ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານວິຊາສະເພາະຢູ່ ກອງບັນຊາການ ປກສ ເມືອງສິງ ໃນທ້າຍອາທິດຜ່ານມາ, ຕ້ອນຮັບໂດຍ ພັທ ພຸດທະສອນ ວົງແຝງຄໍາ ຫົວໜ້າກອງບັນຊາການ ປກສ ເມືອງສິງ ພ້ອມຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງກຸ່ມບ້ານ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ພຸດທະສອນ ວົງແຝງຄໍາ ໄດ້ລາຍງານຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ ວ່າ:

ທົ່ວເມືອງສິງ ມີຄະດີເກີດຂຶ້ນ 129 ເລື່ອງ, ມີຜູ້ຖືກຫາ 188 ຄົນ ຍິງ 19 ຄົນ, ເດັ່ນກວ່າໝູ່ແມ່ນ ບັນຫາຢາເສບຕິດ 55 ເລື່ອງ, ອາລະວາດຕີກັນ 12 ເລື່ອງ, ລັກຊັບພົນລະເມືອງ 9 ລາຍ.

ຄະດີອຸບັດຕິເຫດ ເກີດຂຶ້ນ 105 ເລື່ອງ, ພາຫະນະເປ່ເພ 105 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 112 ຄົນ, ເສຍຊີວິດ 6 ຄົນ ລວມມູນຄ່າເສຍຫາຍປະມານ 835 ລ້ານກວ່າກີບ, ມີອັກຄີໄພເກີດເຂຶ້ນ 4 ເລື້ອງ ມູນຄ່າເສຍຫາຍ 260.000.000 ກີບ. ນອກນັ້ນ, ຍັງໄດ້ເຄື່ອນໄຫວເຜີຍແຜ່ວາລະແຫ່ງຊາດ ໃນໄລຍະຜ່ານມາ ໄດ້ສ້າງບົດບັນທຶກສຳເລັດ ຈຳນວນ 67 ບ້ານ, ມີ 4.637 ຫຼັງຄາເຮືອນ, ມີ 5.549 ຄອບຄົວ ແລະ ມີຈຳນວນພົນທັງໝົດ 25.890 ຄົນ ຍິງ 13.084 ຄົນ, ຂຶ້ນບັນຊີເປົ້າໝາຍຜູ້ເສບຢາເສບຕິດໄດ້ 1.998 ຄົນ ຍິງ 290 ຄົນ.

ໃນໂອກາດດັ່ງກ່າວ, ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ເປັນຕົ້ນແມ່ນ ສືບຕໍ່ເຮັດວຽກງານສຶກສາອົບຮົບການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ເປັນປົກກະຕິ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ໂດຍຕິດພັນກັບ ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ແລະ ຕັ້ງໜ້າປະຕິບັດໜ້າທີ່ ໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ທັນເວລາ.