ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022 ແລະ ເປີດບັ້ນດຳເນີນຊີວິດການເມືອງປະຈຳປີ 2021, ໃນອາທິດຜ່ານມາເປັນປະທານ ໂດຍ ພັທ ບຸນຊຸ່ມ ສຸດທິຈັກ ຫົວໜ້າຫ້ອງຄຸ້ມຄອງ ສຳມະໂນຄົວ-ກໍ່ສ້າງຮາກຖານ ປກສ ແຂວງ, ເຂົ້າຮ່ວມໂດຍ ພັທ ຄຳໂກ້ ທົງຄຳຫານ ຮອງກອງບັນຊາການ ປກສ ແຂວງສາລະວັນ, ມີບັນດາພະແນກ, ໜ່ວຍງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ບຸນຊຸ່ມ ສຸດທິຈັກ ໄດ້ຜ່ານບົດສະຫຼຸບປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022 ທີ່ມີຫຼາຍໜ້າວຽກໄດ້ສຸມໃສ່ໃຫ້ສໍາເລັດຕາມແຜນການວາງໄວ້. ໃນນັ້ນ, ສາມາດເກັບກຳສະຖິຕິພົນລະເມືອງທົ່ວແຂວງສາລະວັນ: ມີທັງໝົດ 419.054 ຄົນ ຍິງ 214.892 ຄົນ, ມີ 84.158 ຫຼັງຄາເຮືອນ, ມີ 92.522 ຄອບຄົວ, ຈົດທະບຽນ ແລ້ວມີ 416.401 ຄົນ ຍິງ 213. 300 ຄົນ, ອາຍຸ 15 ປີຂຶ້ນໄປ 278.007 ຄົນ ຍິງ 136.232 ຄົນ, ຍັງບໍ່ທັນຈົດທະບຽນສຳມະ ໂນຄົວ 2.653 ຄົນ ຍິງ 1.592 ຄົນ, ອາຍຸ 15 ປີຂຶ້ນໄປມີ 1.417 ຄົນ ຍິງ 1236 ຄົນ, ບັດປະຈຳ ຕົວທັງໝົດ 1.157 ບັດ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບ ດີໄດ້ 18 ບ້ານ,ມີ 2.109 ຄອບຄົວ, ມີ 1.771 ຫຼັງຄາເຮືອນ, ມີ 127 ໜ່ວຍ, ອາຊີບຜູ້ປະກອບການມີ 950 ຫົວໜ່ວຍ, (ທ້ອນໂຮມອາວຸດລ່າເນື້ອຈາກປະຊາຊົນເປັນຜູ້ນຳໃຊ້ 2.447 ກະບອກ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນ ເຊື່ອມ ຊຶມເອກະສານສໍາຄັນຄື: ເອກະ ສານເສີມຂະຫຍາຍທາດແທ້ມູນເຊື້ອທີ່ດີງາມຂອງກຳລັງປ້ອງກັນຄວາມສະຫງົບ, ເອກະສານຄຸນສົມບັດສິນທຳປະຕິວັດ ຂອງກຳລັງປ້ອງກັນຄວາມສະຫງົບ, ຈັນຍາທຳ-ຈັນຍາບັນຂອງນາຍ ແລະ ພົນຕຳ ຫຼວດ. ຈາກນັ້ນ, ຄະນະພັກ-ຄະນະກອງບັນຊາການໄດ້ຜັດປ່ຽນກັນຂຶ້ນບັນລະຍາຍເອກະສານເອກະສານດັ່ງກ່າວ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ໃນ ກຳລັງປ້ອງກັນຄວາມສະຫງົບ ຮັບຮູ້ເຖິງທາດແທ້ມູນເຊື້ອອັນດີງາມ, ຄວາມພິລະອາດຫານອົງອາດກ້າແກ່ນ, ເຫັນໄດ້ຈັນຍາບັນ-ຈັນຍາທຳອົດທົນໃນການປະຕິບັດໜ້າທີ່ຢ່າງມີຄວາມບໍລິສຸດສັດຊື່ຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.