ປັດຈຸບັນ, ສະພາບບັນຫາຢາເສຍຕິດໄດ້ແຜ່ລະບາດເປັນວົງກວ້າງ ແຕ່ຕົວເມືອງໄປສູ່ຊົນນະບົດໃນຫຼາຍລະດັບທີ່ແຕກຕ່າງກັນ, ເຂົ້າເຖິງທຸກເພດທຸກໄວ, ທຸກຊັ້ນຄົນໃນສັງຄົມ ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າ-ຊາວຂາຍ, ກຳມະກອນ, ຜູ້ວ່າງງານ ຕະຫຼອດຮອດພະນັກງານ-ລັດຖະກອນຈຳນວນໜຶ່ງ.

ຕາມຂໍ້ມູນເບື້ອງຕົ້ນໃນປັດຈຸບັນ ຍັງມີຜູ້ຕິດຢາເສບຕິດຢູ່ປະເທດເຮົາ ສະເລ່ຍ 9,91% ຂອງພົນລະເມືອງລາວທັງໝົດ. ຕະຫຼອດໄລຍະຜ່ານມາ, ພັກ-ລັດ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານໜຶ່ງທີ່ສຳຄັນ ໂດຍສົມທົບກັບຫຼາຍມາດຕະການເພື່ອແກ້ໄຂ ເຊັ່ນ: ມາດຕະການດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ກົດໝາຍ ແລະ ວິຊາສະເພາະຂອງບັນດາຂະແໜງການທີ່ກ່ຽວຂ້ອງ ແຕ່ບັນຫາດັ່ງກ່າວກໍຍັງມີກຸ່ມຄົນບໍ່ດີ ຍັງຖືເອົາບັນຫາຢາເສບຕິດເປັນຂໍ້ອ້າງໃນການແຊກແຊງພາຍໃນ ດ້ວຍການໂຄສະນາໂຈມຕີ, ໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍການນໍາພາຂອງພັກ ແລະ ການບໍລິຫານຂອງລັດຖະບານ. ດ້ວຍເຫດນັ້ນ, ລັດຖະບານຈຶ່ງຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກບູລິມະສິດ, ຈຳເປັນຮີບດ່ວນ ເຊິ່ງໄດ້ຍົກໃຫ້ເປັນວາລະແຫ່ງຊາດ ເພື່ອສຸມທຸກກຳລັງແຮງລວມເຂົ້າໃສ່ການແກ້ໄຂບັນຫາສຳຄັນຂອງຊາດ ໃນກໍານົດເວລາອັນແນ່ນອນ (ແຕ່ປີ 2021-2023).

ໃນມື້ນີ້ຄໍລຳປະຊາຮ່ວມໃຈຕ້ານໄພຢາເສບຕິດ ໄດ້ນຳເອົາຜົນຮ້າຍ ແລະ ໄພອັນຕະລາຍຂອງຢາບ້າ ມານຳສະເໜີໂດຍອີງຕາມຂໍ້ມູນທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ໄດ້ສັງລວມຈາກເອກະສານຫຼາຍແຫຼ່ງ ແລະ ພຶດຕິກໍາຕົວຈິງຂອງຜູ້ຕິດຢາເສບຕິດ ເປັນຕົ້ນ: ກົດໝາຍ, ວາລະສານ, ປື້ມຄູ່ມືຂອງ ຄະນະກໍາມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກໍາ (UNODC), ຂໍ້ມູນຈາກເວັບໄຊ້ປະເທດອ້າຍນ້ອງ, ເພື່ອນມິດຍຸດທະສາດ, ເພື່ອນບ້ານໃນຂົງເຂດອາຊຽນ (ASEAN).

ຢາເສບຕິດ ແມ່ນສານກະຕຸ້ນ ຫຼື ລະງັບລະບົບປະສາດ ທີ່ໄດ້ມາຈາກພືດທີ່ໃຫ້ສານເສບຕິດ ຫຼື ຈາກການສັງເຄາະເຄມີ, ເມື່ອເສບແລ້ວຈະມີຜົນກະທົບຢ່າງຮຸນແຮງຕໍ່ຮ່າງກາຍ, ຈິດປະສາດ ແລະ ຈະມີຄວາມຕ້ອງການເພີ່ມຂຶ້ນເລື້ອຍໆ. ຢາເສບຕິດມີຜົນຮ້າຍທີ່ເປັນອັນຕະລາຍຕໍ່ຮ່າງກາຍ ແລະ ຊີວິດຂອງຜູ້ເສບ, ເຮັດໃຫ້ບົດບາດ, ກຽດສັກສີ ແລະ ອະນາຄົດຂອງຕົນຕົກຕໍ່າ, ສະໝອງຖືກທໍາລາຍກາຍເປັນບ້າ, ເສຍຈິດ, ໃຊ້ຄວາມຮຸນແຮງ, ທໍາລາຍຊີວິດຂອງຕົນເອງ ແລະ ຜູ້ອື່ນ.

