ກອງປະຊຸມສະຫຼຸບຜົນສໍາເລັດວຽກງານປ້ອງກັນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ 5 ປີ (2016-2021) ໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2022 ທີ່ແຂວງຫຼວງພະບາງ, ເຂົ້າຮ່ວມໂດຍ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ພ້ອມທັງມີຄະນະນໍາ ປກຊ-ປກສ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະຊີ້ນໍາປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ຄະນະພັກ-ຄະນະບັນຊາກອງພົນທີ 1, ກອງພົນທີ 3, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ຫຼວງນໍ້າທາ, ວຽງຈັນ, ອຸດົມໄຊ ແລະ ຫຼວງພະບາງ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນກອງປະຊຸມ, ພົຕ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນໍາການປ້ອງກັນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ:

ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເປັນເສັ້ນທາງແຫ່ງມິດຕະພາບ ແລະ ເປັນບູລິມະສິດຂອງລັດຖະບານ ລາວ-ຈີນ, ໃຫ້ຄວາມສຳຄັນນອນໃນຂໍ້ລິເລີ່ມຍຸດທະສາດໜຶ່ງແລວໜຶ່ງເສັ້ນທາງ ໃນອາຊີຕາເວັນອອກສຽງໃຕ້, ເປັນໂຄງການລົງທຶນຂະໜາດໃຫຍ່ທີ່ຫຼາຍປະເທດໃນໂລກມີຄວາມສົນໃຈ, ໃນວຽກງານປ້ອງກັນ ຄະນະຊີ້ນໍາ ແລະ ອະນຸກຳມະການ ຖືເປັນບັນຫາສຳຄັນ ໄດ້ລົງໃກ້ສິດຕິດແທດກັບກໍາລັງຫຼວງ-ກໍາລັງທ້ອງຖິ່ນ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບຢູ່ແຕ່ລະຈຸດ ຈຶ່ງເຮັດໃຫ້ວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ມີຜົນສຳເລັດ.

ໄລຍະ 5 ປີ ທີ່ຜ່ານມາ, ສາມາດສະກັດກັ້ນ, ທັບມ້າງກົນອຸບາຍທໍາລາຍມ້າງເພຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ຮັກສາໄດ້ຄວາມສະຫງົບ-ປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ເຂດກໍ່ສ້າງຕ່າງໆ ເຮັດສຳເລັດຕາມຄາດໝາຍທີ່ໄດ້ກໍານົດ, ບັນດາກຳລັງຫຼວງ-ກໍາລັງທ້ອງຖິ່ນ ໄດ້ເປັນເຈົ້າການເຮັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງໃນການປ້ອງກັນ, ສະກັດກັ້ນ ແລະ ມີແບບແຜນວິທີເຮັດວຽກ, ມີສະຕິກຽມພ້ອມສູ້ຮົບ, ມີຄວາມຫ້າວຫັນ, ມີນໍ້າໃຈອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ປະສານສົມທົບກັບກໍາລັງ ປກສ ເຄື່ອນໄຫວປ້ອງກັນຈຸດສໍາຄັນຕ່າງໆຕະຫລອດ 24 ຊົ່ວໂມງ ແລະ ມອບໝາຍໜ້າທີ່ຢ່າງລະອຽດຈະແຈ້ງ, ແບ່ງຂອບເຂດຄວາມຮັບຜິດຊອບ ການເຄື່ອນໄຫວຂອງສອງກໍາລັງ ບົນພື້ນຖານຮັບປະກັນຄວາມສະຫງົບປອດໄພ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ໄດ້ຮັບການຍ້ອງຍໍປະເພດຕ່າງໆດັ່ງນີ້:

  • ປະດັບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ 1 ກົມກອງລວມໝູ່
  • ຊັ້ນ II 15 ກົມກອງ, ບຸກຄົນ 54 ສະຫາຍ
  • ຊັ້ນ III 19 ກົມກອງ, ບຸກຄົນ 241 ສະຫາຍ
  • ໃບຍ້ອງຍໍ ກະຊວງປ້ອງກັນປະເທດ 5 ກົມກອງ, ບຸກຄົນ 452 ສະຫາຍ
  • ໃບຍ້ອງຍໍ ກົມໃຫຍ່ການເມືອງກອງທັບ 571 ສະຫາຍ ຢ່າງສົມກຽດ

ໂອກາດນີ້, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງເນັ້ນໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ເອົາໃຈໃສສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໃຫ້ປະຊາຊົນບັນດາເຜົ່າເຂົ້າໃຈແຈ້ງຕໍ່ແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ ເປັນໜ້າທີ່ຂອງໝົດທຸກຄົນ, ສຸມໃສ່ວຽກງານປ້ອງກັນເສັ້ນທາງລົດໄຟ ໃຫ້ມີຄວາມປອດໄພຢູ່ແຕ່ລະຈຸດສໍາຄັນຕ່າງໆ ປະສານສົມທົບລະຫວ່າງ ກໍາລັງ ປກຊ-ປກສ, ທ້ອງຖິ່ນກັບທ້ອງຖິ່ນໃຫ້ໜັກແໜ້ນ ພ້ອມທັງຈັດຕັ້ງກໍາລັງປ້ອງກັນຢ່າງລະອຽດ ແລະ ມີແຜນການ ເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ ການຄຸ້ມຄອງເສັ້ນທາງລົດໄຟ ລາວ-ຈີນ.