ພົຕ ທອງເຫຼັກ ມັງນໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນໃຫ້ເຈົ້າໜ້າທີ່ທຸກເຫຼົ່າຮົບທົ່ວກົມໃຫຍ່ຕໍາຫຼວດ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ ແລະ ແກ້ໄຂໃຫ້ໄດ້ຢ່າງຂາດຕົວ; ເພື່ອສະກັດກັ້ນ ແລະ ຕ້ານກຸ່ມຄົນບໍ່ດີທີ່ຫວັງກໍ່ອາຊະຍາກໍາ ທັງຍັງຮັບປະກັນໄດ້ບັນຫາປະກົດການຫຍໍ້ທໍ້ໃຫ້ຫຼຸດລົງກວ່າເກົ່າ.

ພົຕ ທອງເຫຼັກ ມັງໜໍ່ເມກ ໄດ້ເນັ້ນໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປະຈໍາປີວ່າ: ຄະນະພັກ-ຄະນະບັນຊາກົມໃຫຍ່ຕໍາຫຼວດ ເພີ່ມທະວີ ວຽກງານຕິດຕາມ, ກໍາແໜ້ນສະພາບກົນອຸບາຍການເຄື່ອນໄຫວທໍາລາຍມ້າງເພ ຂອງສັດຕູ ແລະ ກຸ່ມຄົນບໍ່ດີ ພ້ອມທັງມີວິທີການ, ມາດຕະການປ້ອງ ກັນສະກັດກັ້ນ ແລະ ແກ້ໄຂທັນເວລາ, ນິ້ມນວນ-ຄ່ອງແຄ້ວ, ຮັບປະກັນບໍ່ໃຫ້ມີຊ່ອງຫວ່າງທີ່ສັດຕູຈະສວຍໃຊ້ ແລະ ຕ້ານຄືນ; ສືບຕໍ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງໃຫ້ເຂັ້ມແຂງ, ສ້າງຕາໜ່າງວຽກງານ ປກສ ຢູ່ຮາກຖານໃຫ້ກວ້າງຂວາງ ຕິດພັນກັບມະຕິ 3 ສ້າງ ແລະ ພັດທະນາຊົນນະ ບົດຮອບດ້ານ, ສະກັດກັ້ນ-ແກ້ໄຂບັນດາເປົ້າໝາຍກໍ່ອາຊະຍາກໍາ, ກໍ່ຄວາມບໍ່ສະຫງົບທີ່ບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມໃຫ້ໜັກແໜ້ນເຂັ້ມແຂງ ເເຕ່ຮາກຖານຂຶ້ນມາ;

ນອກນັ້ນ, ຍັງໄດ້ເອົາໃຈໃສ່ວຽກງານສືບສວນ-ສອບສວນ ແລະ ດໍາເນີນຄະດີຕ່າງໆໃຫ້ວ່ອງໄວ, ບໍ່ໃຫ້ຄະດີອັ່ງອໍ-ແກ່ຍາວ ເເລະ ໃຫ້ຖືກຕ້ອງຕາມ ລະບຽບກົດໝາຍ, ຖືກຂັ້ນຕອນຂອງການດໍາເນີນຄະດີ, ມີຄວາມໂປ່ງໃສ ແລະ ຍຸຕິທໍາ; ເອົາໃຈໃສ່ໃນການຄຸ້ມຄອງຮັກສາຂອງກາງຄະດີໃຫ້ຖືກຕາມຫຼັກການວິຊາສະເພາະແລະກົດໝາຍກໍານົດເດັດຂາດບໍ່ໃຫ້ຕົກເຮ່ຍເສຍຫາຍ; ສຸມໃສ່ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຢ່າງ ເປັນລະບົບກົມກຽວເຊັ່ນ: ບັນຫາລັກລອບຜະລິດຄ້າຂາຍຂົນສົ່ງ ແລະ ມົ້ວສຸມ ຢາເສບຕິດ, ຊິງຊັບ, ປຸ້ນຊັບ, ສໍ້ໂກງຊັບ, ຄ້າຂາຍເຖື່ອນ, ນັກເລງອັນຕະພານ, ການພະນັນເຖື່ອນ, ຊື້-ຂາຍຫວຍເຖື່ອນ, ອຸບັດຕິເຫດ, ຄ້າຂາຍອາວຸດເຖື່ອນ, ຄ້າມະນຸດ ແລະອື່ນໆ; ຊອກໃຫ້ໄດ້ຜູ້ເປັນຫົວ ໂປ່ໂຕການເພື່ອມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ; ສະກັດກັ້ນ ແລະ ຕອບຕ້ານການໂຄສະນາໂຈມຕີການນໍາ ພັກ-ລັດ ຜ່ານທາງສື່ຕ່າງໆທີ່ສັດຕູ ແລະ ກຸ່ມບໍ່ດີສວຍໃຊ້ ເປັນຕົ້ນແມ່ນສື່ອອນລາຍ.