ຢາບ້າ (Amphetamine) ເປັນຢາທີ່ໄດ້ຈາກການສັງເຄາະສານເຄມີ, ເປັນຢາເສບຕິດປະເພດເກືອດຫ້າມ (ໃນດໍາລັດ ເລກທີ 076 ນຍ), ດຳລັດສະບັບນີ້ມີທັງໝົດ 9 ໝວດ, ມີ 50 ມາດຕາ, ຈຸດປະສົງຂອງດຳລັດສະບັບນີ້ ວາງອອກເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍຢາເສບຕິດ ດ້ວຍການຂະຫຍາຍຄວາມບາງເນື້ອໃນທີ່ຈຳເປັນໃຫ້ຄົບຖ້ວນ, ຊັດເຈນ ລວມທັງການອະທິບາຍເນື້ອໃນກົດໝາຍໃຫ້ເຂົ້າໃຈຖືກຕ້ອງ, ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ສະດວກໃນການຈັດຕັ້ງປະຕິບັດ.

ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດປະເພດຢາບ້າ ເມື່ອຄົນທີ່ຮັບສານເສບຕິດປະເພດນີ້ເຂົ້າສູ່ຮ່າງກາຍ ດ້ວຍວີທີສູບ, ດົມ, ກິນ ແລະ ປົນໃສ່ນໍ້າດື່ມ-ເຄື່ອງດື່ມອື່ນໆ ໃນຊ່ວງເວລາທໍາອິດ, ຈະຮູ້ສຶກກ້າຫານ, ມີກໍາລັງແຮງ, ບໍ່ນອນ, ອອກແຮງງານໄດ້ຫຼາຍ ແຕ່ຢາເສບຕິດປະເພດຢາບ້າ ແມ່ນມີຄວາມສ່ຽງສູງ, ຕິດໄວ, ເມື່ອເສບພຽງບໍ່ພໍທໍ່ໃດຄັ້ງ ກໍຈະເກີດອາການຕິດແງ້ນທາງຮ່າງກາຍ, ຄັນຕາມຕົນໂຕ, ບໍ່ຮູ້ສຶກຢາກກິນອາຫານ, ຫ້າວຫັນຜິດປົກກະຕິ, ຄິດວ່າຕົນເອງຍິ່ງໃຫຍ່, ບໍ່ຢ້ານໃຜ, ຕາດໍາໃຫຍ່ຂຶ້ນ, ອາລົມຮຸນແຮງ, ຫງຸດຫງິດ, ທໍາຮ້າຍຕົນເອງ-ຜູ້ອື່ນ, ປາກແຫ້ງ, ເຈັບຫົວ.

ອາການພາຍໃນ: ຫົວໃຈເຕັ້ນຊ້າລົງ ຫຼື ໄວຂຶ້ນ, ຄວາມດັນເລືອດສູງ-ຕໍ່າ, ເຫື່ອອອກຫຼາຍ, ຖອກທ້ອງ, ທ້ອງບິດ, ຕາມົວ, ວິນຫົວ, ຕົນໂຕມຶນ, ຜິວແຫ້ງ, ເປັນໂລກຫົວໃຈ, ເກີດອາການຫຼອນ, ການເສບຕໍ່ເນື່ອງຊໍາເຮື້ອໃນປະລິມານຫຼາຍ ແມ່ນເຮັດໃຫ້ເກີດອາການຊັກ, ປະສາດຫຼອນ, ເປັນບ້າ, ຫົວໃຈວາຍ, ເລືອດບໍ່ໄປລ້ຽງສະໝອງ ແລະ ເສຍຊີວິດໄດ້.

ຢາບ້າ ຍັງມີຄວາມສ່ຽງສູງໃນການຕິດເສບຢ່າງໄວວາ ແລະ ຕ້ອງການເພີ່ມຂຶ້ນເລື້ອຍໆ, ເປັນຢາເສບຕິດທີ່ປິ່ນປົວ, ຮັກສາ, ຟື້ນຟູຄົນຕິດເສບຢາປະເພດນີ້ໄດ້ຍາກທີ່ສຸດ.

ຖ້າບຸກຄົນໃດມີການເຄື່ອນໄຫວຜະລິດ, ຄ້າ-ຂາຍ, ຈໍາໜ່າຍ, ຂົນສົ່ງມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍາຢາບ້າ ຜ່ານ ສປປ ລາວ ເກີນກວ່າ 3 ກິໂລກຣາມຂຶ້ນໄປ ຈະຖືກລົງໂທດປະຫານຊີວິດ ຕາມກົດໝາຍອາຍາ ສະບັບປັບປຸງ ມາດຕາ 146 ຂໍ້ 2 ວັກ 4.

ເມື່ອເຮົາຮັບຮູ້-ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາບ້າເປັນແບບນີ້ແລ້ວ ເຮົາທຸກຄົນໃນທົ່ວສັງຄົມຕ້ອງຮ່ວມຈິດຮ່ວມໃຈກັນເປັນເຈົ້າການ ໃນການເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນການປາບປາມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເກືອດຫ້າມທຸກຮູບການ, ເຮັດເປັນແຕ່ລະໄລຍະເປັນປົກກະຕິ, ຕໍ່ເນື່ອງ, ທັງໝົດນັ້ນ ກໍເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ບັນລຸຕາມເປົ້າໝາຍລັດຖະບານວາງອອກ, ສັງຄົມກໍເປັນຕາໜ້າຢູ່, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບປອດໄພ ແລະ ບ້ານເມືອງກໍຈະມີຄວາມຮຸ່ງເຮືອງສີວິໄລ.