ກົມໃຫຍ່ການເມືອງ ກະຊວງ ປກສ ຈັດກອງປະຊຸມສະຫຼຸບວຽກງານກວດກາພັກ ປະຈຳໄຕມາດ I ແລະ ວາງທິດທາງແຜນການ ປະຈຳໄຕມາດ II ປີ 2022 ໃນວັນທີ 21 ເມສາ 2022, ເປັນປະທານໂດຍ ສະຫາຍ ພົຈວ ຄຳສາຍ ຈັນທະວົງ ຄະນະພັກກະຊວງ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ ອ້ອມຂ້າງ ກົມໃຫຍ່ເມືອງການ ເຂົ້າຮ່ວມ.

ສະຫາຍ ພັອ ນາງ ວິໄລທອງ ມັງໜໍ່ເມກ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ໄດ້ຜ່ານບົດສະຫຼຸບ ວ່າ:

ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ຕິດຕາມ, ກວດກາການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານຫຼັກແຫຼ່ງ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາມະຕິ, ຄຳສັ່ງຂອງຂັ້ນເທິງ ຕາມທິດກໍ່ສ້າງກົມກອງແຂງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ການເຄື່ອນໄຫວຂອງສະມາຊິກພັກ, ນາຍ ແລະ ພົນຕຳຫຼວດແຕ່ລະວັນ, ອາທິດ ແລະ ເດືອນ ເປັນປົກກະຕິ ເຮັດໃຫ້ພາຍໃນມີຄວາມສະຫງົບ, ມີຄວາມສາມັກຄີຢ່າງແໜ້ນແຟ້ນ.

ໄປຄຽງຄູ່ກັບ ການມີແບບແຜນວິທີເຮັດວຽກປະຕິບັດຫຼັກການລວມສູນປະຊາທິປະໄຕ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີແບບແຜນວິທີເຮັດວຽກລະອຽດຈະແຈ້ງ, ວາງແຜນການ, ກຳນົດເວລາ, ສະຫຼຸບຖອດຖອນບົດຮຽນໃນແຕ່ລະວຽກ ແລະ ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ. ພ້ອມທັງຕິດຕາມ, ກວດກາການເງິນຂອງພັກ ແມ່ນປະຕິບັດຕາມກົດລະບຽບພັກປະຊາຊົນປະຕິວັດລາວ, ການນຳໃຊ້ເງິນຂອງພັກ ແມ່ນຮັບໃຊ້ສະເພາະແຕ່ການເຄື່ອນໄຫວວຽກງານຂອງພັກ, ມີການຕິດຕາມ, ກວດກາລາຍຮັບ-ລາຍຈ່າຍເປັນປົກກະຕິ.

ນອກນັັ້ນ, ຍັງໄດ້ເອົາໃຈໃສ່ຕິດຕາມກວດກາສະມາຊິກພັກ ຢູ່ບັນດາຮາກຖານພັກອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ເມື່ອມີການລະເມີດກົດລະບຽບພັກ, ລະບຽບວິໄນຂອງກຳລັງ, ບັນດາຂໍ້ຫ້າມສຳລັບສະມາຊິກພັກ ໄດ້ມີການສຶກສາອົບຮົມກ່າວເຕືອນ, ສຳຫຼວດກວດກາກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນແກ້ໄຂຈຸດອ່ອນບັນຫາທີ່ຍັງຄົງຄ້າງ, ຖ້າມີຄວາມຜິດຮ້າຍແຮງ ແມ່ນປະຕິບັດວິໄນໄລ່ອອກພັກ ແລະ ປະຕິບັດວິໄນໄລ່ອອກຈາກກຳລັງ.

ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ພ້ອມກັນກຳນົດທິດທາງແຜນການທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດປະຈຳໄຕມາດ.