ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປະຈໍາປີ 2022 ໃນວັນທີ 2 ມີນາ ຜ່ານມາ, ເປັນປະທານໂດຍ ພັທ ອໍາໄພ ສໍສະຫວັນແສງ ຫົວໜ້າຫ້ອງຕໍາຫຼວດ, ມີ ພັທ ກອງແກ້ວ ສິງມີໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີພະນັກງານ-ນັກຮົບ ຫ້ອງຕໍາຫຼວດ, ຜູ້ແທນບັນດາເມືອງ 5 ເມືອງ 1 ເຂດ ເຂົ້າຮ່ວມ.

ພັທ ນາງ ມາລີຈັນ ແກ້ວມະນີວົງ ຮອງຫົວໜ້າຫ້ອງຕໍາຫຼວດ ໃຫ້ຮູ້ວ່າ:

ໃນ 1 ປີ ຜ່ານມາ, ຫົວໜ້າຄະນະຫ້ອງ ໄດ້ເອົາໃຈໃສ່ຊີ້ນຳ-ນໍາພາວຽກງານການເມືອງ ນຳພາ-ແນວຄິດໃຫ້ແກ່ພະນັກງານ-ນັກຮົບ ຕິດພັນກັບ ການຈັດຕັ້ງເຜີຍແຜ່ມະຕິຄໍາສັ່ງ, ລະບຽບກົດໝາຍ, ບັນດາເອກະສານມູນເຊື້ອຕ່າງໆ, ວຽກງານຂາເຂົ້າ-ຂາອອກ 1.684 ສະບັບ, ສຳນວນ-ສໍາເນົາເອກະສານ 268 ສະບັບ, ຮັບສົ່ງແຟັກ 120 ສະບັບ ແລະ ສ່ອງແສງລາຍງານສະພາບໃຫ້ຂັ້ນເທິງເປັນປົກກະຕິ 1 ປີ ຜ່ານມາ.

ວຽກງານຕໍາຫຼວດ ມີຄະດີອາຍາເກີດຂຶ້ນທັງໝົດ 6 ເລື່ອງ ຜູ້ຖືກຫາ 7 ຄົນ, ຕ່າງປະເທດ 1 ຄົນ, ຮັບຄໍາຮ້ອງຕ່າງໆ 33 ເລື່ອງ, ມີຄະດີຄ້າມະນຸດເກີດຂື້ນ 37 ເລື່ອງ, ກັກຕ້ອງຫາທັງໝົດ 69 ຄົນ ຍິງ 20 ຄົນ (ຄົນຕ່າງປະເທດ 3 ຄົນ).

ວຽກງານສືບຂ່າວອາຍາ ມີທັງໝົດ 146 ເລື່ອງ, ມ້າງໄດ້ຄະດີ 80 ເລື່ອງ, ຕ້ອງຫາ 101 ຄົນ ຍິງ 4 ຄົນ, ຜົນເສຍຫາຍທັງໝົດ 127. 241.000 ກີບ, ລົດຈັກ 19 ຄັນ, ໂທລະສັບ 11 ເຄື່ອງ, ສາຍຫັດເງິນ 1 ເສັ້ນ.

ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ມີຄະດີເກີດຂຶ້ນທັງໝົດ 188 ເລື່ອງ ຜູ້ຖືກຫາ 237 ຄົນ ຍິງ 36 ຄົນ, ຄົນຕ່າງປະເທດ 2 ຄົນ, ຢຶດຂອງກາງຢາບ້າ ຈຳນວນ 6.309.680 ເມັດ, ຢາຝິ່ນ 36.147 ກິໂລກຼາມ, ຢາໄອສ໌ 38 ກຼາມ ແລະ ເຮໂຣອິນອັດແທ່ງ 2 ແທ່ງ ແລະອື່ນໆ.

ວຽກງານຕຳຫຼວດຈະລາຈອນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 329 ເລື່ອງ, ໃນນີ້ເກີດຢູ່ບັນດາເມືອງ 220 ເລື່ອງ, ພາຫະນະເປ່ເພທັງໝົດ 555 ຄັນ, ໃຊ້ການບໍ່ໄດ້ 21 ຄັນ, ສົມຄວນ 168 ຄັນ, ເປ່ເພເລັກນ້ອຍ 366 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 646 ຄົນ, ບາດເຈັບສາຫັດ 64 ຄົນ, ເສຍຊິວິດ 15 ຄົນ, ສົມຄວນ 134 ຄົນ, ບາດເຈັບເລັກນ້ອຍ 433 ຄົນ ມູນຄ່າເສຍຫາຍທັງໝົດ 4.983.050.000 ກີບ.

ພັທ ກອງແກ້ວ ສິງມີໄຊ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ໄດ້ເໜັ້ນໜັກຕໍ່ກັບບັນຫາຢາເສບຕິດ ທີ່ນັບມືນັບຂະຫຍາຍຕົວ ໂດຍສະເພາະແມ່ນ ກຸ່ມແກ້ງໄວລຸ້ນທີ່ກໍາລັງຢາກຮູ້ຢາກລອງ, ຖືກໃຊ້ເປັນເຄື່ອງມືຂອງກຸ່ມຄ້າຂາຍຢາເສບຕິດ; ພ້ອມດຽວກັນນີ້, ຍັງໄດ້ກ່າວຕໍ່ຜູ້ທີ່ເຮັດວຽກງານວິຊາສະເພາະ ໃຫ້ເອົາໃຈໃສ່ຕິດຕາມກຸ່ມແກ້ງຕົວະຍົວະໂກງຊັບພົນລະເມືອງ ແລະ ບັນຫາອື່ນໆ.