ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 8 ເມສາ 2022 ກ່ຽວກັບຄວາມພ້ອມວຽກງານປ້ອງກັນ, ສະກັດກັ້ນອຸບັດຕິເຫດຊ່ວງສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ພສ 2565 ໂດຍຮຽກຮ້ອງໃຫ້ຜູ້ຂັບຂີ່ທີ່ນໍາໃຊ້ລົດ-ໃຊ້ຖະໜົນ ເອົາໃຈໃສ່ປະຕິບັດບັນດາຂໍ້ຫ້າມຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ອຸບັດຕິເຫດເກີດຂຶ້ນ ເຖິງເກີດກໍບໍ່ຮຸນແຮງ.

+ ທ່ານຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວວ່າ:

ຊ່ວງປີໃໝ່ລາວ ພສ 2564 ຜ່ານມາ, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 338 ຄັ້ງ, ພາຫະນະເປ່ເພ 610 ຄັນ, ຄົນໄດ້ຮັບບາດເຈັບ 571 ຄົນ ແລະ ເສຍຊີວິດ 44 ຄົນ ຍິງ 5 ຄົນ, ສ້າງຜົນເສຍຫາຍເປັນຈໍານວນຫຼວງຫຼາຍ; ສະນັ້ນ, ເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ພສ 2565 ໃຫ້ມີຄວາມສະຫງົບປອດໄພ, ມີບັນຍາກາດເບີກບານມ່ວນຊື່ນ ແລະ ປະສະຈາກໄດ້ຜົນເສຍຫາຍທາງສຸຂະພາບ, ຊີວິດ ແລະ ຊັບສິນທີ່ເກີດອຸປະຕິເຫດຈະລາຈອນທາງບົກ, ໃນນາມຕາງໜ້າໃຫ້ກົມ ແລະ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທົ່ວປະເທດ ຮຽກຮ້ອງເຖິງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຜູ້ໃຊ້ລົດໃຊ້ຖະໜົນປະຕິບັດຂໍ້ຫ້າມ ດັ່ງນີ້:

1. ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ

2. ຜູ້ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ (ຖ້າຫາກລະເມີດຈະໄດ້ກັກລົດໄວ້) ເພື່ອຄວາມປອດໄພຂອງທ່ານ

3. ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄຟ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ

4. ກ່ອນຈະນໍາໃຊ້ພາຫະນະ ຕ້ອງກວດສະພາບເດັກນິກ ແລະ ຄວາມພ້ອມຂອງລົດໃຫ້ມີຄວາມຮັບປະກັນເປັນຢ່າງດີ

5. ຫ້າມຜູ້ຂັບຂີ່ດື່ມສິ່ງມຶນເມົາ (ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ, ຖ້າຫາກກວດກາພົບເຫັນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈະກັກທັງລົດ ແລະ ຄົນໄວ້, ຊ່ວງເມົາແລ້ວຈຶ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງໝູ່ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄປ

6. ຫ້າມຂັບຂີ່ລົດໄວເກີນກົດໝາຍກໍານົດ (ສໍາລັບລົດຂົນສົ່ງໂດຍສານ ຫ້າມແລ່ນໄວເກີນ 80 ກິໂລແມັດຕໍ່ຊົ່ວໂມງ) ຕາມເສັ້ນທາງຫຼວງສະເພາະຢູ່ເຂດນອກເມືອງ ໂດຍສະເພາະແມ່ນ ເສັ້ນທາງ 13 ເໜືອ,13 ໃຕ້, ເພາະປັດຈຸບັນເສັ້ນທາງບາງຈຸດຍັງມີການກໍ່ສ້າງ ແລະ ສ້ອມແປງຢູ່

7. ຫ້າມຂີ່ລົດຈັກເປັນກຸ່ມຊິງກັນຕາມເສັ້ນທາງຢ່າງເດັດຂາດ

8. ຫ້າມນຳໃຊ້ລົດກະບະ ບັນທຸກຄົນໂດຍສານໃສ່ກະບະ ຫຼື ນັ່ງຝາທ້າຍຢ່າງເດັດຂາດ

9. ຫ້າມນຳໃຊ້ລົດຂົນສົ່ງໂດຍສານ ບັນທຸກສິນຄ້າ ແລະ ບັນທຸກຜູ້ໂດຍສານເກີນກຳນົດ ແລະ ຊ່ວງຊີງເອົາຜູ້ໂດຍສານຢ່າງເດັດຂາດ

10. ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສໍາຮອງທຸກຄັ້ງເວລາເດີນທາງ

11. ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ລົດຈັກຢ່າງເດັດຂາດ

12. ພິເສດສະເພາະເສັ້ນທາງດ່ວນ, ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫຼຸດ 80 ກິໂລແມັດຕໍ່ຊົ່ວໂມງ (ເຈົ້າໜ້າທີ່ຕຳຫຼວດຈະໄດ້ຈັບຄວາມໄວຜ່ານກ້ອງຈັບຄວາມໄວ)

13. ຫ້າມຈອດລົດໃນເສັ້ນທາງດ່ວນຢ່າງເດັດຂາດ (ຍົກເວັ້ນກໍລະນີລົດເປ່ເພ)

ຖ້າບຸກຄົນໃດລະເມີດ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍຢ່າງເຂັ້ມງວດ; ສ່ວນການສົງພະ ແລະ ການຫຼີ້ນນ້ຳໃຫ້ພອນ ແມ່ນໃຫ້ຈັດຕັ້ງປະຕິບັດຕາມແຈ້ງການຂອງອຳນາດການປົກຄອງທ້ອງຖິ່ນຂອງຕົນໄດ້ກຳນົດໄວ້.