ໃນໂອກາດທີ່ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸມຂັງ-ດັດສ້າງ ປະຈໍາປີ 2021 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈໍາປີ 2022 ຂອງກົມຕໍາຫຼວດຄຸມຂັງ-ດັດສ້າງ ໃນວັນທີ 11 ກຸມພາ 2022, ທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ພາຍໃນ ກົມຕໍາຫຼວດຄຸມຂັງ-ດັດສ້າງ, ຄະນະພັກ-ຄະນະບັນຊາ ປກສ ແຂວງ, ຄ້າຍຄຸມຂັງ ໃຫ້ເອົາໃຈໃສ່ປັບປຸງພາຍໃນກໍາລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ.

ໃນນີ້, ທ່ານຮອງລັດຖະມົນຕີ ກະຊວງ ປກສ ກ່າວວ່າ: ການປັບປຸງພາຍໃນກໍາລັງໃຫ້ມີຄວາມເຂັ້ມແຂງ ແມ່ນວຽກງານໃຫຍ່ທີ່ເປັນພື້ນຖານ ແລະ ສໍາຄັນທີ່ສຸດ, ພຶດຕິກໍາຕົວຈິງໄດ້ຊີ້ໃຫ້ເຫັນວ່າ ປັດໄຈພາຍໃນແມ່ນຕັດສິນຜົນໄດ້ຜົນເສຍໃນວຽກງານ, ຢາກເຮັດອັນໃດກໍຕາມຖ້າພາຍໃນບໍ່ເຂັ້ມແຂງປອດໃສແລ້ວ ແມ່ນບໍ່ສາມາດສໍາເລັດວຽກງານຫຍັງໄດ້; ຖ້າເບິ່ງລົງເລິກເຂົ້າໄປແລ້ວ, ໃນໄລຍະຜ່ານມາ ຢູ່ພາຍໃນກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ຂອງບັນດາສະຫາຍ ກໍຍັງມີບາງບັນຫາສັບສົນ ແລະ ເກີດປະກົດການຫຍໍ້ທໍ້ຢູ່ພາຍໃນ.

ເພື່ອສະກັດກັ້ນບັນຫາທີ່ອາດຈະເກີດຂຶ້ນພາຍໃນຖັນແຖວຂອງ ກຳລັງຕຳຫຼວດຄຸມຂັງ-ດັດສ້າງ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ເນັ້ນໃຫ້ສຸມໃສ່ປັບປຸງກໍ່ສ້າງທາງດ້ານການເມືອງ-ແນວຄິດຂອງພະນັກງານ-ນັກຮົບໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ ເປັນກໍາລັງຕໍາຫຼວດຂອງປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ຄົ້ນຄວ້າປັບປຸງ ແລະ ສັບຊ້ອນຈັດວາງບຸກຄະລາກອນຄືນໃໝ່ ເພື່ອໃຫ້ແທດເໝາະກັບເງື່ອນໄຂຄວາມຮູ້, ຄວາມສາມາດ ນັບແຕ່ຂັ້ນກົມ, ພະແນກ, ຄ້າຍຄຸມຂັງປະຈໍາພາກ, ຄ້າຍກັກຂັງຊົ່ວຄາວຂອງສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ.

ໄປຄຽງຄູ່ກັບ ການສຸມໃສ່ປັບປຸງວຽກງານວິຊາສະເພາະໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດໂຄງການທີ່ກໍານົດ 12 ໜ້າວຽກງານ ໃນນີ້ແມ່ນເລັ່ງໃສ່ວຽກງານປ້ອງກັນຄວາມປອດໄພຢູ່ແຕ່ລະຄ້າຍຄຸມຂັງປະຈໍາພາກ, ຄ້າຍດັດສ້າງ, ຄ້າຍກັກຂັງຊົ່ວຄາວຂອງສູນກາງ ແລະ ທ້ອງຖິ່ນ ບໍ່ໃຫ້ມີເຫດການນັກໂທດແຫກຄຸກໂຕນໜີ, ເກີດການຈາລະຈົນ, ການປະທ້ວງ ແລະອື່ນໆ.

ເອົາໃຈໃສ່ຄຸ້ມຄອງນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ໃຫ້ເຂົ້າສູ່ລະບຽບທີ່ຮັດກຸມ, ມີການຈັດສັນເຂດຄຸ້ມຄອງແຕ່ລະເປົ້າໝາຍຢ່າງລະອຽດ, ລະບົບການຄຸ້ມຄອງສະຖິຕິ-ສໍານວນສໍາເນົານັກໂທດ ກໍເຫັນດີຕາມທິດທາງປັບປຸງທີ່ໄດ້ກໍານົດໃນແຜນປະຈໍາປີຂອງບັນດາສະຫາຍ ໂດຍໃຫ້ສ້າງເປັນຖານຂໍ້ມູນທີ່ສາມາດເຊື່ອມຕໍ່ຫາກັນດ້ວຍລະບົບທີ່ທັນສະໄໝ ເພື່ອສະດວກໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສິ່ງສໍາຄັນຢູ່ບ່ອນນີ້ ຮຽກຮ້ອງໃຫ້ບັນດາສະຫາຍເອົາໃຈໃສ່ໃນການສ້າງພະລາກັບທີ່ ເພື່ອໃຫ້ສາມາດເພິ່ງຕົນເອງກຸ້ມຕົນເອງໃນລະດັບທີ່ແນ່ນອນ.