ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ( ສມປຊ ) ໄດ້ຈັດພິທີປິດຊຸດຮຽນໃຫ້ແກ່ຜູ້ທີ່ສຳເລັດການສຶກສາລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXIX ແລະ ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XV ສົກປີ 2021-2022 ໂດຍ ມີ ທ່ານ ຮສ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະນຳ ສມປຊ, ບັນດາທ່ານຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານ, ຄູ-ອຈານ ແລະ ນັກສືກ ສາເຂົ້າຮ່ວມ, ໃນວັນທີ 4 ກຸມພາ 2022.

ໃນພິທີ, ທ່ານ ນາງ ໄກສອນ ຈັນສີນາ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດແຜນການຮຽນ-ການສອນ ວ່າ: ຜ່ານຂະບວນວິວັດການສຶກສາຮ່ຳຮຽນ ແລະ ຄົ້ນຄວ້າ ໃນໄລຍະຜ່ານມາ, ນັກສຶກສາແຕ່ລະທ່ານໄດ້ສຸມໃສ່ເຮັດຫຼ້ອນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃນການຄົ້ນຄວ້າຮ່ຳຮຽນຝຶກຝົນຫຼ່ໍຫຼອມຕົນເອງໃນດ້ານທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ ແລະ ທິດສະດີທີ່ກ້າວໜ້າ ຕ່າງໆດ້ວຍຄວາມມານະອົດທົນ, ປະຕິບັດບັນດາຄໍາສັ່ງ, ຂໍ້ກໍານົດກ່ຽວກັບລະບຽບນັກສຶກສາຂອງສະຖາບັນແຫ່ງນີ້ໄດ້ດີ ແລະ ປະກອບສ່ວນປະຕິບັດມາດຕະການສະກັດກັ້ນພະຍາດໂຄວິດ-19 ຢ່າງເຂັ້ມງວດ ສາມາດຍາດໄດ້ຜົນງານການຮ່ຳຮຽນຂອງຕົນ, ເຊິ່ງສາມາດຕີລາຄາຜົນສຳເລັດຊຸດຮຽນທັງສອງລະບົບຮຽນ ຄື: ລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXIX: ຈຳນວນ 54 ທ່ານ ຍິງ 12 ທ່ານ ໄດ້ຮັບຄະແນນສະສົມເກຼດ A ມີ 17 ທ່ານ ກວມ 31,48%, ໄດ້ຮັບຄະແນນສະສົມ ເກຼດ B+ ມີ 37 ທ່ານ ກວມ 68,51%; ລະບົບປະລິນຍາໂທ ຮຸ່ນທີ XV ( ປ້ອງກັນວິທະຍານິພົນທັງໝົດ 58 ທ່ານ ຍິງ 10 ທ່ານ ) ໄດ້ຮັບຄ ແນນສະສົມ ເກຼດ A ຫຼື ຄະແນນສະເລ່ຍ ຄະແນນສະສົມສະເລ່ຍ 3,90 ມີ 34 ທ່ານ ກວມ 61,81%, ໄດ້ຮັບຄະແນນສະສົມເກຼດ B+ ຫຼື ຄະແນນສະສົມສະເລ່ຍ 3,50 ເຖິງ 3,89 ຂຶ້ນໄປມີ 21 ທ່ານ ກວມ 38,18%.

ໂດຍລວມແລ້ວສາມາດຕີລາຄາໄດ້ວ່າ ນັກສຶກສາທີ່ຈົບຫຼັກສູດໃນຄັ້ງນີ້, ຫຼາຍທ່ານໄດ້ເຄື່ອນໄຫວເປັນແບບຢ່າງນຳໜ້າໃນການນຳພາ-ຄຸ້ມຄອງ ແລະ ການຄົ້ນຄວ້າຮ່ຳຮຽນ, ສາມາດຍາດໄດ້ຄະແນນລະດັບດີເລີດເປັນສ່ວນຫຼາຍ ແລະ ເປັນນັກສຶກສາຮຽນເກັ່ງ-ມີວິໄນດີ, ຄະນະພັກ-ຄະນະຫ້ອງ ແລະ ຫ້ອງຮຽນດີເດັ່ນ ( ຄັດເລືອກສະເພາະປະລິນຍາໂທ ຮຸ່ນທີ XV ) ມີຄື: ນັກຮຽນເກັ່ງມີວິໄນດີມີຄະແນນສະເລ່ຍ 3.90 ຂຶ້ນໄປ ຈັດເປັນປະເພດທີ I ມີ 37 ຄົນ ຍິງ 8 ຄົນ ເທົ່າກັບ 61,66%, ນັກຮຽນເກັ່ງມີວິໄນດີຄະແນນສະເລ່ຍ 3,78 ຂຶ້ນໄປຈັດເປັນປະເພດທີ II ມີ 9 ຄົນ ຍິງ 2 ຄົນ ເທົ່າກັບ 15%, ນັກຮຽນເກັ່ງ ມີວິໄນດີ ຄະແນນສະເລ່ຍ 3,68 ຂຶ້ນໄປ ຈັດເປັນປະເພດທີ III ມີ 12 ຄົນ ເທົ່າກັບ 20%, ນັກສຶກສາທີ່ບໍ່ໄດ້ຈັດປະເພດມີ 2 ຄົນ ຍິງ 1 ຄົນ =3.33%, ຄັດເລືອກເປັນຫ້ອງຮຽນດີເດັ່ນ ປະເພດທີ II, ຄັດ ເລືອກຄະນະພັກ, ຄະນະຫ້ອງຊີ້ນຳ-ນຳ ພາດີເດັ່ນ ປະເພດ II ມີ 5 ຄົນ ຍິງ 1 ທ່ານ; ພ້ອມທັງມີການມອບໃບຍ້ອງຍໍຢ່າງສົມກຽດ.

ໂອກາດນີ້, ທ່ານ ຫົວໜ້າ ສມປຊ ກໍ ໄດ້ໂອ້ລົມຕໍ່ພິທີ ໂດຍທ່ານສະແດງຄວາມເຊື່ອໝັ້ນ ແລະ ຍ້ອງຍໍຊົມເຊີຍບັນ ດາທ່ານນັກຄົ້ນຄວ້າທີ່ສຳເລັດການສຶກສາໃນຄັ້ງນີ້ ຈົ່ງນຳເອົາຄວາມຮູ້ທີ່ໄດ້ຄົ້ນຄວ້າມາໝູນໃຊ້ໃນການເຄື່ອນໄຫວວຽກງານໃນພຶດຕິກຳຕົວຈິງໃຫ້ເກີດປະໂຫຍດສູງສຸດ “ ກ້າຄິດ ກ້າຮັບຜິດຊອບ ກ້າເສຍສະລະ ” ເພື່ອໃຫ້ໝູ່ຄະນະ ລວມທັງພະນັກງານໃນຂົງເຂດຄວາມຮັບຜິດຊອບມີຄວາມໄວ້ເນື້ອເຊື່ອໃຈຕໍ່ການຊີ້ນຳ-ນຳພາເຄື່ອນໄຫວຽກງານໃຫ້ມີບາດກ້າວໃໝ່ປະສົບການໃໝ່ບົດຮຽນໃໝ່ຢ່າງມີຜົນສຳເລັດ.