ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ, ໃນວັນທີ 8 ກຸມພາ 2022, ເປັນກຽດເຂົ້າຮ່ວມໂດຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງ ປກສ, ພ້ອມດ້ວຍບັນດາກຳມະການສູນກາງພັກ, ຄະນະພັກ-ຄະນະນຳກະຊວງ, ກົມ, ກອງບັນຊາການ ທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ໃນພິທີ, ພັອ ຫຸມພັນ ຜິວເຂັມພອນ ຄະນະປະຈຳພັກກົມໃຫຍ່ການເມືອງ ປກສ ຫົວໜ້າກົມພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 19/ຄລສພ ລົງວັນທີ 25 ມັງກອນ 2022 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການປະຈຳ ພັກກະຊວງ ປກສ ໂດຍແຕ່ງຕັ້ງພົຈວ ຄຳມ້າວ ຫຼ້າຈັນເພັດ ເປັນກຳມະການປະຈຳພັກກະຊວງ ປກສ; ພ້ອມທັງຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 20-22/ຄລສພລົງວັນທີ 25 ມັງກອນ 2022 ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການຄະນະພັກກະຊວງ ປກສ ໃນນີ້, ໄດ້ແຕ່ງຕັ້ງ ພົຈວ ນິລະວົງ ເຈືອງຕະວະລາດ, ພົຈວ ທອງສຸກ ຍ່າເອີລາວລີ, ພັອ ພູນສະຫວັນ ພັນທະເສນາ ເປັນກຳມະການຄະນະພັກກະຊວງ ປກສ.

ຈາກນັ້ນ, ພັອ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ປກສ  ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 12/ນຍ ລົງວັນທີ 26 ມັງກອນ 2022 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ພະລາທິການ ໂດຍແຕ່ງ ຕັ້ງ ພັອ ອຸດົມ ສີສົງຄາມ ເປັນຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ແລະ ຜ່ານດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 23-57/ນຍ, ລົງວັນທີ 28 ມັງກອນ 2022 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ໂດຍຕົກລົງເລື່ອນຊັ້ນ ພັນໂທ ຂຶ້ນເປັນຊັ້ນ ພັນເອກ ຈຳນວນ 35 ສະຫາຍ ມີຄື: ສະຫາຍ ພັອ ສີຍາ ຫຼ້າຍານີ, ພັອ ວັນນະສັກ ທອງອຸໄລ, ພັອ ສີພາ ສິງທອງ, ພັອ ບຸນມະນີ ຫຼ້າພິມພອນ, ພັອ ພອນພິລຸນ ປັນຍາສີລິ, ພັອ ສຸວັນ ທອງຈະເລີນ, ພັອ ສົມພານິດ ວົງສຸທິ, ພັອ ພັນ ວົງພະໄຕ, ພັອ ພູນສະຫວັດ ວໍລະລາດ, ພັອ ສາລີ ພຸດທະວົງ, ພັອ ຄຳສອນ ສີດາວົງ, ພັອ ປອ ດວງຈັນ ວົງວິໄຊ, ພັອ ແຍງພອນ ຫອມສົມບັດ, ພັອ ພອນສະຫວັນ ເດດອຸດົມ, ພັອ ສຸລິຍາ ພັນທຸມາດ, ພັອ ພູວົງ ສຸດທິວົງ, ພັອ ຄານທະລີ ວົງນະລາດ, ພັອ ດວງຕາ ສຸວັນນະລາດ, ພັອ ສີບຸນເຮືອງ ໄຊຍະເພັດ, ພັອ ກິຕັນ ໄພໂລດ, ພັອ ຄຳຈັນ ສຸດທະສັກ, ພັອ ວີຄຳ ຂຸນສຳນານ, ພັອ ສຸລິຍົງ ຈັນທະມານ, ພັອ ຈັນພອນເພັດ ຄຳສີ, ພັອ ສົມບູນ ທະນາວັນ, ພັອ ຄຳພອນ ນັນທະວົງ, ພັອ ອິນປັນ ຍາດຕິວົງ, ພັອ ອຸບົນ ຈຸນລະມະນີ, ພັອ ແສງ ທອງ ເກື້ອບຸນລ້ຳ, ພັອ ຄຳແພງ ນຳພາວັນ, ພັອ ຄຳສິງ ນົນທະສອນ, ພັອ ບຸນເລີດ ຄະທຸມພົມ, ພັອ ສຸກພະຈັນ ສີລາເພັດ, ພັອ ສີວິໄລ ແກ້ວປະເສີດ ແລະ ພັອ ໂພໄຊ ສຸລິວົງສາ; ໃຫ້ກຽດປະດັບຊັ້ນໂດຍ ພົອ ວິໄລ ຫຼ້າຄຳຟອງ.

ໂອກາດນີ້, ພົອ ວິໄລ ຫຼ້າຄຳຟອງ ໄດ້ໂອ້ລົມເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະ ໄດ້ຮັບການເລື່ອນຊັ້ນ ຕ້ອງສືບຕໍ່ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນແນວຄິດທິດສະດີຂອງພັກ, ທິດສະດີມາກ-ເລນິນ, ຝຶກຝົນຫຼໍ່ຫຼອມຕົນເອງມີຄຸນສົມບັດສິນທຳປະຕິວັດ, ຝຶກຝົນຫຼໍ່ຫຼອມຕົນເອງເປັນພະນັກ ງານນຳພາທີ່ມີຄວາມຮູ້, ຄວາມສາມາດ, ຄວາມຮັບຜິດຊອບ ແລະ ມີແບບ ແຜນວິທີເຮັດວຽກທີ່ຖືກຕ້ອງສອດຄ່ອງສ້າງກົມກອງໃຫ້ມີຄວາມເຂັ້ມແຂງ ຄຽງຄູ່ກັບການກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນທາງດ້ານແນວຄິດຊໍານານດ້ານວຽກວິຊາສະເພາະ  ເພື່ອໃຫ້ປະເທດຊາດໄດ້ເພິ່ງພາພະນັກງານທີ່ດີມີຄວາມຮູ້-ຄວາມສາມາດ ຈຶ່ງເຮັດໃຫ້ປະເທດຊາດມີຄວາມສະຫງົບ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.

ພາບ-ຂ່າວ: ບຸນເຫຼືອ