ເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດໃນ ວັນທີ 21 ມັງກອນ 2022 ເປັນປະທານ ໂດຍ ທ່ານ ອິທາ ລືນາມມະຈັກ ເຈົ້າເມືອງຮຸນ, ມີ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງ ມີຄະນະປະຈຳພັກເມືອງ ກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງ ການ, ລັດວິສາຫະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ຄະນະປະຈຳພັກເມືອງ ໄດ້ຜັດປ່ຽນກັນຂຶ້ນຜ່ານບັນດາເອກະສານສຳຄັນຂອງວາລະແຫ່ງຊາດ, ເຊິ່ງມີຂໍ້ຕົກລົງ ເລກທີ 1176/ ຈມ ວ່າດ້ວຍການຜັນຂະຫຍາຍຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດຂອງແຂວງອຸດົມໄຊ, ຄຳສັ່ງຂອງຄະນະປະຈຳພັກແຂວງ ວ່າດ້ວຍການເພີ່ມທະວີຊີ້ນຳ-ນຳພາຂອງຄະນະແຕ່ລະຂັ້ນ ຕໍ່ການສະກັດກັັ້ນ ແລະ ແກ້ໄຂບັນຫາຢາເສບຕິດ. ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັັບຜິດຊອບຜັນຂະຫຍາຍຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ພາຍໃນເມືອງຮຸນ ( 2021-2023 ); ໃນກອງປະຊຸມຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນປະກອບຄຳຄິດເຫັນຕໍ່ກັບຄຳຖາມເຈາະຈີ້ມຂອງການສະຫຼຸບຕີລາຄາລວມຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນ ເປັນບັນຫາສຳຄັນກ່ຽວກັບການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ເພື່ອພ້ອມກັນແກ້ໄຂໃນຕໍ່ໜ້າ ແລະ ຍາວນານ.

ໃນໂອກາດດັ່ງກ່າວ, ພັອ ສີວອນ ໄຊຍະວົງ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກແຕ່ລະພາກສ່ວນທີ່ໄດ້ປະຕິບັດໜ້າທີ່ມອບໝາຍໃຫ້ສຳເລັດຜົນ ແລະ ຈົ່ງສືບຕໍ່ຊີ້ນຳທຸກວຽກງານໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ພ້ອມກັນແກ້ໄຂຈຸດທີ່ຄົງຄ້າງ ເປັນຕົ້ນແມ່ນວຽກ ງານທາງດ້ານເສດຖະກິດຂອງປະຊາຊົນຢູ່ທ້ອງຖິ່ນໃຫ້ດີຂຶ້ນ ແລະ ບັນຫາຢາເສບຕິດພາຍໃນເມືອງໃຫ້ຫຼຸດໜ້ອຍຖອຍລົງ, ອົງການປົກຄອງຕ້ອງເພີ່ມ ທະວີຄວາມເອົາໃຈໃສ່ວາລະແຫ່ງຊາດໃຫ້ເຂັ້ມແຂງຊີ້ນຳ-ນຳພາວຽກງານພັກ-ພະນັກງານໃຫ້ເປັນໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ແລະ ພ້ອມ ກັນນຳເອົາຈິດໃຈຂອງກອງປະຊຸມນີ້ລົງເຜີຍແຜ່ຢູ່ກົມກອງ, ທ້ອງຖິ່ນຂອງຕົນ ແລະ ສຶກສາອົບຮົມປະຊາຊົນພາຍໃນບ້ານ ເພື່ອແກ້ໄຂບັນຫາຄວມຫຍຸ້ງຍາກດ້ານເສດຖະກິດຄອບຄົວໃຫ້ດີຂຶ້ນ.