ເກີດອຸບັດຕິເຫດລົດຈັກຕໍາກັບລົດໄຖນາ ໃນເວລາ 9:30 ໂມງ ຂອງວັນທີ 6 ເມສາ 2022 ຢູ່ທີ່ເສັ້ນທາງບ້ານພູຜານາງ ເມືອງທ່າປາງທອງ ແຂວງສະຫັວນນະເຂດ ເຮັດໃຫ້ຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ່ 1 ຄົນ.

ເຈົ້າໜ້າທີ່ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງສະຫັວນນະເຂດ ໃຫ້ຂໍ້ມູນວ່າ: ທ້າວ ກາວຊວນຈູງ ອາຍຸ 29 ປີ ກໍາມະກອນສັນຊາດຫວຽດ ນາມ ບ້ານກວາງຮາຍ ເມືອງບາໂດນ ແຂວງກວາງບິງ ພັກເຊົາ ຢູ່ບ້ານນາຫ່ອງໃຫຍ່ ເມືອງຕຸ້ມລານ ແຂວງສາລະວັນ ຂັບຂີ່ລົດຈັກໝາຍເລກທະບຽນ ຈທ 5423 ຈໍາປາສັກ ຕາມເສັ້ນທາງ ບ້ານພູຜານາງ ມຸ່ງໜ້າແຕ່ທິດຕາເວັນຕົກຫາ ທິດຕາເວັນອອກ, ພໍຂັບຂີ່ມາຮອດຈຸດເກີດເຫດ ໄດ້ຕໍາກັບລົດໄຖນາ ຂັບຂີ່ໂດຍ ທ້າວ ວຽງທອງ ອາຍຸ 22 ປີ, ປະຊາຊົນ ບ້ານພູຜານາງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ, ເຊິ່ງຜູ້ຂັບລົດໄຖນາໄດ້ປ່ຽນທິດ ທາງກະທັນຫັນ ເຮັດໃຫ້ລົດຈັກທີ່ສວນທາງມາຕໍາໃສ່ຫົວຈັກຂອງລົດໄຖ ດ້ວຍຄວາມໄວບວກໃສ່ຄວາມແຮງ ເຮັດໃຫ້ຫົວຈັກລົດໄຖ ຂາດອອກ ສົ່ງຜົນໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່.

ຕໍ່ກັບຄະດີດັ່ງກ່າວ, ຕໍາຫຼວດຈະລາຈອນ ປກສ ແຂວງສະຫວັນນະເຂດ ໄດ້ດໍາເນີນຄະດີຕາມລະບຽບກົດໝາຍວາງອອກ; ພ້ອມທັງຮຽກຮ້ອງມາຍັງຜູ້ໃຊ້ລົດ-ໃຊຖະໜົນ ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຫຼີກລ່ຽງອຸບັດຕິເຫດ.