ກົມຕຳຫຼວດລົດໄຟ ກະຊວງ ປກສ ແຈ້ງກ່ຽວກັບຂໍ້ຫ້າມຂອງຜູ້ໂດຍສານທີ່ຈະໃຊ້ບໍລິການລົດໄຟ ລາວ-ຈີນ ໄດ້ອອກແຈ້ງການຈາກກົມຕຳຫຼວດລົດໄຟ ກ່ຽວກັບຂໍ້ຫ້າມຂອງຜູ້ໂດຍສານທີ່ຈະໃຊ້ບໍລິການລົດໄຟ ລາວ-ຈີນ ມີ 5 ຂໍ້ຫ້າມ.

ຜູ້ໂດຍສານທຸກທ່ານທີ່ຈະເດີນທາງຈາກສະຖານີລົດໄຟ ນະຄອນຫຼວງວຽງຈັນ ໄປຫາສະຖານີຕ່າງແຂວງ ແລະ ສະຖານີຕ່າງແຂວງ ທີ່ຈະເດີນທາງເຂົ້າມາສະຖານີນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ:

1) ຫ້າມຜູ້ໂດຍສານນຳອາວຸດເສິກ, ລູກປືນທຸກຊະນິດນຳເຂົ້າສະຖານີ, ຂະບວນລົດໄຟ ເຊັ່ນ: ປືນສັ້ນ, ປືນຍາວ, ປືນກິລາ ແລະ ປືນດັດແປງອື່ນໆ ຫ້າມນຳເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ (ຍົກເວັ້ນພະນັກງານລັດ, ເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານ ຜູ້ທີ່ມີຂໍ້ຕົກລົງແຕ່ງຕັ້ງໄປວຽກທາງລາດຊະການຖືກຕ້ອງຕາມຂັ້ນຕອນຂອງກົດໝາຍເທົ່ານັ້ນ).

2) ຫ້າມຜູ້ໂດຍສານນຳທາດລະເບີດທຸກຊະນິດເຂົ້າສະຖານີ, ຂຶ້ນລົດໄຟ ເຊັ່ນ: ທາດລະເບີດ, ໝາກກະໂພກ, ສາຍ-ດອກໄມ້ໄຟລະເບີດ, ດິນລະເບີດ ແລະ ທາດແຕກອື່ນໆ ຫ້າມນຳເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ.

3) ຫ້າມຜູ້ໂດຍສານນຳທາດເຄມີທຸກຊະນິດເຂົ້າສະຖານີ, ຂຶ້ນລົດໄຟ ເຊັ່ນ: ທາດໄຮໂດຣເຈນ, ເມເທັນ, ເອເທັນ, ບູເຊັ່ນ, ເອທິລິນ, ໂປຣຟີລິນ, ແອຊີຕີລິນຄາບອນມາໂນຊາຍ, ແກັດນໍ້າມັນແຫຼວ, ຟຣອນ, ອົກຊີແຊນ (ຍົກເວັ້ນທາງການແພດ), ນໍ້າມັນແອັດຊັງ, ນໍ້າມັນກະຊວນ ແລະ ທາດແຫຼວໄວໄຟທຸກປະເພດ ຫ້າມຜູ້ໂດຍສານນຳເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ.

4) ຫ້າມຜູ້ໂດຍສານນຳຢາເສບຕິດທຸກປະເພດເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ ເຊັ່ນ: ເຮໂຣອິນ, ເອັມເຝຕາມິນ (ຢາບ້າ), ຢາໄອສ໌, ຢາເຄ, ໂຄເຄນ, ກັນຊາຝິ່ນ ແລະ ຢາເສບຕິດອື່ນໆ.

5) ຫ້າມຜູ້ໂດຍສານນຳເອົາວັດຖຸປາຍແຫຼມ, ມີຄົມທຸກຊະນິດເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ ເຊັ່ນ: ມີດ, ພ້າ, ຄັດເຕີ, ມີດສະໄລ ແລະອື່ນໆ ທີ່ສາມາດເຮັດໃຫ້ຜູ້ອື່ນບາດເຈັບ ແລະ ເສຍຊີວິດ. 

6) ຫ້າມຜູ້ໂດຍສານນຳສັດລ້ຽງ, ສັດປ່າມີຊິວິດ ແລະ ບໍ່ມີຊິວິດທຸກຊະນິດເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ ເຊັ່ນ: ໝາ, ແມວ ແລະ ສັດອື່ນໆ.

