ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານວິຊາສະເພາະຢູ່ກອງບັນຊາການ ປກສ ແຂວງຈຳປາສັກ ໃນທ້າຍອາທິດຜ່ານມາ, ມີ ພັທ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ຮອງຫົວໜ້າ, ຄະນະກອງບັນຊາການ, ຫ້ອງ, ພະແນກ, ກອງພັນ, ໂຮງຮຽນ, ຄ້າຍຄຸມຂັງ-ດັດສ້າງ ເຂົ້າຮ່ວມ.

ໃນພິທີ, ພັທ ສຸກພະຈັນ ສີລາເພັດ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບຜົນງານ ແລະ ບາງບັນຫາສະພາບການທີ່ເກີດຂຶ້ນພາຍໃນແຂວງຈຳປາສັກ ວ່າ: ໃນໄລຍະຜ່ານມາ, ແຂວງຈໍາປາສັກ ເຫັນວ່າຍັງມີບາງປະກົດການຫຍໍ້ທໍ້ເກີດຂຶ້ນ ໂດຍສະເພາະແມ່ນບັນຫາຂີ້ລັກ, ງັດແງະ, ຊິງຊັບ, ປຸ້ນຊັບ, ລັກຊັບພົນລະເມືອງ, ການເກີດອຸບັດຕິເຫດຕາມທ້ອງຖະໜົນ, ການກໍ່ອາຊະຍາກຳ, ການຄຸ້ມຄອງຄົນຕ່າງປະເທດເຂົ້າມາປະ ກອບອາຊີບບໍ່ຖືກຕ້ອງ. ໄລຍະຜ່ານມາ, ມີຄະດີອາຍາ-ເສດ ຖະກິດເກີດຂຶ້ນທັງໝົດ 93 ເລື່ອງ; ໃນນັ້ນ, ມ້າງຄະດີ ໄດ້ 47 ເລື່ອງ, ກັກຕົວຜູ້ ຖືກຫາໄດ້ 56 ຄົນ ຍິງ 3 ຄົນ. ຄຽງຄູ່ກັນນັ້ນ, ບັນຫາທີ່ພົ້ນເດັ່ນແມ່ນໃນໄລຍະ 3 ເດືອນຜ່ານມາ ສາມາດມ້າງລາຍຄະດີຢາເສບຕິດ ໄດ້ 171 ລາຍ, ກັກຕົວຜູ້ຖືກຫາ 244 ຄົນ ຍິງ 10 ຄົນ, ຢຶດຢາບ້າ ໄດ້ 320.362 ເມັດ, ຢາໄອສ໌ 24 ກິໂລກຼາມ ກັບ 809,56 ກຼາມ, ຢາອີ 2 ກິໂລກຼາມ, ລົດໃຫຍ່ 3 ຄັນ. ມີອຸບັດຕິເຫດເກີດຂຶ້ນ 130 ເລື່ອງ, ຄົນເສຍຊີວິດ 17 ຄົນ ຍິງ 3 ຄົນ, ລວມມູນຄ່າເສຍຫາຍທັງໝົດ 1.093.700.000 ກີບ, ອັກຄີໄພເກີດ ຂຶ້ນ 5 ຄັ້ງ,  ເດັ່ນກ່ວາໝູ່ແມ່ນໃໝ້ຢູ່ຕະຫຼາດດາວເຮືອງ ໃນຄັ້ງວັນທີ 28 ມັງກອນ 2022 ສາຍເຫດຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ.

ໃນໂອກາດດັ່ງກ່າວ, ພົທ ກົງທອງ ພົງວິຈິດ ໄດ້ໃຫ້ທິດຊີ້ນຳຄະນະພັກ-ຄະ ນະກອງບັນຊາການ ເອົາໃຈໃສ່ສຶກສາ ອົບຮົມການເມືອງນຳພາ-ແນວຄິດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ນັກຮົບເປັນປົກະຕິ, ຕໍ່ເນື່ອງ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄືຂອງກຳລັງປ້ອງກັນຄວາມສະຫົງບໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ປັບປຸງແບບແຜນວິທີເຮັດວຽກໃຫ້ທັນສະໄໝ, ມີຄວາມເປັນເອກະພາບພາຍໃນໝູ່ຄະນະ, ເອົາໃຈໃສ່ປັງປຸງການຈັດຕັ້ງທຸກຂັ້ນໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການທາງດ້ານໜ້າທີ່ການເມືອງ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີພາຍໃນຄະນະ ພັກ, ກຳໃຫ້ໄດ້ສະພາບປະກົດການຫຍໍ້ທໍ້ພາຍໃນກຳລັງ ແລະ ພ້ອມທັງການ ແໜ້ນສະພາບການຂອງສັດຕູ-ກຸ່ມຄົນ ບໍ່ດີ, ແກ້ໄຂໜໍ່ແໜງກໍ່ຄວາມບໍ່ສະຫົງບທາງດ້ານການເມືອງ, ເອົາໃຈໃສ່ເຮັດວຽກງານຄຸ້ມຄອງການເໜັງຕີງຂອງພົນລະເມືອງ, ກວດກາການອອກບັດປະຈຳຕົວ, ການຄຸ້ມຄອງອາຊີບພິເສດ-ພາຫະນະພິເສດ ພ້ອມທັງຂຶ້ນບັນຊີເປົ້າໝາຍ ແຕ່ລະປະເພດໃຫ້ລະອຽດ, ຖືກຕ້ອງ, ຊັດເຈນ, ເອົາໃຈໄສ່ປັບປຸງວຽກງານພະລາທິການແກ້ໄຂຊີວິດການເປັນຢູ່ພາຍໃນກຳລັງໃຫ້ດີຂຶ້ນ, ກຳແໜ້ນສະພາບ ການເຂົ້າ-ອອກເມືອງ, ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານຢູ່ບັນດາຈຸດສຸມ ແລະ ເຂດຫຼ່ໍແຫຼມ ປຸກລະດົມພໍ່-ແມ່ປະຊາຊົນເຂົ້າໃຈແນວທາງຂອງພັກ-ລັດ ປະກອບສ່ວນເຂົ້າໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຮັບປະກັນໃຫ້ມີຄວາມສະຫງົບ-ປອດໄພໃນສັງຄົມ ແລະ ມີສະຖຽນລະພາບທາງດ້ານ ານເມືອງ, ມີສະຕິລະວັງຕົວກຽມພ້ອມເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.