ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແມ່ນການສຸມທຸກກໍາລັງແຮງສັງລວມເຂົ້າໃສ່ການແກ້ໄຂບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດ, ຂອງແຂວງ, ຂອງເມືອງ ແລະ ຮາກຖານບ້ານທີ່ໄດ້ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງ ໃນກໍານົດເວລາທີ່ແນ່ນອນໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ.

ພັທ ວົງສັກ ແກ້ວວົງພິມ ຫົວໜ້າກອງບັນຊາການ ປກສ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ໃຫ້ສໍາພາດ ຄັ້ງວັນທີ 17 ມີີນາ 2022 ນີ້ວ່າ: ໄລຍະຜ່ານມາ, ກອງບັນຊາການ ປກສ ເມືອງສາມັກຄີໄຊ ໄດ້ຖືເອົາການການແກ້ໄຂບັນຫາຢາເສບຕິດເປັນວຽກງານໜຶ່ງທີ່ສໍາຄັນໄປຄຽງຄູ່ກັບການພັດທະ ນາເສດຖະກິດ-ສັງຄົມ ຂອງເມືອງໃນແຕ່ລະໄລຍະໂດຍໄດ້ສຸມທຸກຄວາມພະຍາຍາມທັງນໍາພາ-ຊີ້ນໍາ ໂດຍນໍາເອົາບັນດານິຕິກໍາທີ່ກ່ຽວຂ້ອງລົງເຜີຍແຜ່ເຊື່ອມຊຶມ ແລະ ກໍາແໜ້ນເຖິງຮາກຖານບ້ານ ແລະ ທັງສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກຫຼາຍດ້ານໃຫ້ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນເຕົ້າ ໂຮມການໂຄສະນາເຜີຍແຜ່ໃນແຕ່ລະເຂດບ້ານ,ບັນດາໂຮງຮຽນ, ບ່ອນທີ່ມີຊຸມຊົນຈໍານວນຫຼາຍ,ຜັນຂະຫຍາຍເຊື່ອມຊຶມໃຫ້ແກ່ພະນັກງານນໍາພາ, ບັນຊາແຕ່ລະຂັ້ນໄດ້ຮັບຮູ້ເຂົ້າໃຈຕໍ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ, ເກັບກໍາຂໍ້ມູນທ້ອນໂຮມບັນດາເປົ້າໝາຍບຸກຄົນເສບ-ຊື້ຂາຍຕິດພັນກັບການແກ້ໄຂສຶກສາອົບຮົມກ່າວເຕືອນເປັນແຕ່ ລະໄລຍະ ພ້ອມທັງສະຫຼຸບລາຍງານຂັ້ນເທິງຢ່າງເປັນປົກກະຕິ.

ໃນໄລຍະ 1 ປີຜ່ານມາ, ສາມາດທັບມ້າງເປົ້າໝາຍຄ້າຂາຍຢາເສບຕິດໄດ້ທັງໝົດ 23 ເລື່ອງ ຈັບຜູ້ຖືກຫາໄດ້ 23 ຄົນ ຍິງ 2 ຄົນ, ຢຶດຂອງກາງ ໄດ້ (ຢາບ້າ) 7.146 ເມັດ, ໂທລະສັບ 13 ໜ່ວຍ, ເງິນກີບ 1.060.000 ກີບ, ປືນ AK 1 ກະ ບອກ-ລູກປືນ 17 ລູກ. ນອກຈາກນັ້ນ, ບັນດາຂະແໜງການຈັດຕັ້ງພັກ-ລັດ ແລະ ສັງຄົມ ທຸກຂັ້ນ, ກໍໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດມາດຕະການດັ່ງກ່າວ ໂດຍສະເພາະການແບ່ງຄວາມຮັບຜິດ ຊອບຢ່າງລະອຽດ, ການປັບປຸງກໍ່ສ້າງພື້ນຖານໂຄງລ່າງ, ປະກອບພາຫະນະ, ອຸປະກອນເຕັກນິກ, ສ້າງກົນໄກປະສານງານລະຫວ່າງເຈົ້າໜ້າທີ່, ໜ່ວຍງານທີ່ກ່ຽວຂ້ອງ ທັງເມືອງ ແລະ ຮາກຖານບ້ານ ລວມທັງການຮ່ວມມືກັບສາຍຕັ້ງສາຍຂວາງຢ່າງເປັນລະບົບ.

