ໂຮງຮຽນ ປກສ ຊັ້ນຕົ້ນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ (ບ້ານໄຮ່ ເມືອງປາກງື່ມ) ເປີດຊຸດຮຽນນາຍສິບຂະແໜງຕຳຫຼວດຈະລາຈອນ ສົກປີ 2022-2023 ເພື່ອກໍ່ສ້າງ ແລະ ພັດທະນາບຸກຄະລາກອນເຫຼົ່າລົບວິຊາສະເພາະຕຳຫຼວດໃຫ້ເຕີບໃຫຍ່ເຂັ້ມແຂງ, ໃນວັນທີ 22 ເມສາ 2022, ເຂົ້າ ຮ່ວມໂດຍ ພົຕ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ມີບັນດາຄະນະພັກ, ຄະນະກົມ, ຫ້ອງ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ພັທ ພູໄຂ ໄຊຍະສິດ ອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນກົມໃຫຍ່ຕຳຫຼວດ ໄດ້ລາຍງານແຜນການຮຽນ-ການສອນວ່າ: ການເປີດສົກຮຽນຄັ້ງນີ້, ຢັ້ງຢືນໃຫ້ເຫັນເຖິງວຽກງານປັບປຸງກໍ່ສ້າງກໍາລັງວິຊາສະເພາະຕຳຫຼວດ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຊໍານິ-ຊໍານານ ດ້ານວຽກງານວິຊາສະເພາະ, ໂດຍສະເພາະຂະແໜງດັ່ງກ່າວ, ໃຫ້ມີຄຸນນະທຳ ແລະ ຈາລິຍະທຳ, ມີວິໄນເຂັ້ມງວດ, ມີວິ ຊາສະເພາະທີ່ແຫຼມຄົມ, ໃຫ້ຮັກອາຊີບ, ມີບຸກຄະລິກກະພາບ ແລະ ມີມະນຸດສໍາ ພັນທີ່ດີ, ມີຄວາມຮູ້-ຄວາມສາ ມາດດ້ານ ວິຊາສະເພາະ ເພື່ອສະກັດກັ້ນຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ ກໍຄືການຮັບໃຊ້ປ້ອງກັນກອງປະຊຸມລະດັບຊາດ, ລະດັບສາກົນ ແລະ ງານສຳຄັນຂອງຊາດໃຫ້ມີຄວາມ ປອດໄພ 100%.

ຫຼັກສູດກໍ່ສ້າງວິຊາສະເພາະຊັ້ນຕົ້ນ ເປັນຮຸ່ນທີ VII ມີຈໍານວນພົນເຂົ້າຮຽນ ທັງໝົດ 150 ສະຫາຍ ຍິງ 30 ສະຫາຍ, ປະກອບມີ 3 ໝວດວິຊາຮຽນ ຄື: ໝວດວິຊາຄວາມຮູ້ທົ່ວໄປ ມີ 5 ວິຊາ, ໝວດ ວິຊາພື້ນຖານວິຊາສະເພາະ ມີ 13 ວິຊາ ແລະ ໜ່ວຍວິຊາສະເພາະຂະແໜງການມີ 18 ວິຊາ ( ຮຽນຕົວຈິງ, ຝຶກງານພາຍນອກ ແລະ ຄົ້ນຄວ້າ-ສອບເສັງຈົບຫຼັກສູດ 15 ວັນ).

ໃນໂອກາດນີ້, ພົຕ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ໄດ້ຮຽກຮ້ອງໃຫ້ຄະນະອຳນວຍການໂຮງຮຽນ, ພະນັກງານ, ຄູອາຈານ, ພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ດີ ກໍ່ສ້າງກຳລັງໃຫ້ມີແບບແຜນທັນສະໄໜ, ເຂັ້ມງວດ, ໜັກແໜ້ນເທື່ອລະກ້າວ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ. ສໍາລັບນັກຮຽນທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ພັດທະນາຕົນເອງໃຫ້ເປັນກຳລັງ ວິຊາສະເພາະທີ່ເຕີບໃຫຍ່ເຂັ້ມແຂງ.