ກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ໃນວັນທີ 2 ກຸມພາ 2022  ເປັນປະທານຂອງ ພັທ ບຸນເພັງ ພົມມາຫານ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂຂງ, ມີບັນດາຄະນະບັນຊາ, ມີຫົວໜ້າພະແນກ-ຮອງພະແນກ, ປກສ ກຸ່ມ,​ ຕະຫຼອດຮອດນາຍແລະ ພົນຕໍາຫຼວດເຂົ້າຮ່ວມ.

ພັຕ ບົວລະພັນ ສິມມາລາ ຫົວໜ້າພະແນກຫ້ອງການ ໄດ້ຍົກໃຫ້ເຫັນການຈັດຕັ້ງເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບຕະຫຼອດ 1 ປີຜ່ານມາ ແມ່ນຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ແຕ່ກໍປັດສະຈາກບໍໄດ້ສິ່ງຫຍໍ້ທໍ້ພາຍໃນເມືອງພຽງເລກັໜ້ອຍ ສະແດງອອກປີ 2021 ທົ່ວເມືອງມີຄະດີອາຍາເກີດຂຶ້ນທັງໝົດ 79 ລາຍ, ມ້າງໄດ້ 45 ລາຍ; ຄະດີເສດຖະກິດ 16 ລາຍ, ມ້າງໄດ້ 14 ລາຍ.

ສຳລັບວຽກງານສະກັດກັ້ນການຊື້-ຂາຍຢາເສບຕິດ ເກີດຂຶ້ນ 65 ລາຍ;​ ໃນນີ້, ຄ້າ-ຂາຍຢາເສບຕິດ (ຢາບ້າ) ມີ 30 ລາຍ, ເສບຢາເສບຕິດ (ຢາບ້າ) ມີ 32 ລາຍ, ຢຶດຂອງກາງຢາບ້າ 2.712 ເມັດ, ເງິນກີບ 12 ລ້ານກີບ, ຢາໄອສ 1 ຫຼອດ, ອຸປະກອນເສບ 1 ຊຸດ, ຈັກສະຕິນ 2 ເຄື່ອງ, ລົດຮຸ່ນໄດ 1 ຄັນ, ຈັກເຮືອ 1 ເຄື່ອງ, ເຮືອກາບ 1 ລຳ, ລົດໄຖນາຍ່າງຕາມ 1 ຄັນ ແລະ ໂທລະສັບຈຳນວນ 6 ເຄື່ອງ;

ນອກນີ້, ອຸປະຕິເຫດເກີດຂຶ້ນ 105 ລາຍ, ມີ 290 ຄົນ, ຍິງ 73 ຄົນ, ມີຄົນໄດ້ຮັບບາດເຈັບ 187 ຄົນ, ຍິງ 55 ຄົນ, ເສຍຊີວິດ 9 ຄົນ, ຍິງ 1 ຄົນ, ພາຫະນະເປ້ເພທັງໝົດ 152 ຄັນ, ລວມມູນຄ່າເສຍຫາຍ 988 ລ້ານກວ່າກີບ ແລະ  ອັກຄີໄພເກີດຂຶ້ນທັງໝົດ 9 ຄັ້ງ, ລວມມູນຄ່າເສຍຫາຍ 729 ລ້ານກວ່າກີບ. 

ຂ່າວໃຫ້ຮູ້ຕື່ມວ່າ: ໃນພິທີຍັງໄດ້ມີການປະກາດຍ້ອງຍໍເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດຈຳນວນ 6 ສະຫາຍ,​ ຍິງ 1 ສະຫາຍ; ໃນນີ້, ເລື່ອນຊັ້ນສິບໂທ ຂຶ້ນ ສິບເອກ 4 ສະຫາຍ, ຍິງ 1 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 1 ສະຫາຍ.