ຜ່ານການຈັດຕັ້ງປະຕິບັດ ເຖິງວ່າມີຄວາມພະຍາຍາມຢ່າງຕັ້ງໜ້າ ແຕ່ເມື່ອຕີລາຄາຢ່າງເລິກເຊິ່ງແລ້ວ ເຫັນວ່າ ບັນຫາຢາເສບຕິດຍັງສືບຕໍ່ແຜ່ຂະຫຍາຍຢ່າງກວ້າງຂວາງ ໂດຍສະເພາະຢູ່ເມືອງສາມັກຄີໄຊ ຍັງແຜ່ລາມຈໍານວນບໍ່ໜ້ອຍ. ສາເຫດຕົ້ນຕໍ, ຍ້ອນຂາດການສຶກສາອົບຮົມ, ການໂຄສະນາເຜີຍແຜ່ບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ, ຄວາມຮັບຜິດຊອບຂອງຂະແໜງການກ່ຽວຂ້ອງ, ອໍານາດການປົກຄອງບ້ານ ແລະ ປະຊາຊົນ ບັນດາເຜົ່າຈໍານວນໜຶ່ງ ຍັງບໍ່ທັນຕື່ນຕົວເປັນເຈົ້າການເຂົ້າຮ່ວມໃນການແກ້ໄຂບັັນຫາຢາເສບຕິດຢູ່ໃນລະດັບຄອບຄົວ ແລະ ຊຸມຊົນ, ລະດັບຄວາມຮູ້ຄວາມສາມາດຂອງເຈົ້າໜ້າທີ່ຮັບຜິດຊອບການ ແກ້ໄຂບັນຫາຢາເສບຕິດຈໍານວນໜຶ່ງຍັງຈໍາກັດ, ງົບປະມານ, ອຸປະກອນ ແລະ ພາຫະນະຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງວຽກງານ.

ເພື່ອເຮັດໃຫ້ການແກ້ໄຂບັນຫາຢາເສບຕິດຢູ່ເມືອງສາມັກຄີໄຊ ໄດ້ຮັບການຈັດຕັ້ງປະຕິບັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ຈະໄດ້ສຸມໃສ່ການຍົກລະດັບຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຢ່າງເປັນລະບົບ, ໂດຍສະເພາະຄະນະພັກແຕ່ລະຂັ້ນຕັ້ງໜ້າ ນໍາພາ-ຊີ້ນໍາ, ສ້າງຄວາມເປັນເອກະພາບດ້ານທັດສະນະ, ຄວາມຮັບຮູ້ເຂົ້າ ແລະ ການຈັດຕັ້ງປະຕິບັດຕົວຈິງ ແລະ ທົ່ວສັງຄົມຕ້ອງເດັ່ດດ່ຽວຕັດສິນໃຈຄວາມ ເປັນເຈົ້າການໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດຢ່າງເຂັ້ມງວດ. ສ້າງຄວາມເຂົ້າໃຈກັບປະຊາຊົນ ແລະ ສັງຄົມ ໃນການມີສ່ວນຮ່ວມແກ້ໄຂ ໂດຍຖືເອົາວາລະແຫ່ງຊາດເປັນໜ້າທີ່ຂອງໝົດທຸກຄົນ ແລະ ອັນສໍາຄັນແມ່ນສະຖາບັນຄອບຄົວເປັນເຈົ້າການໃຫ້ການ ສືກ ສາອົບຮົມ, ບອກສອນໃຫ້ລູກຫຼານຂອງຕົນ ເພື່ອໃຫ້ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ. ພ້ອມກັນນັ້ນ, ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດເຊັ່ນ: ວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ສອດຄ່ອງກັບຄວາມຮຽກຕ້ອງການ ແລະ ໜ້າວຽກຕົວຈິງ.