7) ຫ້າມຜູ້ໂດຍສານນຳອາຫານທຸກຊະນິດທີ່ມີກິ່ນເໝັນ, ອາຫານທີ່ເປັນນໍ້າທີ່ຈະສ້າງຄວາມບໍ່ສະອາດ, ມີຜົນກະທົບທາງສິ່ງແວດລ້ອມ, ຕໍ່ຜູ້ໂດຍສານຢູ່ໃນສະຖານີ ແລະ ຂະບວນລົດ.

ຂັ້ນຕອນໃນການຈັດຕັ້ງປະຕິບັດບັນດາຂໍ້ຫ້າມโ ເຈົ້າໜ້າທີ່ພະແນກຮັກສາຄວາມປອດໄພ ບໍລິສັດທາງລົດໄຟ ລາວ-ຈີນ ເປັນຜູ້ກວດກາ, ເປັນຜູ້ຄຸມເຄື່ອງເອັກສະເລ ແລະ ເຄື່ອງຈັກອື່ນໆฆ ພາຍຫຼັງກວດພົບເຫັນອາວຸດ, ທາດລະເບີດ, ສານເຄມີ, ຂອງມີຄົມ, ຢາເສບຕິດ ແລະ ເຄື່ອງທີ່ລະບຸໃນຂໍ້ຫ້າມນັ້ນ ແມ່ນຈະໄດ້ເຮັດບົດບັນທຶກມອບໃຫ້ ເຈົ້າໜ້າທີ່ຕຳຫຼວດລົດໄຟ ເປັນຜູ້ກວດກາ, ຄຸ້ມຄອງ ເພື່ອນຳໄປດຳເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງລະບຽບ ແລະ ກົດໝາຍ.

ເຈົ້າໜ້າທີ່ຕໍາຫຼວດ ເປັນຜູ້ຕິດຕາມ, ກວດກາ ແລະ ຄຸ້ມຄອງການປະຕິບັດໜ້າທີ່ຂອງພະນັກງານຮັກສາຄວາມປອດໄພ ໃນການປະຕິດບັດໜ້າທີ່ວຽກງານວິຊາສະເພາະ, ທັງຕິດຕາມກວດກາຜູ້ໂດຍສານທີ່ໃຊ້ບໍລິການລົດໄຟ ໃຫ້ມີຄວາມປອດໄພ ແລະ ມີປະສິດຕິພາບສູງ ເພື່ອຮັບປະກັນທາງດ້ານວຽກງານວິຊາສະເພາະຂອງເຈົ້າໜ້າທີ່ຕຳຫຼວດ.

ເຈົ້າໜ້າທີ່ຮັກສາຄວາມປອດໄພ ບໍລິສັດທາງລົດໄຟ ລາວ-ຈີນ ແລະ ເຈົ້າໜ້າທີ່ຕຳຫຼວດລົດໄຟ ໃຫ້ປະສານສົມທົບກັນຕິດຕາມກວດກາບັດປະຈໍາຕົວ, ພາດສະປອດ, ບຸກຄົນທີ່ມີບັນຊີກໍ່ການກະທຳຜິດທາງອາຍາ ແລະ ທາງແພ່ງ ຕາມໝາຍຈັບຂອງສານ, ໄອຍະການ ຕາມການຊີ້ນຳຂອງເຈົ້າໜ້າທີ່ຂັ້ນສູງຂອງ ກະຊວງ ປກສ, ເມື່ອກວດພົບເຫັນ ມອບເຈົ້າໜ້າທີ່ຕຳຫຼວດລົດໄຟ ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ປະຕິບັດຕາມຂັ້ນຕອນຂອງກົດໝາຍ.

ວັດຖຸເຄື່ອງຂອງກາງທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພ ຂອງບໍລິສັດລົດໄຟ ລາວ-ຈີນ ແລະ ເຈົ້າໜ້າທີ່ຕໍາຫຼວດລົດໄຟ ກວດພົບທີ່ຜູ້ໂດຍສານນຳເຂົ້າສະຖານີ ແລະ ຂຶ້ນຂະບວນລົດໄຟ, ບັນດາວັດຖຸ ແລະ ເຄື່ອງເກືອດຫ້າມ ທີ່ກວດພົບເຫັນ ມອບໃຫ້ຕຳຫຼວດລົດໄຟເປັນຜູ້ປົກປັກຮັກສາ ແລະ ນຳໄປສືບສວນ-ສອບສວນຕາມລະບຽບກົດໝາຍ.