ກອງບັນຊາການ ປກສ ແຂວງສະຫວັນະເຂດ ໄດ້ປະກາດການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາ ໃນວັນທີ 20 ເມສາ 2022, ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ອົງການຈັດຕັ້ງຂັ້ນແຂວງ, ຄະນະຫ້ອງ, ກອງບັນຊາການ ປກສ ເມືອງ ແລະ ນະຄອນ ເຂົ້າຮ່ວມ.

ພັອ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈໍານວນ 26 ສະຫາຍ, ເຊິ່ງໄດ້ຕົກລົງຍົກຍ້າຍດັ່ງນີ້:

  • ພັທ ວົງຄຳ ອິນທະບານ ຈາກ ກອງບັນຊາການ ປກສ ເມືອງທ່າປາງທອງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາກອງ ປກສ ແຂວງ ທັງເປັນຫົວໜ້າຫ້ອງຕຳຫຼວດ
  • ພັທ ລໍາພົງ ໄຊທອງ ຈາກ ບໍລິສັດ ສະຫວັນນະເຂດ ບໍລິການຮັກສາຄວາມປອດໄພ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນ ຫົວໜ້າຄະນະຄຸ້ມຄອງດ່ານ
  • ພັທ ສີສຸກ ພອນສະຫວັນ ຈາກ ຫ້ອງ 504 ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າຫ້ອງສັນຕິບານ
  • ພັທ ນາລິດ ແກ້ວຄໍາສິງ ຈາກ ຄ້າຍຄຸມຂັງແກ້ງຄັນ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງຕຳຫຼວດ
  • ພັທ ເພັດ ໄຊສົງຄາມ ຈາກ ກອງບັນຊາການ ປກສ ເມືອງພີນ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງຕຳຫຼວດ
  • ພັທ ສົມພອນ ອິດທະລາດ ຈາກ ກອງບັນຊາການ ປກສ ເມືອງອຸທຸມພອນ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ພັທ ນາວີ ໄຊສົງຄາມ ຈາກ ຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງ 504
  • ພັທ ບຸນຮົງ ໄຊຍະວົງ ຈາກ ກອງບັນຊາການ ປກສ ເມືອງຊົນນະບູລີ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່
  • ພັທ ພຸດທະສັກ ສີຣິ ຈາກ ໂຮງຮຽນ ປກສ ຊັ້ນສູງ ເລກ 3 ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງຕຳຫຼວດ
  • ພັທ ໄຊພອນ ພວງດວງບຸດດີ ຈາກ ຫ້ອງການກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າບໍລິສັດ ສະຫວັນນະເຂດ ບໍລິການຮັກສາຄວາມປອດໄພ
  • ພັທ ກາລະທອນ ຄົມທິລາດ ຈາກ ກອງບັນຊາການ ປກສ ເມືອງເຊໂປນ ແລະ ພັທ ສົມວິໄຊ ພົມມະຈັນ ຈາກ ກອງບັນຊາການ ປກສ ເມືອງໄຊພູທອງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ນະຄອນໄກສອນ
  • ພັທ ບຸນຍູ້ ສາຍຄໍາສຸລິຍະວົງສາ ຈາກ ຫ້ອງຕໍາຫຼວດ ໄປຮັບໜ້າທີ່ໃໝ່ເປັນ ຮອງອຳນວຍການໂຮງຮຽນ ປກສ ຊັ້ນສູງ ເລກ 3
  • ພັທ ສຸວັນນະ ໂພທິຈັກ ຈາກ ກອງພັນປ້ອງກັນເຄື່ອນທີ່ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ເມືອງອຸທຸມພອນ
  • ພັທ ບຸນເດັດ ແສນລາດ ຈາກ ກອງບັນຊາການ ປກສ ເມືອງອຸທຸມພອນ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ພີນ
  • ພັຕ ໝອນຄໍາ ຫານຊະນະ ຈາກ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງເຊໂປນ
  • ພັທ ສີຫາລາດ ວໍລະທໍານຽມ ຈາກ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ເມືອງໄຊບູລີ
  • ພັຕ ລໍາຊາຍ ສົມພັດ ຈາກ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊບູລີ
  • ພັທ ລົມມາ ເພຍໄພ ຈາກ ຫ້ອງຕຳຫຼວດ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງພີນ
  • ພັທ ບຸນຖະໜອມ ໄຊປັນຍາ ຈາກ ຫ້ອງຕຳຫຼວດ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ເມືອງທ່າປາງທອງ

ນອກຈາກນີ້, ຍັງໄດ້ຕົກລົງແຕ່ງຕັ້ງນາຍຕຳຫຼວດ ດັ່ງນີ້:

  • ພັທ ມະນີວອນ ກອນນິວົງ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງຊົນນະບູລີ
  • ພັທ ຄໍາຊ້ວຍ ສີວົງດາວ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງສອງຄອນ
  • ພັທ ນີວັນ ຈຸນມະນີວົງ ເປັນ ຮອງຫົວໜ້າຫ້ອງຕໍາຫຼວດ
  • ພັທ ຄໍາສຸກ ປະເສີດຄໍາຫຼ້າ ເປັນ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ
  • ພັທ ຈັນມີໄຊ ພຸດທະວົງ ເປັນ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ພັຕ ບຸນທະນົງ ເທບພະສອນ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງພະລານໄຊ

ສ່ວນຫົວໜ້າ ແລະ ຮອງຫົວໜ້າທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ໃນພິທີ, ພົຕ ວັນທອງ ກອງ ມະນີ ໄດ້ຊີ້ນໍາໃຫ້ນາຍຕຳຫຼວດທີ່ ໄດ້ຮັບການຍົກຍ້າຍ ແລະ ແຕ່ງ ຕັ້ງໃນຄັ້ງນີ້ ຈົ່ງເພີ່ມທະວີຍົກສູງ ສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງ ຂອງພັກ-ລັດ ແລະ ການຊີ້ນຳ ຂອງຂັ້ນເທິງ ພ້ອມທັງເອົາໃຈໃສ່ ກໍ່ສ້າງ-ປັບປຸງກຳລັງທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນໃຫ້ມີຄວາມ ໜັກແໜ້ນແລະເຂັ້ມແຂງ, ມີແບບ ແຜນວິທີເຮັດວຽກ, ມີຄຸນນະພາບ ສູງຂຶ້ນ.