ບັນຫາອຸບັດຕີເຫດຕາມທ້ອງຖະໜົນໄດ້ເປັນປະກົດການຫຍໍ້ທໍ້ໜຶ່ງທີ່ສ້ງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງພົນລະເມືອງ ກໍຄືຂອງສ່ວນລວມຢ່າງມະຫາສານ ແລະ ກໍມີທ່າອ່ຽງເພີ່ມຂື້ນເລື່ອຍໆ. ໃນໄລຍະ 3 ເດືອນຕົ້ນປີ 2022, ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ມີອຸບັດຕິເຫດເກີດ ຂຶ້ນຕາມທ້ອງຖະໜົນຫຼາຍຄັ້ງ.

ໂດຍອີງຕາມຂໍ້ມູນຈາກ ກອງຕໍາຫຼວດຈະລາຈອນ ປກສ ເມືອງຊຽງຮ່ອນ ໃຫ້ຮູ້ວ່າ: ອຸບັດຕິເຫດຕາມທ້ອງຖະໜົນໃນ 3 ເດືອນຕົ້ນປີ 2022 ຜ່ານມາ, ທົ່ວເມືອງມີອຸບັດຕິເຫດເກີດຂຶ້ນທັງໝົດ 6 ຄັ້ງ ມີຜູ້ໄດ້ຮັບຄວາມເສຍຫາຍຈາກອຸບັດຕິເຫດ 16 ຄົນ ຍິງ 3 ຄົນ ມີພາຫະນະເປ່ເພທັງໝົດ 9 ຄັນ ພະຫະນະເປ່ ເພສົມຄວນ 6 ຄັນ, ພາຫະນະເປ່ເພເລັກນ້ອຍ 3 ຄັນ ມີຄົນໄດ້ຮັບບາດເຈັບ 8 ຄົນ ຍິງ 1 ຄົນ ໄດ້ຮັບບາດເຈັບສາຫັດ 5 ຄົນ, ໄດ້ຮັບບາດສົມ ຄວນ 1 ຄົນ ຍິງ 1 ຄົນ, ບາດເຈັບເລັກນ້ອຍ 2 ຄົນ, ລວມມູນຄ່າຄວາມເສຍຫາຍຫຼາຍກວ່າ 50 ລ້ານກີບ .

ສາເຫດທີ່ພາໃຫ້ເກີດອຸບັດຕິເຫດຫຼັກໆແມ່ນຍ້ອນການດື່ມເຫຼົ້າ, ດື່ມສິ່ງມຶນເມົາແລ້ວຂັບ ຂີ່, ຂັບຂີ່ລົດໄວ ແລະ ບໍ່ປະຕິບັດກົດລະບຽບຈະລາຈອນ ພາຫະນະທີ່ເກີດອຸບັດຕິເຫດສ່ວນຫຼາຍແມ່ນລົດຈັກຕຳລົດໃຫຍ່ ຮອງລົງມາແມ່ນລົດຈັກຕຳລົດຈັກ ແລະ ເກີດອຸບັດຕິເຫດເອງ. ສຳລັບອາຍຸຜູ້ເກີດອຸບັດຕິເຫດ ສ່ວນຫຼາຍແມ່ນຢູ່ໃນເກນອາຍຸ 18-35 ປີ .

ທັງນີ້, ເພື່ອພ້ອມກັນເຮັດໃຫ້ຕົວເລກ ຄວາມເສຍຫາຍ ແລະ ການເສຍຊີວິດຍ້ອນອຸ ບັດຕິເຫດຫຼຸດລົງພວກເຮົາຕ້ອງໄດ້ປະຕິບັດກົດລະບຽບການສັນຈອນ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດ, ຢ່າປະໝາດ, ມີສະຕິ, ໃຫ້ກຽດເຊິ່ງກັນແລະກັນໃນເວລາຂັບຂີ່. ບັນຫາສຳຄັນ ຜູ້ປົກຄອງຕ້ອງໄດ້ສຶກສາອົບຮົມລູກຫຼານຂອງຕົນ ກ່ຽວກັບມາລະຍາດໃນການສັນຈອນຢ່າງເຂັ້ມງວດ ອຸບັດຕິເຫດເກີດຂຶ້ນໄດ້ທຸກເມື່ອ ຖ້າປະໝາດຂາດສະຕິ, ເມື່ອ ເກີດແລ້ວ ທຸກຢ່າງແມ່ນ ເອົາຄືນບໍ່ໄດ້ມີແຕ່ຄວາມສູນເສຍເທົ່ານັ້ນ.