ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ວາງທິດທາງແຜນການ ປະຈໍາປີ 2022, ເປັນປະທານໂດຍ ພັທ ສອນເພັດ ກາສີອຸດົມ ຫົວໜ້າກອງບັນຊາການ ປກສ ເມືອງແກ້ວອຸດົມ, ມີ ພັອ ສົມຄິດ ດວງພະຈັນ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງວຽງຈັນ, ມີເຈົ້າເມືອງ, ແຂກຖືກເຊີນ, ແລະ ພະນັກງານ-ນັກຮົບ ເຂົ້າ ຮ່ວມ.

ພັທ ນັນທອນ ຄຳມັງ ຮອງຫົວໜ້າກອງບັນຊາການ ປກສ ເມືອງແກ້ວອຸດົມ ຂຶ້ນຜ່ານບົດສະຫຼຸບວຽກງານປະຈຳປີ 2021 ແລະ ວາງທິດທາງແຜນ ການປະຈຳປີ 2022, ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດ 4 ຄາດໝາຍ 4 ແຜນງານ ໃຫຍ່ ແລະ 41 ໂຄງການ ທີ່ກະຊວງປ້ອງກັນຄວາມສະຫງົບ ວາງອອກຢ່າງຕັ້ງໜ້າ, ສະແດງອອກໃນ 1 ປີຜ່ານມາ, ມີຄະດີອາຍາເກີດຂຶ້ນ ທັງໝົດ 26 ເລື່ອງ ກັກຕົວຜູ້ຖືກຫາທັງໝົດ 52 ຄົນ, ຍິງ 2 ຄົນ. ໃນນີ້, ມີຄະດີຢາເສບຕິດ 10 ເລື່ອງ, ຢຶດຂອງກາງຢາບ້າຈຳນວນ 2,891 ເມັດ ຜົນເສຍຫາຍລົດຈັກ 6 ຄັນ, ສາຍໄຟຟ້າ 1 ໂຄ້ງ, ໝໍ້ຍົກໄຟຟ້າ 1 ເຄື່ອງ, ຄອມພິວເຕີ 1 ເຄື່ຶອງ, ປະເພດເຫຼັກ 100 ກິໂລ, ສຶກສາອົບຮົມຂັ້ນເຈົ້າໜ້າທີ່ 9 ເລື່ອງ, ສະຫຼຸບສໍານວນຄະດີສົ່ງໃຫ້ ປກສ ແຂວງ ດໍາເນີນ 5 ເລື່ອງ, ສະຫຼຸບສຳນວນຄະດີສົ່ງໄອຍະການເຂດ I ແຂວງວຽງຈັນ 8 ເລື່ອງ, ຕ້ອງຫາ 7 ຄົນ, ສະ ຫຼຸບສຳນວນຄະດີໃຫ້ ປກສ ເມືອງໂພນໂຮງດຳເນີນ 1 ເລື່ອງ, ຕ້ອງຫາ 2 ຄົນ, ຄະດີພວມດຳເນີນ 3 ເລື່ອງ, ຕ້ອງຫາ 4 ຄົນ, ມີອຸບັດຕິເຫດເກີດຂຶ້ນທັງ ໝົດ 20 ເລື່ອງ, ມີພາຫະນະເປ່ເພ ເລັກນ້ອຍ 17 ຄັນ, ເປ່ເພສົມຄວນ 10 ຄັນ, ມີຜູ້ໄດ້ຮັບບາດເຈັບ 23 ຄົນ, ບາດເຈັບເລັກໜ້ອຍ 13 ຄົນ, ຍິງ 2 ຄົນ, ບາດເຈັບສົມຄວນ 4 ຄົນ, ເສຍຊີວິດ 1 ຄົນ, ລວມມູນຄ່າເສຍຫາຍ 95.000.0000 ກີບ.

ກອງປະຊຸມ, ພັອ ສົມຄິດ ດວງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ກັບຜົນງານແຕ່ລະດ້ານທີ່ຍາດມາໄດ້ໃນປີຜ່ານມາ ພ້ອມທັງຍົກໃຫ້ເຫັນບາງສະພາບທີ່ພົ້ນເດັ່ນ ແນໃສ່ເຮັດໃຫ້ແຂວງວຽງຈັນ ມີສະຖຽນລະພາບທາງດ້ານ ການເມືອງ, ມີຄວາມສະຫງົບ-ປອດໄພໂດຍພື້ນຖານ, ສ້າງແບບແຜນ ວິທີເຮັດວຽກ, ແບບແຜນວິທີນຳພາໃຫ້ທັນສະໄໝ, ມີຄວາມສາມັກຄີພາຍໃນຢ່າງໜັກແໜ້ນ, ສືບຕໍ່ຊີ້ນຳ-ນໍາພາພະນັກງານ-ນັກຮົບພາຍໃນກົມກອງຕັ້ງໜ້າເຮັດວຽກງານວິຊາສະເພາະຂອງຕົນໃຫ້ມີຄຸນນະພາບສູງ ແລະ ຍາດໄດ້ຜົນງານຍິ່ງໃຫ່ຍຂຶ້ນກວ່າເກົ່າ.