ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທົບກັບ ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມສໍາມະນາວິທະຍາສາດພາຍໃຕ້ຫົວຂໍ້: “ ເເນວຄິດໄກສອນພົມວິຫານ ກ່ຽວກັບ ການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມຢູ່ປະເທດເຮົາ ” ໃນວັນທີ 14 ມີນາ 2022, ໂດຍມີ ທ່ານ ປອ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ, ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບ ການຄົ້ນຄວ້າແນວຄິດໄກສອນພົມວິຫານ ພ້ອມດ້ວຍບັນດາສະຫາຍນັກວິທະຍາສາດ, ນັກຄົ້ນຄວ້າ ແລະ ພະນັກງານການນໍາຫຼັກແຫຼ່ງຂອງບັນດາກະຊວງ, ສໍານັກງານ ແລະ ອົງການຕ່າງໆ ເຂົ້າຮ່ວມ.

+ ໃນກອງປະຊຸມ, ທ່ານ ປອ ຄໍາພັນ ເຜີຍຍະວົງ ໄດ້ກ່າວວ່າ:

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຜັນຂະຫຍາຍມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍ ການຄົ້ນຄວ້າແນວຄິດໄກສອນພົມວິຫານ ແລະ ເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ເເລະ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ, ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃຫ້ປະກົດຜົນເປັນຈິງ. 

ພ້ອມນີ້, ທ່ານໄດ້ເນັ້ນໜັກແນວຄິດໄກສອນພົມວິຫານ ກ່ຽວກັບ ການປະຕິວັດຊາດ ປະຊາທິປະໄຕ ໄດ້ຢືນຢັນໃຫ້ເຫັນເຖິງຄຸນລັກສະນະທາດແທ້, ຈຸດໝາຍບາດກ້າວເດີນຂອງ ການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ, ຊີ້ໃຫ້ເຫັນກ່ຽວກັບຈຸດໝາຍ ການປະຕິວັດຊາດ ປະຊາທິປະໄຕ ແມ່ນການສະແດງອອກເຖິງການເຊີດຊູ ແລະ ເສີມຂະຫຍາຍ ລະບອບປະຊາທິປະໄຕ ພາຍໃຕ້ການນໍາພາຂອງພັກຊົນຊັ້ນກໍາມະກອນ ຕາມທິດກ້າວຂຶ້ນສັງຄົມນິຍົມ.                     

+ ປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ:

“ ລັກສະນະຂອງການປະຕິວັດເຮົາ ແມ່ນການປະຕິວັດຊາດ-ປະຊາທິປະໄຕ ໂດຍແມ່ນພັກຊົນຊັ້ນກໍາມະກອນເປັນຜູ້ນໍາພາ, ຈຸດໝາຍຂອງມັນບໍ່ແມ່ນຢຸດຢູ່ເອກະລາດແຫ່ງຊາດ, ປະຊາທິປະໄຕ ເທົ່ານັ້ນ; ຫາກແມ່ນຕ້ອງນໍາເອົາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມໂດຍກົງ ໂດຍບໍ່ຜ່ານໄລຍະການຂະຫຍາຍຕົວຂອງທຶນນິຍົມ ”

ປະທານ ໄກສອນ ພົມວິຫານ ໄດ້ຖືສໍາຄັນການສ້າງກ້ອນກໍາລັງພັນທະພາບກໍາມະກອນ-ຊາວນາ, ປຸກລະດົມການເຂົ້າຮ່ວມຂອງທຸກຊັ້ນຄົນ, ທຸກເພດໄວຖືການປະຕິວັດ ແມ່ນພາລະກິດຂອງມະຫາຊົນ ພາຍໃຕ້ການນໍາພາຂອງພັກ, ເປັນພື້ນຖານໃຫ້ແກ່ພາລະກິດປະຕິວັດຊາດປະຊາທິປະໄຕ.

ແນວຄິດໄກສອນພົມວິຫານ ກ່ຽວກັບ ການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມ ໄດ້ຮັບການຢັ້ງຢືນຈາກພຶດຕິກໍາຕົວຈິງໃນພາລະກິດຕໍ່ສູ້ກູ້ຊາດ ຈົນສາມາດຍາດເອົາໄຊຊະນະໄດ້ຢ່າງສົມບູນ ດ້ວຍສາມບາດຄ້ອນຍຸດທະສາດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ເຊິ່ງແມ່ນລັດທີ່ເປັນຕົວແທນອັນແທ້ຈິງ ແຫ່ງສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.

ສະຫາຍ ປອ ຄໍາພັນ ເຜີຍຍະວົງ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ, ພາລະກິດປະຕິວັດຂອງປະຊາຊົນລາວເຮົາ ກໍາລັງກ້າວເຂົ້າສູ່ໄລຍະການຂະຫຍາຍຕົວໃໝ່, ໄລຍະແຫ່ງການສ້າງ ແລະ ຂະຫຍາຍ ລະບອບປະຊາທິປະໄຕ ປະຊາຊົນ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທ້າຍທີ່ສະຫຼັບສັບຊ້ອນ, ເຊິ່ງຮຽກຮ້ອງໃຫ້ພວກເຮົາໄດ້ເຮັດໜ້າທີ່ໃນການປົກປັກຮັກສາໝາກຜົນຂອງ ການປະຕິວັດທີ່ປະຊາຊົນລາວຍາດມາໄດ້ ຕິດພັນຢ່າງແໜ້ນແຟ້ນກັບພາລະກິດສ້າງສາພັດທະນາປະເທດຊາດ.

ສະນັ້ນ, ກອງປະຊຸມສໍາມະນາວິທະຍາສາດໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກໍາ, ຈະເປັນການປະກອບສ່ວນເຂົ້າໃນວຽກງານສະຫຼຸບທິດສະດີ ແລະ ພຶດຕິກໍາຂອງພັກເຮົາ ເພື່ອເປັນພື້ນຖານຮັບໃຊ້ການປັບປຸງບູລະນະແນວທາງສືບຕໍ່ສ້າງ ແລະ ເສີມຂະຫຍາຍ ລະບອບປະຊາທິປະໄຕ ປະຊາຊົນ ຕາມທິດກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ ເທື່ອລະກ້າວ.