ໃນວັນທີ 28 ກຸມພາ 2022, ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມປຶກສາຫາລືການຕິດຕັ້ງປ້າຍໂຄສະນາ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຢາເສບຕິດ ເພື່ອໃຫ້ສັງຄົມຮັບຮູ້ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດໄດ້ຢ່າງທົ່ວເຖິງ, ໂດຍການເຂົ້າຮ່ວມຂອງ ພົຈວ ສົມຈັນ ແກ້ວຈັນດາ ຫົວໜ້າ ປກສ ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

+ ພັອ ສອນພະຈັນ ທໍາມະວົງ ຫົວໜ້າກົມໂຄສະນາອົມຮົມ ກົມໃຫຍ່ການເມືອງ ປກສ ຄະນະອະນຸກໍາມະການໂຄສະນາອົບຮົມ ແລະ ປັບປຸງກົນຈັກການຈັດຕັ້ງ ສະເໜີຈຸດປະສົງວ່າ:

ໄດ້ປຶກສາກໍານົດຕິດຕັ້ງປ້າຍໂຄສະນາ ແລະ ຄໍາຂວັນຕາມຈຸດຕ່າງໆ ເປັນຕົ້ນແມ່ນ ປ້າຍຂ້າມທາງ, ຕິດປ້າຍໃນຊຸມຊົນ, ຈຸດທາງ 3 ແຍກ, 4 ແຍກ ແລະ ສໍານັກງານອົງການຈັດຕັ້ງ ພາຍໃນແຂວງຫຼວງພະບາງ ໃຫ້ມີຄວາມຖືກຕ້ອງສອດຄ່ອງ, ສາມາດເຂົ້າເຖິງໄດ້ ເພື່ອໃຫ້ທຸກຄົນໃນສັງຄົມຮັບຮູ້ຜົນຮ້າຍ, ຄວາມອັນຕະລາຍຂອງຢາເສບຕິດ ແລະ ພ້ອມກັນເປັນເຈົ້າການຈັດຕັ້ງຢ່າງແຂງແຮງ; ເຊິ່ງໃນກອງປະຊຸມ ພາກສ່ວນກ່ຽວຂ້ອງ ໄດ້ເຫັນດີຕິດຕັ້ງປ້າຍຕາມທີ່ກໍານົດໄວ້.

ໂອກາດນີ້, ພົຈວ ສົມຈັນ ແກ້ວຈັນດາ ກໍໄດ້ເນັ້ນທຸກພາກສ່ວນ ຮ່ວມມືປະສານກົມກຽວຫັນເປັນແຜນອັນລະອຽດ ພ້ອມທັງປຸກລະດົມທຸກພາກສ່ວນໃນສັງຄົມ ເປັນເຈົ້າການໃນວາລະແຫ່ງຊາດວ່າດ້ວຍ ການແກ້ບັນຫາໄຂຢາເສບຕິດ.