ຫ້ອງວ່າການ ກະຊວງ ປກສ ໄດ້ປະກາດເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ແລະ ວາທີ ຂຶ້ນ ຮ້ອຍຕີ ໃຫ້ນາຍຕໍາຫຼວດ ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂຕາມລະບຽບ-ກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບ ຈໍານວນ 26 ສະຫາຍ ໃນວັນທີ 9 ກຸມພາ 2022, ປະດັບ ຊັ້ນໂດຍ ພັອ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ມີຄະນະນໍາຫ້ອງວ່າການ, ຫົວໜ້າ-ຮອງກົມ, ພະແນກ, ນາຍຕໍາຫຼວດໄດ້ຮັບການ ເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ, ພັທ ສະໝານ ດວງປັນຍາ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ອ້ອມຂ້າງຫ້ອງວ່າການ ກະຊວງ ປກສ ວ່າ: ອີງຕາມກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ອີງຕາມໜັງສືສະເໜີຂອງຫ້ອງວ່າການສະບັບເລກທີ 2984/ຫວກ, ລົງວັນທີ 20 ກັນຍາ 2021, ຜ່ານການຄົ້ນຄວ້ານໍາສະເໜີຂອງກົມຈັດຕັ້ງພະນັກງານ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຕົກລົງເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ໃຫ້ ນາຍຕໍາຫຼວດອ້ອມຂ້າງຫ້ອງວ່າການ ກະຊວງ ປກສ ຈໍານວນ 13 ສະຫາຍ ຍິງ 6 ສະຫາຍ ແລະ ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍ ຕີ 13 ສະຫາຍ ຍິງ 8 ສະຫາຍ; ໃນນັ້ນ, ມີນາຍຕໍາຫຼວດກົມພົວພັນຕ່າງປະເທດ 4 ສະຫາຍ, ກົມເລຂາ 7 ສະຫາຍ, ກົມ ເສນາທິການ 2 ສະຫາຍ, ກົມບໍລິຫານ 6 ສະຫາຍ, ກົມຄຸ້ມຄອງເອກະສານ 2 ສະຫາຍ, ຫ້ອງການເມືອງ 2 ສະຫາຍ ແລະ ກົມນິຕິກໍາ-ກົດໝາຍ 3 ສະຫາຍ.

ພັອ ອານຸເດດ ຄູນຄໍາ ໄດ້ສະແດງຄວາມຊົມເຊີຍຕໍ່ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ຄັ້ງນີ້, ເຊິ່ງທ່ານໄດ້ກ່າວວ່າ: ການເລື່ອນຊັ້ນໃຫ້ບັນດາສະ ຫາຍ, ແມ່ນສະແດງເຖິງຜົນງານ, ຄວາມຮູ້-ຄວາມສາມາດຂອງບັນດາສະຫາຍທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ນີ້ກໍເປັນການຕອບແທນຈາກການຈັດຕັ້ງ, ພັກ-ລັດ ໃຫ້ບັນດາສະຫາຍ, ບັນດາສະຫາຍເມື່ອໄດ້ຮັບການເລື່ອນຊັ້ນທີ່ໃຫຍ່ຂຶ້ນກວ່າເກົ່າແລ້ວ ກໍຕ້ອງເພີ່ມຄວາມຮັບຜິດຊອບໃນໜ້າທີ່ການເມືອງໃຫ້ຫຼາຍຂຶ້ນ, ມີຄວາມເສຍສະລະ, ກ້າຄິດ, ກ້າຕັດສິນໃຈຕໍ່ໜ້າທີ່ວຽກງານ, ມີການເຕົ້າໂຮມຄວາມສາມັກຄີໃນໝູ່ຄະນະ, ໃຫ້ຄວາມຊ່ວຍ ເຫຼືອເຊິ່ງກັນແລະກັນເພື່ອໃຫ້ກາຍເປັນກ້ອນກໍາລັງທີ່ເຂັ້ມແຂງໃນກໍາລັງປ້ອງກັນຄວາມສະຫງົບຕະຫຼອດໄປ.