ກອງບັນຊາການ ປກສ ເມືອງຍົມມະລາດ ແລະ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ຈັດພິທີປິດຊຸດຝືກອົບຮົມວຽກງານວິຊາສະເພາະໄລຍະສັ້ນໃຫ້ ປກສ ກຸ່ມ-ປກສ ບ້ານ ໃນວັນທີ 12 ເມສາ ຜ່ານມານີ້, ເຂົ້າຮ່ວມມີ ທ່ານ ບຸນທັນ ສຸວັນນະ ລາດ ເຈົ້າເມືອງຍົມມະລາດ ແລະ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະກອງບັນຊາການ ປກສ ເມືອງ, ຄະນະຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍນັກສຳມະນາກ່ອນ ເຂົ້າຮ່ວມ.

ພັທ ຄຳອອນ ອຸດົມສິງ ຫົວໜ້າກອງບັນຊາການ ປກສ ເມືອງຍົມມະລາດ ກ່າວວ່າ: ຊຸດຝືກອົບຮົມຄັ້ງນີ້, ມີ ປກສ ກຸ່ມ, ປກສ ບ້ານ ທີ່ຂຶ້ນກັບ 3 ຕົວເມືອງ ຄື: ເມືອງມະຫາໄຊ, ເມືອງຍົມມະລາດ ແລະ ເມືອງນາກາຍ; ຕະຫຼອດການຝຶກອົບຮົມເຫັນວ່າ ນັກສຳມະນາກອນແມ່ນໄດ້ມີຄວາມເອົາໃຈໃສ່ໃນການຮັບຟັງ ແລະ ແລກປ່ຽນບົດຮຽນຈາກຄູອາຈານ ເພື່ອເປັນບົດຮຽນໃນການເຮັດວຽກງານວິຊາສະເພາະຕົວຈິງໃຫ້ມີຄວາມສໍານິສໍານານ, ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ໃຫ້ເປັນເອກະພາບກັນ; ສ່ວນເອກະສານທີ່ນຳມາຝຶກອົບຮົມປະກອບມີເອກະສານການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 655/ປກສ, ລົງວັນທີ 8 /ພຶດສະ ພາ /2012 ວ່າດ້ວຍການຈົດທະບຽນຄຸ້ມຄອງສຳມະໂນຄົວລາວ ແລະ ຄົນຕ່າງດ້າວ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ສະບັບເລກທີ 4/ປກສ, ລົງວັນທີ 5 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳລັງ ປກສ ກຸ່ມ, ຂໍ້ຕົກລົງລັດຖະມົນຕີກະຊວງ ປກສ ສະບັບເລກທີ 514/ປກສ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳລັງ ປກສ ບ້ານ, ຄຳສັ່ງຂອງລັດທະມົນຕີກະຊວງ ປກສ ສະບັບເລກທີ 1526/ປກສ ວ່າດ້ວຍການເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງຂອງກຳລັງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ສະບັບເລກ ທີ 702/ປກສ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ສະບັບເລກທີ 653/ປກສ ວ່າດ້ວຍການຄຸ້ມຄອງອາຊີບ-ພາຫະນະພິເສດ, ຂໍ້ກຳນົດ ສະບັບເລກທີ 03 /ປຊ-ປສ-ຄມ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ງົບປະມານຄັງສະສົມຂອງກຳລັງ ປກຊ-ປກສ ບ້ານ, ແນະນຳວິທີຈົດກ່າຍປື້ມ 5 ຊະນິດ, ເອກະສານສືບສວນ-ສອບສວນຂັ້ນພຶ້ນຖານ, ເອກະສານວຽກງານຄຸ້ມຄອງເປົ້າໝາຍ, ແນະນຳການບັນທຶກແຈ້ງຄວາມຈາກພົນລະ ເມືອງດີ, ບັນທຶກເອົາຄຳໃຫ້ການຂອງພະຍານ, ເອກະສານວຽກງານປ້ອງກັນສະຖານທີ່ເກີດເຫດ, ເປົ້າໝາຍສົງໄສ ແລະ ເອກະສານຄຸ້ມຄອງຄົນຕ່າງ ປະເທດ.

ໃນພີທີ, ພັອ ທິບພະຈັນໂພໄຊ ໄດ້ເນັ້ນໜັກໃຫ້ກຳລັງ ປກສ ກຸ່ມ-ປກສ ບ້ານ ໃຫ້ມີຄວາມ ເຂັ້ມແຂງໃນທຸກດ້ານ ພ້ອມທັງຫັນເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນໜ້າທີ່ຂອງທົ່ວປວງຊົນ ເພື່ອເຮັດໃຫ້ກຳລັງ ປກສ ກຸ່ມບ້ານ-ປກສ ບ້ານ ໃນທົ່ວແຂວງໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງເຂັ້ມແຂງທາງດ້ານການຈັດຕັ້ງ, ມີ ລະບຽບວິໄນເຂັ້ມງວດ ແລະ ເກັ່ງທາງດ້ານວິຊາສະເພາະໃນການປະຕິບັດໜ້າທີ່ວຽກງານ, ສຸ່ມໃສ່ຍົກລະດັບຄວາມຮູ້-ຄວາມສະມາດທາງດ້ານວຽກງານວິຊາສະເພາະຂອງກຳລັງ ປກສ ກຸ່ມ ແລະ ປກສ ບ້ານໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ.