ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ ຈັດກອງປະຊຸມສ້າງແຜນກຳນົດ ພະນັກງານນຳພາ-ບັນຊາຂັ້ນກະຊວງປ້ອງກັນຄວາມສະຫງົບຄຸ້ມຄອງໃນອາທິດຜ່ານມາ, ເຂົ້າຮ່ວມ ໂດຍ ພັອ ຄຳສິນ ຜີວວັນນາ ຮອງ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ທີມງານຂອງແຂວງ, ຄະນະຈັດຕັ້ງເມືອງ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ ປກສ ບໍລິການປະຊາຊົນ, ພະນັກງານ-ນັກຮົບເຂົ້າ ຮ່ວມ.

ພັອ ຄຳສິນ ຜີວວັນນາ ກ່າວວ່າ: ກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາຄັ້ງນີ້, ແມ່ນຂະບວນວິວັດແຫ່ງການສ້າງພະນັກງານຫຼັກແຫຼ່ງທັງໃນປັດຈຸບັນ ແລະ ອະນາຄົດ ເນື້ອແທ້ຂອງການສ້າງແຜນກຳນົດພະນັກງານແມ່ນເພື່ອບຳລຸງ-ກໍ່ສ້າງ, ຈັດວາງ, ຊັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີຄວາມຮູ້-ຄວາມສາມາດ, ຄົບມາດຖານເງື່ອນໄຂຢູ່ຕຳແໜ່ງງານຂັ້ນນຳພາ-ບັນຊາຕາມເປົ້າໝາຍແຕ່ລະໄລຍະ. ດັ່ງນັ້ນ, ການສ້າງແຜນກຳນົດພະນັກງານ ຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ, ເປັນວຽກປົກກະຕິໃນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນສາມາດເວົ້າໄດ້ວ່າວຽກງານພະນັກງານນຳພາ-ບັນຊາແມ່ນມີບົດບາດສຳຄັນ ແລະ ເປັນປັດໄຈຕັດສິນໄຊຊະນະ ຫຼື ປາລະໄຊຂອງການຈັດຕັ້ງ, ເຊິ່ງລວມໄປເຖິງການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບປະຊາທິປະໄຕ ທີ່ພັກປະຊາຊົນ ປະຕິວັດລາວ ເປັນຜູ້ຈັດຕັ້ງນຳພາ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວຕະ ຫຼອດໄລຍະຜ່ານມາ ແລະ ເພື່ອປະກອບສ່ວນສຳຄັນໃຫ້ແກ່ການປັບປຸງພາຍໃນໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍົກສູງຄວາມສາມາດນຳພາຂອງຄະນະພັກໃຫ້ສົມຄູ່ກັບການເລັ່ງທວງຂອງໜ້າທີ່ການເມືອງໃນໄລຍະໃໝ່, ຮັບປະກັນການຄົ້ນຄວ້າເລືອກເຟັ້ນບຸກຄະລາກອນເຂົ້າໃນຄະນະພັກແຕ່ລະຂັ້ນຖືກຕ້ອງຕາມມາດຖານ-ເງື່ອນໄຂທີ່ໄດ້ກຳນົດໄວ້.

ສຳລັບການສ້າງແຜນກຳນົດພະນັກງານ-ນຳພາບັນຊາຂັ້ນກະຊວງຄຸ້ມຄອງ ໄດ້ມີການແຕ່ງຕັ້ງ ຄະນະຮັບຜິດຊອບຊີ້ນຳ ແລະ ບັນດາອະນຸກຳມະການຊ່ວຍວຽກບົນພື້ນຖານຫຼັກການປະສານສົມທົບກັບຄະນະຈັດຕັ້ງແຂວງ ແນໃສ່ໃຫ້ກອງປະຊຸມສ້າງແຜນກຳນົດພະນັກງານຄັ້ງນີ້ດຳເນີນໄປຖືກຕ້ອງຕາມທິດຊີ້ນຳ, ຄາດໝາຍ ແລະ ຮັບປະກັນຖືກຕ້ອງໂປ່ງໃສ, ພາວະວິໄສ, ຮອບດ້ານ, ຍຸຕິທຳ, ຖືກຕ້ອງຕາມສະພາບຄວາມເປັນຈິງຂອງຖັນແຖວພະ ນັກງານ, ການພິຈາລະນາຄັດເລືອກເປົ້າໝາຍເຂົ້າໃນແຜນກຳນົດພະນັກງານຕ້ອງຮັບປະກັນ ໂຄງປະກອບເພດ, ເຜົ່າ, ລັກສະນະ, ເລັງໃສ່ພະນັກງານຮຸ້ນກາງ ແລະ ຮຸ້ນໜຸ່ມໃຫ້ກວມເອົາອັດຕາສຽງສ່ວນຫຼາຍ ເພື່ອຮັບປະກັນໃຫ້ມີລັກສະນະສືບທອດຕໍ່ເນື່ອງ.