ໃນປີ 2021, ກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະດ້ວຍຄວາມຫ້າວຫັນ ແລະ ມີຜົນສໍາເລັດ ເປັນຕົ້ນແມ່ນວຽກງານສຶກສາອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ໂດຍໄດ້ມີການສຶກສາອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ປະຈໍາໄຕມາດ ແລະ ຈັດ ຕັ້ງຮຽນລະບຽບໃຫ້ເຂົາເຈົ້າ; ຜ່ານການສຶກສາອົບຮົມ ເຮັດໃຫ້ນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງຈໍານວນຫຼາຍຕັ້ງໃຈຝຶກຝົນຫຼ່ໍຫຼອມຕົນເອງກັບຕົວກັບໃຈເປັນຄົນດີ ຈົນໄດ້ຮັບນະໂຍບາຍປ່ອຍຕົວອອກໄປສູ່ສັງຄົມຈໍານວນ 1.415 ຄົນ.

ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸມຂັງ-ດັດສ້າງ ປະຈໍາ ປີ 2021 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈໍາປີ 2022 ໃນລະຫວ່າງວັນທີ 10-11 ກຸມພາ 2022 ຂອງກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ, ເປັນປະທານໂດຍ ພົຈວ ສົມລິດ ດາວຮຸ່ງ ສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ພະແນກ, ຄ້າຍ ແລະ ແຂກຮັບເຊີນເຂົ້າຮ່ວມ; ພັອ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ຜ່ານບົດສະຫຼຸບວຽກງານສຶກສາອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ແມ່ນໄດ້ຈັດຕັ້ງປະຕິບັດປະຈໍາໄຕມາດ ແລະ ຈັດຕັ້ງການຮຽນລະບຽບໃຫ້ນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງໄດ້ຫຼາຍພັນເທື່ອຄົນ; ຜ່ານການສຶກສາອົບຮົມເຮັດໃຫ້ນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງສ່ວນຫຼາຍມີແນວຄິດ ອຸ່ນອຽນທຸ່ນທ່ຽງ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ, ທັງປະກອບສ່ວນເຂົ້າໃນການພັດທະນາຄ້າຍ ແລະ ມີຈໍານວນບໍ່ໜ້ອຍໄດ້ຮັບການປ່ອຍຕົວອອກສູ່ສັງຄົມກາຍເປັນພົນລະເມືອງດີ, ບໍ່ກັບໄປເຄື່ອນໄຫວກະທໍາຜິດອີກ. ສະແດງອອກຜ່ານການກວດກາເກັບກໍາຂໍ້ມູນ ເຫັນວ່າຈໍານວນ ນັກໂທດ, ຜູ້ຖືກດັດສ້າງທີ່ໄດ້ຮັບການປ່ອຍຕົວຢູ່ບັນດາຄ້າຍທີ່ຂຶ້ນກັບກົມຕໍາຫຼວດຄຸມຂັງ-ດັດສ້າງ ປີ 2021 ມີທັງໝົດ 1.415 ຄົນ; ໃນນີ້, ມີນັກໂທດ 647 ຄົນ, ຜູ້ຖືກດັດສ້າງ 768 ຄົນ, ເຊິ່ງພາຍຫຼັງອອກໄປສູ່ສັງຄົມເປັນພົນລະເມືອງດີ ຈໍານວນ 1.377 ຄົນ, ກວມເອົາ 97,31% ແລະ ກັບຄືນມາກະທໍາຜິດອີກ 38 ຄົນ ກວມເອົາ 2,68%.

ທິດທາງແຜນການໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈະສືບຕໍ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບປັບປຸງຫັນເອົາການຄຸ້ມຄອງນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງໃຫ້ເຂົ້າສູ່ລະບົບ, ມີລະບຽບວິໄນເຂັ້ມງວດ, ແຕ່ລະອາທິດຕ້ອງມີການດໍາເນີນສໍາຫຼວດກວດກາ, ຕີລາຄາຈັດແບ່ງປະເພດ 1, 2, 3 ໃຫ້ເຂົາເຈົ້າ, ສຸມໃສ່ຄົ້ນຄວ້ານະໂຍບາຍຕໍ່ກັບນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ຕາມແນວທາງນະໂຍບາຍດ້ານມະນຸດສະທໍາຂອງພັກ, ກົດໝາຍຂອງລັດ ເປັນຕົ້ນແມ່ນການຄົ້ນຄວ້າສະເໜີອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວໂດຍມີກໍານົດເງື່ອນໄຂ.