ໃນປີ 2021 ຜ່ານມາ, ເສັ້ນທາງລົດໄຟ ລາວ-ຈີນ ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນ 55 ເລື່ອງ, ກັກຕົວຜູ້ກະທໍາຜິດໄປດໍາເນີນຄະດີໄດ້ 18 ຄົນ ຍິງ 2 ຄົນ, ສ່ວນຄະດີທີ່ເກີດຂຶ້ນສ່ວນຫຼາຍແມ່ນ ຄະດີລັກຊັບ ປະເພດລັກຕັດສາຍໄຟ, ໝໍ້ແຈກໄຟຟ້າ, ລັກຕັດຮົ້ວ ແລະອື່ນໆ, ເຊິ່ງມັນໄດ້ສ້າງຜົນເສຍຫາຍເປັນຈໍານວນຫຼາຍ.

ພັອ ໄກສອນ ແກ້ວມະນີ ຫົວໜ້າກົມຕໍາຫຼວດລົດໄຟ

ພັທ ຄໍາອຸ້ຍ ຈັນທະວີໄຊ ຮອງຫົວໜ້າກົມຕໍາຫຼວດລົດໄຟ ກ່າວໃນກອງປະຊຸມສະຫຼຸບວຽກງານຕໍາຫຼວດລົດໄຟ ປະຈໍາປີ ໃນວັນທີ 11 ມີນາ 2022 ໂດຍການເປັນປະທານຂອງ ພັອ ໄກສອນ ແກ້ວມະນີ ຫົວໜ້າກົມຕໍາຫຼວດລົດໄຟ ວ່າ:

ພັທ ຄໍາອຸ້ຍ ຈັນທະວີໄຊ ຮອງຫົວໜ້າກົມຕໍາຫຼວດລົດໄຟ

ປີຜ່ານມາ, ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນຕາມເສັ້ນທາງລົດໄຟ ລາວ-ຈີນ ຈໍານວນ 55 ເລື່ອງ, ກັກຜູ້ຖືກຫາໄດ້ 18 ຄົນ ຍິງ 2 ຄົນ; ໃນນັ້ນ, ໄລຍະກໍ່ສ້າງ 18 ເລື່ອງ ແລະ ໄລຍະບໍລິການ 37 ເລື່ອງ ຄື: ລັກຕັດສາຍໄຟ, ໝໍ້ແຈກໄຟຟ້າ ຕາມແລວທາງລົດໄຟ 12 ເລື່ອງ, ລັກຕັດຮົ້ວແລວທາງລົດໄຟ 10 ເລື່ອງ, ສາຍສັນຍານການເດີນລົດໄຟ 5 ເລື່ອງ, ລັກໝໍ້ຕູ້ແຈກໄຟຟ້າຢູ່ອຸໂມງ 5 ເລື່ອງ, ທຸບທໍ່ອັດສາຍໄຟ 8 ເລື່ອງ, ລັກເຄື່ອງກໍ່ສ້າງບໍລິສັດ 10 ເລື່ອງ, ລົດໄຟຕໍາສັດເຂົ້າມາທາງລົດໄຟ 3 ຄັ້ງ, ຄົນນອນຢູ່ລາງລົດໄຟ 1 ເລື່ອງ, ລົດຈັກເສຍຢູ່ສະຖານີເມືອງໄຊ 1 ຄັນ ແລະ ສະພາບອື່ນໆອີກ.

ລວມຜົນເສຍຫາຍມີ: ສາຍໄຟຟ້າ 400 ກິໂລກຼາມ, ປອກຮັດເຫຼັກຄ້ຳແບບ 186 ອັນ, ເຫຼັກປອກ 10 ມັດ, ເຫຼັກແຜ່ນ 15 ແຜ່ນ, ເຫຼັກກົມຍາວ 13 ເສັ້ນ, ເຫຼັກກົມສັ້ນ 29 ເສັ້ນ, ນ໋ອດຈັບໃດປ້ຳນ້ຳ ຈໍານວນ 6 ໂຕ, ສາຍໄຟທີ່ປອກແລ້ວ 200 ກິໂລກຼາມ, ສາຍໄຟຖືກຕັດ 9 ເສັ້ນ ມີຄວາມຍາວ 279 ແມັດ, ສາຍໄຟເປັນທ່ອນຍາວ 120 ຊັງຕີແມັດ ລວມມູນຄ່າເສຍຫາຍ 300 ກວ່າລ້ານກີບ ແລະ ຍັງບໍ່ໄດ້ປະເມີນມູນຄ່າອີກຫຼາຍລາຍການ.

ໃນນີ້, ຢຶດເຄື່ອງຂອງກາງມີ: ໂທລະສັບ 6 ໜ່ວຍ, ລົດຮຸ່ນໄດ 3 ຄັນ, ລົດໄຖນາ 1 ຄັນ, ລົດຈັກ 3 ຄັນ, ສາຍໄຟຖືກຕັດ ຈໍານວນ 8 ເສັ້ນ ມີຄວາມຍາວ 690 ເມັດ, ເລື່ອຍຕັດເຫຼັກ 2 ອັນ, ໃບເລື່ອຍ 11 ໃບ, ຄີມ 4 ອັນ, ມີດ 3 ດວງ, ໂຄມໄຟ 3 ອັນ, ເຫຼັກຈັບລາງ 80 ອັນ, ເຫຼັກຄໍ່າ 4 ເສັ້ນ, ພ້າ 1 ດວງ, ປືນສັ້ນປະດິດ 1 ກະບອກ, ລູກປືນຄົກ 1 ລູກ, ລູກປືນ AK ຈໍານວນ 155 ລູກ, ຢາບ້າ 8 ເມັດ, ນ໋ອດຈັບໃດປ້ຳນ້ຳ ຈຳນວນ 20 ໂຕ.

ນອກນັ້ນ, ຍັງກວດພົບເຄື່ອງຕ້ອງຫ້າມ ຈຳນວນ 60 ຊະນິດ ຢູ່ສະຖານີນະຄອນຫຼວງວຽງຈັນ 13 ຊະນິດ, ວັງວຽງ 6 ຊະນິດ, ຫຼວງພະບາງ 16 ຊະນິດ, ເມືອງໄຊ 20 ຊະນິດ, ບໍ່ເຕັນ 5 ຊະນິດ, ປືນສັ້ນ 8 ບອກ, ກະເປົາເຄື່ອງຜູ້ໂດຍສານຫຼົງ 2 ໜ່ວຍ, ຂາຕັ້ງກ້ອງຖ່າຍຮູບ 1 ອັນ.

ຕໍ່ກັບສະພາບການທີ່ເກີດຂຶ້ນພົ້ນເດັ່ນ ຄື: ວັນທີ 6 ທັນວາ 2021, ໄດ້ມີຄົນຮ້າຍລັກຕັດສາຍໄຟຟ້າ ຢູ່ເຂດບ້ານໜອງບົວ ຫ່າງຈາກສະຖານີໂພນໂຮງ ຫາ ເມືອງຫີນເຫີບ ແຂວງວຽງຈັນ ປະມານ 4 ກິໂລແມັດ ເຮັດໃຫ້ລົດໄຟທີ່ແລ່ນແຕ່ແຂວງຫຼວງພະບາງ ຕ້ອງຢຸດຢູ່ສະຖານີວັງວຽງ ພາຍໃນເວລາ 54 ນາທີ ເພື່ອລໍຖ້າການສ້ອມແປງ; ຜ່ານການກວດກາເກັບກໍາຂໍ້ມູນ, ມາຮອດວັນທີ 7 ທັນວາ 2021 ສາມາດກັກຕົວຜູ້ຖືກຫາ ຈໍານວນ 4 ຄົນ.

ຄຽງຄູ່ກັນນັ້ນ, ຍັງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງກວດກາ, ແນະນໍາ ແລະ ສຶກສາອົບຮົມຮ້ານຊື້-ຂາຍເຫຼັກເສດ ທີ່ຮັບຊື້ວັດສະດຸກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ຍຸບຮ້ານຊື້-ຂາຍເຫຼັກເສດທີ່ບໍ່ຖືກຕ້ອງ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼາຍຄັ້ງ.

ໃນຕໍ່ໜ້າ, ຈະສຸມໃສ່ຜັນຂະຫຍາຍແຜນປ້ອງກັນຄວາມສະຫງົບການຂົນສົ່ງທາງລົດໄຟ ໃຫ້ມີປະສິດທິຜົນ ແລະ ເຂັ້ມງວດ ພ້ອມທັງປະສານສົມທົບກັບ ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ ເພື່ອຮັບປະກັນຄວາມສະຫງົບ-ປອດໄພຕະຫຼອດການຂົນສົ່ງ ທັງປ້ອງກັນ ແລະ ເຮັດໃຫ້ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຫຼຸດໜ້ອຍຖອຍລົງເທື່ອລະກ້າວ.