ພາຍຫຼັງທີ່ ສະພາແຫ່ງຊາດ ໄດ້ຮັບຮອງເອົາ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ແຕ່ລະສໍານັກງານນັບທັງສູນກາງລົງຮອດ ທ້ອງຖິ່ນ ກໍໄດ້ເອົາໃຈໃສຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ, ໃນນີ້ ກອງບັນຊາການ ປກສ ເມືອງທ່າແຂກ ແຂວງຄໍາມ່ວນ ກໍເປັນອີກພາກສ່ວນໜຶ່ງທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍວາລະດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ ໂດຍໄດ້ນໍາເອົາບັນດາເນື້ອໃນຕ່າງໆລົງໄປເຜີຍແຜ່ໃຫ້ບັນດາພະນັກງານ, ການນຳຂັ້ນເມືອງ, ພະນັກງານນັກຮົບພາຍໃນ ກອງບັນຊາການ ປກສ ເມືອງ, ປຸກລະດົມໃຫ້ການຈັດຕັ້ງ, ອຳນາດການປົກຄອງ, ເຈົ້າໜ້າທີ່, ພະນັກງານ-ທະຫານ-ຕຳຫຼວດ ຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບການປະຕິບັດວາລະແຫ່ງຊາດ ຕະຫຼອດຮອດພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ພ້ອມທັງເປັນການຊ່ວຍໜູນເຈົ້າໜ້າທີ່ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອໃຫ້ບັນຫາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນ ບັນຫາຢາເສບຕິດ ຢູ່ພາຍໃນເທດສະບານ ເມືອງທ່າແຂກ ຫຼຸດລົງຢ່າງຈະແຈ້ງ.

+ ພັທ ພົມມາລາ ບົວລະພາ ຫົວໜ້າກອງບັນຊາການ ປກສ ເມືອງທ່າແຂກ ໄດ້ໃຫ້ສໍາພາດກ່ຽວກັບ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ພາຍໃນເທດສະບານເມືອງທ່າແຂກ ວ່າ:

ພາຍຫຼັງທີ່ ແຂວງຄຳມ່ວນ ໄດ້ເປີດກອງປະຊຸມຈັດຕັ້ງເຊື່ອມຊຶມກ່ຽວກັບ ວາລະແຫ່ງຊາດ ແລ້ວ ກໍໄດ້ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ເພື່ອນຳມາຈັດຕັ້ງເຜີຍແຜ່ເຊື່ອມຊຶມຢູ່ຂັ້ນເມືອງ ໂດຍສະເພາະໃນການຈັດຕັ້ງໂຄສະນາເຜີຍແຜ່ໃຫ້ບັນດາພະນັກງານ, ການນຳຂັ້ນເມືອງ, ພະນັກງານ-ນັກຮົບ ພາຍໃນ ກອງບັນຊາການ ປກສ ເມືອງ, ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດນີ້ ສິ່ງສຳຄັນພວກເຮົາຕ້ອງໄດ້ເພີ່ມທະວີໃນການໂຄສະນາປຸກລະດົມໃຫ້ການຈັດຕັ້ງ, ອຳນາດການປົກຄອງ, ເຈົ້າໜ້າທີ່, ພະນັກງານ-ທະຫານ-ຕຳຫຼວດ ຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບການປະຕິບັດ ວາລະແຫ່ງຊາດ, ໃນການຈັດຕັ້ງປະຕິບັດຕົວຈິງຂອງເຈົ້າໜ້າທີ່ພວກເຮົາ ໂດຍສະເພາະແມ່ນຂອດການປະສານສົບທົບລະຫວ່າງເຈົ້າໜ້າທີ່ຂັ້ນເມືອງ ສົມທົບກັບຂັ້ນແຂວງ ແລະ ອໍານາດການປົກຄອງ ພ້ອມກັນແກ້ໄຂເລື່ອງບັນຫາການປະຕິບັດ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ.

ຕະຫຼອດໄລຍະຜ່ານມາ, ໃນນາມເມືອງທ່າແຂກ ພາຍຫຼັງທີ່ ສະພາແຫ່ງຊາດ ໄດ້ຮັບຮອງເອົາ ວາລະແຫ່ງຊາດ, ກອງບັນຊາການ ປກສ ເມືອງທ່າແຂກ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແກ້ໄຂເລື່ອງບັນຫາຢາເສບຕິດຜ່ານມາ ແມ່ນໄດ້ຫຼາຍລາຍພໍສົມຄວນ, ໄດ້ມ້າງລາຍຄະດີການຄ້າຂາຍ-ຂົນສົ່ງກັນຊາອັດແທ່ງ ຢູ່ຈຸດແຄມແມ່ນໍ້າຂອງທີ່ຈະນຳຂ້າມໄປຂາຍຕໍ່ທີ່ປະເທດເພື່ອນບ້ານ, ເຈົ້າໜ້າທີ່ພວກເຮົາສາມາດຢືດຂອງກາງກັນຊາໄດ້ 350 ກິໂລກຼາມ ແລະ ໄດ້ເອົາໃຈໃສ່ຢ່າງຈິງຈັງຕໍ່ກັບບັນຫາການຄ້າຂາຍ, ຂົນສົ່ງຢາເສບຕິດປະເພດຢາບ້າ ສາມາດມ້າງໄດ້ 100 ກວ່າເລື່ອງ, ຈັບຜູ້ຕ້ອງຫາໄດ້ຈຳນວນໜຶ່ງ ພ້ອມຂອງກາງຢາບ້າ 39.150 ເມັດ; ເຊິ່ງໃນວັນທີ 30 ມັງກອນ 2022 ຜ່ານມາ, ສາມາດມ້າງລາຍຄະດີຢາເສບຕິດໄດ້ 1 ລາຍ ພ້ອມຂອງກາງຢາບ້າ 32 ພັນກວ່າເມັດ. ຈາກເຫດການດັ່ງກ່າວ ມັນເປັນຜົນງານທີ່ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂບັນຫາຢາເສບຕິດ.

ສະນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວນີ້ ກາຍເປັນພາລະໜ້າທີ່ຂອງທົ່ວປວງຊົນຮອບດ້ານ ຂ້າພະເຈົ້າຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ຈະຕ້ອງໄດ້ມີສ່ວນຮ່ວມກັບອົງການເຈົ້າໜ້າທີ່ພວກເຮົາ ເພື່ອພ້ອມກັນແກ້ໄຂເລື່ອງບັນຫາຢາເສບຕິດນີ້ ໃຫ້ລຸດນ້ອຍຖອຍລົງ ແລະ ອອກຈາກບ້ານເມືອງຂອງພວກເຮົາ ໂດຍສະເພາະກໍແມ່ນ ໃນຂອບເຂດເທດສະບານ ເມືອງທ່າແຂກ ເພື່ອໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.