ້າງຫ້ອງການດັ່ງກ່າວ, ກໍເພື່ອເປັນບ່ອນບ່ອນເຮັດວຽກໃຫ້ແກ່ອຳນາດການປົກຄອງບ້ານທີ່ຕັ້ງລຽບຕາມຊາຍແດນຂອງສອງປະ ເທດ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ທີ່ຈະ ເກີດຂຶ້ນ ໂດຍສະເພາະບັນຫາຢາເສບຕິດ, ຂີ້ລັກ-ງັດແງະ, ປຸ້ນຈີ້ຊິງຊັບ, ການລັກ ລອບເຂົ້າເມືອງ ແລະ ການທຳມາຫາກິນ ແບບຜິດກົດໝາຍ.

ໃນພິທີກອງບັນຊາການ ປກສ ແຂວງກອນຕູມ ສສ ຫວຽດນາມ ຍັງ ໄດ້ມອບອຸປະກອນຮັບໃຊ້ເຂົ້າໃນການເຮັດວຽກ, ໃຫ້ຫ້ອງການ ປກສ ບ້ານ ລຽບຕາມຊາຍແດນຕື່ມອີກ ເພື່ອອຳນວຍຄວາມສະດວກໃຫ້ເຈົ້າໜ້າທີ່ ເຮັດວຽກໃຫ້ດີຂຶ້ນກວ່າເກົ່າ.