ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນວັນທີ 4 ກຸມພາ 2022, ເຂົ້າຮ່ວມໂດຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການ ເມືອງສູນກາງພັກ, ຮອງປະທານຄະນະກຳ ມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງ ປກສ, ມີ ທ່ານ ສັນຕິພາບ ພົມວິຫານ ກໍາ ມະການສູນກາງພັກ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງສະຫວັນນະເຂດ, ມີຄະນະພັກແຂວງ, ຄະນະປະຈໍາພັກແຂວງ, ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ກອງພົນທະ ຫານຮາບ ທີ 4, ເມືອງ, ນະຄອນ, ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ພົຕ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 169/ຄລສພ ລົງວັນທີ 13 ສິງຫາ 2021 ວ່າດ້ວຍການ ແຕ່ງຕັ້ງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ, ຄະນະເລຂາທິການສູນກາງພັກ ຕົກລົງແຕ່ງຕັ້ງ ສະຫາຍ ສັນຕິພາບ ພົມວິຫານ ເປັນປະທານ, ສະຫາຍ ພົຈວ ສີທະວີໄຊ, ສະຫາຍ ພູວັງ ເກດແກ້ວພົມ ພອນ ແລະ ສະຫາຍ ພັອ ສົມໝາຍ ພົມມະຈັນ ເປັນຮອງປະທານ, ສະຫາຍ ພັອ ຄໍາເພັດ ສຸລິຍະວົງ, ສະຫາຍ ພັອ ຕາງຕາ ຕາດເວີນຄໍາ, ສະຫາຍ ທອງໃສ ໄຊຍະວົງຄໍາດີ ເປັນກໍາມະການ.

ຕະຫຼອດໄລຍະຜ່ານມາ, ແຂວງສະຫວັນນະເຂດ ໂດຍພື້ນຖານແມ່ນມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ-ປອດໄພ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ກໍາລັງຂອງຕົນເປັນຢ່າງດີ, ເຄື່ອນໄຫວປະຕິບັດໜ້າທີ່ດ້ວຍຄວາມຮັບຜິດ ຊອບສູງ, ບັນຊາຄຸ້ມຄອງກໍາລັງພົນໄດ້ດີ ໂດຍສະເພາະໄລຍະການແພ່ລະບາດຂອງພະຍາດໂຄວິດ-19, ທັງເຄື່ອນໄຫວ ເຮັດໜ້າທີ່ຂອງຕົນ, ປະກອບສ່ວນຊ່ວຍເຫຼືອຄະນະສະເພາະກິດຂັ້ນແຂວງໃນ ການຂົນສົ່ງແຮງງານລາວເຂົ້າມາ, ເຮັດ ໜ້າທີ່ປ້ອງກັນບັນດາສູນກັກກັນ ແລະ ໂຮງໝໍພາກສະໜາມ, ຕິດຕາມ, ກໍາ ສະພາບ ແລະ ສະກັດກັ້ນການລັກລອບເຂົ້າ-ອອກເມືອງແບບຜິດກົດໝາຍ, ການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ ແລະ ປະກົດການຫຍໍ້ທໍ້ອື່ນໆຕາມບໍລິເວນຊາຍແດນ ແລະ ສະຖານທີ່ຕ່າງໆ, ປັບປຸງແບບແຜນການນຳພາຂອງຄະນະພັກ, ໜ່ວຍພັກ ແລະ ສະມາຊິກພັກຕິດ ພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກົມກອງ 3 ປອດ: ປອດໃສ, ປອດໄພ ແລະ ປອດຄະດີ, ຈັດຕັ້ງດໍາເນີນຊີວິດການເມືອງ ແລະ ປັບປຸງການຈັດຕັ້ງ, ຫັນເອົານາຍ ແລະ ພົນຕໍາຫຼວດ ສົມທົບກັບກໍາລັງ ປກສ ເມືອງ ລົງກໍ່ສ້າງຮາກຖານຢູ່ເມືອງຕ່າງໆ ຕິດພັນກັບການສ້າງບ້ານປ້ອງກັນຄວາມສະຫງົບດີ ສາມາດປະ ກາດຮັບຮອງເປັນບ້ານປ້ອງກັນຄວາມສະຫງົບດີ ໄດ້ 56 ບ້ານ, ມີຄອບຄົວປ້ອງກັນຄວາມສະຫງົບດີ 4.671 ຄອບຄົວ ແລະ ໄດ້ປະກາດຮັບຮອງຄອບຄົວ ແລະ ບ້ານປອດຢາເສບຕິດໄດ້ 34 ບ້ານ, ຄອບຄົວປອດຢາເສບຕິດ 5.809 ຄອບຄົວ, ບ້ານປ້ອງກັນຊາດແບບຢ່າງໄດ້ 114 ບ້ານ, ບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ 2 ກຸ່ມບ້ານ, ການຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ຄະນະພັກ-ອົງການປົກຄອງແຂວງ ໄດ້ເພີ່ມທະວີຍົກລະດັບການນຳພາ-ຊີ້ນຳການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍຜັນຂະຫຍາຍເປັນແຜນອັນລະອຽດສອດຄ່ອງກັບຈຸດພິເສດຂອງແຂວງ, ມີການກໍານົດແຜນການຈັດຕັ້ງປະຕິບັດຕົວຈິງ, ກໍານົດຄວາມຮັບຜິດຊອບຂອງບັນດາຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ.