ກອງບັນຊາການ ປກສ ແຂວງໄຊສົມບູນ ເປີດບັ້ນດຳເນີນຊີວິດການເມືອງ ປະຈໍາປີ 2021 ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາກອງບັນຊາການ, ເລຂາ-ຮອງເລຂາໜ່ວຍພັກຮາກຖານ, ໜ່ວຍພັກ ແລະ ສະມາຊິກພັກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

+ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ກ່າວວ່າ:

ບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ແມ່ນຂີດໝາຍການເມືອງທີ່ມີຄວາມໝາຍ-ຄວາມສຳຄັນ ແລະ ຄວາມຈຳເປັນພາວະວິໄສ ເພຶ່ອປັບປຸງເຊີດຊູສະຕິຄວາມຮັບຜິດຊອບຂອງຄະນະພັກ, ໜ່ວຍພັກ, ສະມາຊິກພັກ, ພະນັກງານ-ນັກຮົບ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນປີ 2021.

ພ້ອມນັ້ນ, ຍັງເປັນການເຊື່ອມຊຶມເອກະສານທີ່ສໍາຄັນຕ່າງໆ ເປັນຕົ້ນແມ່ນ ເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າງາມຂອງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ, ເອກະສານປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດ ໃນໄລຍະໄໝ່, ເອກະສານຈັນຍາທຳ-ຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ.

ພ້ອມກັນນີ້, ຍັງມີການກຳນົດແນະນຳວິທີການຂຽນໃບສຳຫຼວດ, ເຊື່ອມຊຶມມະຕິວ່າດ້ວຍ ການສ້າງແຜນພະນັກງານນຳພາ-ບັນຊາ, ພັກນັກງານສືບທອດປ່ຽນແທນ, ເຄົາລົບຫຼັກການລວມສູນປະຊາທິປະໄຕ ດ້ວຍການຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂອັນໃໝ່ ເພື່ອຊອກໃຫ້ເຫັນເຖິງແນວຄິດການເຄື່ອນໄຫວ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອງພະນັກງານ-ສະມາຊິກພັກແຕ່ລະສະຫາຍ ໃນແຕ່ລະໄລຍະ.

ໃນພິທີດຽວກັນ, ພັຕ ສຸໄຊຍະພັນ ຄຳມະວົງ ຮອງຫົວໜ້າຫ້ອງການເມືອງ ຍັງໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການດັດແປງຊັ້ນໃຫ້ພະນັກງານ-ນັກຮົບ ເຊິ່ງມີລາຍລະອຽດດັ່ງນີ້:

  • ສິບໂທ ຂຶ້ນ ຮ້ອຍຕີ 3 ສະຫາຍ
  • ສິບໂທ ຂຶ້ນ ວາທີ 2 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 3 ສະຫາຍ
  • ສິບເອກ ຂຶ້ນ ວາທີ 7 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 67 ສະຫາຍ