ໃນວັນທີ 11 ເມສາ 2022, ທະຫານຊາຍແດນ 325 ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ກວດກາລາດຕະເວນຕາມແມ່ນໍ້າຂອງໄດ້ພົບເຫັນເຮືອຈັກຫາງຍາວ ຈໍານວນ 2 ລໍາມີພິລຸດ ຈຶ່ງໄດ້ຕິດຕາມເປົ້າໝາຍ; ໃນນີ້, ໄດ້ເຂົ້າຈອດແຄມຝັ່ງ 1 ລໍາ; ສ່ວນອີກ 1 ລໍາ ໄດ້ຂັບຫຼົບໜີ ຜູ້ຖືກສົງໄສໄດ້ອາໃສຄວາມມືດເອົາຕົວຫຼົບໜີ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດເຮືອທີ່ເຂົ້າຈອດພົບເຫັນຢາບ້າ ຈໍານວນ 100 ມັດ ເທົ່າ 200.000 ເມັດ.

ພັອ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ໃຫ້ຂໍ້ມູນວ່າ: ໃນວັນທີ 11 ເມສາ 2022, ເວລາປະມານ 20:00 ໂມງ ທະຫານຊາຍແດນ 325 ໄດ້ປະຕິບັດໜ້າທີ່ອອກກວດກາລາດຕະເວນຕາມຊາຍແດນລຽບແມ່ນໍ້າຂອງຢູ່ຂອບເຂດບ້ານເລົ່າໜາກຫຼຸດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນເວລາອອກກວດກາລາດຕະເວນຢູ່ນັ້ນ ໄດ້ພົບເຫັນເຮືອຈັກຫາງຍາວ ຈຳນວນ 2 ລຳ, ທີ່ກໍາລັງແລ່ນຢູ່ຕາມລໍາແມ່ນໍ້າຂອງຫ່າງຈາກຝັ່ງປະມານ 150 ແມັດ; ຈາກນັ້ນ, ເຈົ້າໜ້າທີ່ກໍໄດ້ໄລ່ຕິດຕາມເຮືອດັ່ງກ່າວເຫັນວ່າ ມີພິລຸດຈຶ່ງໄດ້ເລັ່ງຕິດຕາມເປົ້າໝາຍທີ່ກຳລັງຂັບເຮືອເຂົ້າມາທາງບ້ານເລົ່າໜາກຫຼຸດ ລົງທາງທິດໃຕ້ປະມານ 700 ເເມັດ ເມືອ ຜູ້ຖືກສົງໄສໄດ້ ຂັບເຮືອເຂົ້າຝັ່ງແລ້ວໄດ້ພາກັນເອົາຕົວຫຼົບໜີ; ສ່ວນເຮືອອີກລຳແມ່ນໄດ້ຂັບຕາມລໍາແມ່ນໍ້າຂອງ ລົງໄປທາງທິດໃຕ້ເຮັດໃຫ້ເຈົ້າໜ້າທີ່ບໍ່ສາມາດຕິດຕາມຈັບໄດ້.

ຜ່ານການກວດກາຄົ້ນເຮືອທີ່ເຂົ້າຈອດແຄມຝັ່ງ ໄດ້ພົບເຫັນຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 100 ມັດ ເທົ່າກັບ 200.000 ເມັດ ແລະ ໄດ້ນໍາຢາຈໍານວນດັ່ງກ່າວຂຶ້ນມາກອງບັນຊາການທະຫານແຂວງ; ມາໃນ ວັນທີ 12 ເມສາ 2022, ຈຶ່ງໄດ້ມອບຢາຈໍານວນທີ່ຢຶດໄດ້ໃຫ້ ປກສ ແຂວງ ສືບຕໍ່ດໍາເນິີນຄະດີ ຊອກຫາເຈົ້າຂອງຢາ ແລະ ຜູ້ທີ່ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ; ກ່າວຮັບໂດຍ ພັອ ບຸນເລີດ ຄະທຸມພົມ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂອງທັງສອງຝ່າຍ ເຂົ້າຮ່ວມ.