ໃນວັນທີ 21 ເມສາ 2022, ສະພາທິດສະດີສູນກາງພັກ ຈັດກອງປະຊຸມສຳມະນາລະດົມຄວາມຄິດເຫັນປະກອບໃສ່ ຮ່າງຄົ້ນຄວ້າສະບັບຫຍໍ້ ໃນຫົວຂໍ້: ” ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ”  ໂດຍການເປັນປະທານຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ, ບັນດາຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າໃນຂົງເຂດຕ່າງໆ, ຫ້ອງການສະພາທິດສະດີສູນກາງພັກ ແລະ ກອງເລຂາຊ່ວຍວຽກດ້ານເນື້ອໃນ ເຂົ້າຮ່ວມ.

+ ທ່ານ ປອ ຄຳພັນ ເຜີຍຍະວົງ ກ່າວວ່າ:

ການຈັດກອງປະຊຸມຄັ້ງນີ້ ກໍເພື່ອເປັນການລະດົມຄວາມຄິດເຫັນເຂົ້າໃສ່ ຮ່າງບົດຄົ້ນຄວ້າດັ່ງກ່າວ ເຊິ່ງໃນຄັ້ງນີ້ຄະນະປັບປຸງດ້ານເນື້ອໃນໄດ້ປັບປຸງຮ່າງສະບັບທີ 3 ປະກອບມີ 167 ໜ້າ (ລວມມີເອກະສານອ້າງອີງ, ເອກະສານຊ້ອນທ້າຍ) ແລະ ສັງລວມເປັນບົດຄັດຫຍໍ້ 66 ໜ້າ ເພື່ອນໍາສະເໜີຜ່ານກອງປະຊຸມປະກອບຄໍາຄິດຄໍາເຫັນ ແນໃສ່ເພື່ອເຮັດໃຫ້ເນື້ອໃນມີຄວາມອຸດົມສົມບູນ ແລະ ຮັດກຸມກວ່າເກົ່າ. ພ້ອມກັນນັ້ນ, ຈະໄດ້ຈັດຕັ້ງລະດົມຄວາມຄິດ ເຫັນຮ່ວມກັບ ບັນດາກະຊວງ-ອົງການ, ຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການປັບປຸງເນື້ອໃນ ແລະ ຂໍ້ມູນຕ່າງໆໄດ້ມີວິທະຍາສາດສອດຄ່ອງກັບຕົວຈິງ.

+ ທ່ານ ປອ ຄຳພັນ ເຜີຍຍະວົງ ໄດ້ກ່າວອີກວ່າ:

ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ, ຢາກໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງທີ່ຮັບຜິດຊອບລົງເລິກ ໃນຫົວຂໍ້ຂອງຕົນເປັນຕົ້ນຕໍ ແລະ ມີຈຸດໃດທີ່ຢາກເພີ່ມເຕີມ ຫຼື ປັບປຸງ. ພ້ອມດຽວກັນນັ້ນ, ຫາກມີຄວາມຄິດເຫັນໃນການປັບປຸງຫົວຂໍ້ອື່ນເພີ່ມເຕີມ ກໍຍິ່ງເປັນການດີ ເພື່ອເຮັດໃຫ້ເນື້ອໃນມີຄວາມໝາຍຄົບຖ້ວນ ແລະ ຮຽກຮ້ອງມາຍັງບັນດາສະຫາຍ ປະກອບຄວາມຄິດເຫັນຢ່າງກົງ-ໄປກົງມາ ຫຼື ບໍ່ທັນປະກອບຄໍາເຫັນອາດຈະສົ່ງເປັນລາຍລັກອັກສອນໃຫ້ກອງເລຂາ ເພື່ອເປັນທິດໃນການປັບປຸງຕໍ່ໄປ ແລະ ເປັນພື້ນຖານໃຫ້ແກ່ການນໍາເອົາຮ່າງເນື້ອໃນສະບັບນີ້ ລົງທາບທາມຄໍາເຫັນຢູ່ຕ່າງແຂວງ ແລະ ຈະໄດ້ນໍາໄປສະເໜີ ໃນກອງປະຊຸມສູນກາງໃນຄັ້ງຕໍ່ໄປ.