ໃນປີ 2021, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ( 315 ) ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ກວດ ພົບການລັກລອບປູກຝິ່ນຂອງປະຊາຊົນຢູ່ 8 ແຂວງພາກເໜຶືອ ມີ 156 ຈຸດພົບ ເຫັນສວນຝິ່ນ ຈໍານວນ 1.278 ຕອນ ທັງໝົດຖືກເຈົ້າໜ້າທີ່ທໍາລາຍຖິ້ມ. ຂໍ້ມູນດັ່ງກ່າວ ເປີດເຜີຍໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2021 ຄັ້ງວັນທີ 18 ກຸມພາ 2022 ໂດຍມີ ພົຕ ຄໍາກິ່ງ ຜຸຍ ຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີຫົວ ໜ້າ ແລະ ພະນັກງານ-ນັກຮົບຫ້ອງການ 315 ເຂົ້າຮ່ວມ.

ພັທ ວົງໄຊ ພັນທະວົງ ຮອງຫົວໜ້າຫ້ອງການ 315 ຜ່ານບົດສະຫຼຸບວ່າ: ໃນປີຜ່ານມາ, ຫ້ອງການ 315 ໄດ້ສົມທົບກັບພະແນກໄດ້ນໍາເອົາລະບຽບກົດໝາຍ ລົງເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນຢ່າງຕໍ່ເນື່ອງ ເພື່ອໃຫ້ຢຸດເຊົາການລັກລອບປູກຝິ່ນ-ຄັນຊາ ແຕ່ກໍຍັງພົບເຫັນພໍ່-ແມ່ປະຊາຊົນຈໍານວນໜຶ່ງມີການລັກລອບປູກ ໂດຍສະເພາະໄດ້ລົງສໍາຫຼວດເນື້ອທີ່ການລັກລອບປູກຝິ່ນຢູ່ 8 ແຂວງພາກເໜືອ 156 ຈຸດ ພົບເຫັນສວນຝິ່ນ 1.278 ຕອນມີ ເນື້ອທີ່ 901 ເຮັກຕາ, ລົງທໍາລາຍສວນ ຝິ່ນ 569 ເຮັກຕາ ແລະ ທໍາລາຍສວນຄັນຊາ ຈໍານວນ 4,2 ເຮັກຕາ ພ້ອມທັງເຮັດບົດບັນທຶກຢຸດເຊົາການປູກຝິ່ນ ຈໍານວນ 12.856 ຄອບຄົວ.

ນອກນັ້ນ, ຍັງໄດ້ເກັບກໍາສະຖິຕິຜູ້ທີ່ມີຄວາມສ່ຽງຕິດຢາເສບຕິດໃນທົ່ວປະເທດ ມີປະມານ 65.000 ຄົນ, ເກັບກໍາສະຖິຕິໃນ 13 ສູນທົ່ວປະເທດ ມີຜູ້ເຂົ້າຮັບການບໍາບັດປິ່ນປົວທັງໝົດ 4.978 ຄົນ ຍິງ 160 ຄົນ, ປິ່ນປົວດີແລ້ວກັບບ້ານ 2.806 ຄົນ ຍິງ 112 ຄົນ, ມີໜ້າປິ່ນປົວຕົວຈິງ ຈໍານວນ 2.172 ຄົນ ຍິງ 48 ຄົນ; ສໍາລັບວຽກງານບໍລິການ ແລະ ໃຫ້ຄໍາປຶກສາຜູ້ຕິດຢາເສບຕິດຂັ້ນຊຸມຊົນຢູ່ໂຮງໝໍ 28 ແຫ່ງ ມີຜູ້ທີ່ຕິດຢາເສບຕິດເຂົ້າປິ່ນປົວ ແລະ ໃຫ້ຄໍາປຶກສາ ຈໍານວນ 501 ຄົນ ແລະ ພໍ່-ແມ່ມາໃຫ້ຄໍາປຶກສາ ຈໍານວນ 317 ຄົນ. ສ່ວນວຽກງານອື່ນໆ ກໍເຫັນວ່າສໍາເລັດຕາມລະດັບຄາດໝາຍທີ່ຂັ້ນເທິງມອບໝາຍໃຫ້ 100%.

ຄຽງຄູ່ກັນນີ້, ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ; ໃນນັ້ນ, ໄດ້ເຂົ້າຮ່ວມໃນການຮ່າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ພ້ອມທັງຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວ ໄປຕາມວຽກງານຈຸດສຸມ 6 ວຽກ ແລະ ການປະຕິບັດຕາມກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍຢາເສບຕິດ, ນິຕິກໍາ, ດໍາລັດ, ມະຕິ, ຄໍາສັ່ງ ແລະອື່ນໆ; ເຂົ້າຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນຜົນການລົງຊຸກຍູ້ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດລຽບຕາມຊາຍແດນ, ເຄື່ອນໄຫວໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດຢູ່ຕາມສະຖານທີ່ ຕ່າງໆ, ສົມທົບກັບຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າອອກແບບຄໍາຂວັນ 8 ຄໍາຂວັນ, ແຜ່ນພັບ-ໂພສເຕີ 2 ຮູບ, ແຕ້ມຮູບ ເພື່ອເຮັດປ້າຍຂະໜາດໃຫຍ່ 7 ຮູບ ແບບ, ສ້າງສະປອດໂຄສະນາ 2 ເລື່ອງ, ສ້າງລະຄອນ-ບົດເພງ 3 ບົດ, ລົງກວດກາຈຸດຕິດຕັ້ງປ້າຍແອວອີດີ 6 ຈຸດ, ອອກແບບປຶ້ມຄູ່ມືວຽກງານໂຄສະນາ, ປຶ້ມວາລະແຫ່ງຊາດ ແລະ ປຶ້ມກົດໝາຍ ວ່າດ້ວຍຢາເສບຕິດ.

ໃນຕອນທ້າຍ, ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ຖືເອົາໂອກາດນີ້ ຍ້ອງຍໍຊົມເຊີຍຜົນງານນາຍ ແລະ ພົນຕໍາຫຼວດຂອງຫ້ອງການ 315 ທີ່ຍາດມາໄດ້ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ການເມືອງ, ສໍາລັບວຽກງານວິຊາສະເພາະແມ່ນເພີ່ມທະວີໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດລົງສູ່ທ້ອງຖິ່ນປະຊາຊົນຢ່າງຕໍ່ເນື່ອງ-ກວ້າງຂວາງ ເພື່ອແນ່ໃສ່ໃຫ້ເຂົາໃຈຮູ້ໄດ້ຜົນຮ້າຍ ແລະ ອັນຕະລາຍທີ່ເກີດຈາກຢາເສບຕິດ, ທັງສຸມໃສ່ກວດກາຈຸດທີ່ປະຊາຊົນລັກລອບປູກນໍາໄປສູ່ການທໍາລາຍຖິ້ມໄປຄວບຄູ່ກັບການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.