ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ສະຫຼຸບການເຄື່ອນໄຫວນຳພາພາຍໃນພັກ ປະຈຳໄຕມາດ I ແລະ ທິດທາງແຜນການ ປະຈຳໄຕມາດ II ປີ 2022 ໃນວັນ 21 ເມສາ 2022 ເປັນ ປະທານໂດຍ ສະຫາຍ ພົຈວ ໄຊສີ ແກ້ວ ສະຫງ່າ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນ ຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ໂຮງຮຽນ ປກສ ຊັ້ນຕົ້ນ ເຂົ້າຮ່ວມ.

ສະຫາຍ ພັອ ບຸນແພງ ທີລະສັກ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຜ່ານບົດສະຫຼຸບ ປະຈຳໄຕມາດ I ເຊິ່ງໄດ້ຖືເອົາການ ສຶກສາອົບຮົມການເມືອງນຳພາແນວຄິດເປັນຕົ້ນຕໍໂດຍນຳເອົາບັນດາເນື້ອໃນເອກະສານບັນດາມະຕິ, ຄຳສັ່ງແນະນຳຕ່າງໆຂອງຄະນະພັກຂັ້ນເທິງ ມາຈັດຕັ້ງເຊື່ອມຊຶມ, ກຳແໜ້ນ, ມາຈັດຕັ້ງຜັນຂະຫຍາຍ, ຫັນເອົາມະຕິມາເປັນແຜນການ, ແຜນງານອັນລະອຽດເຂົ້າສູ່ວຽກງານຕົວຈິງຂອງແຕ່ລະກົມກອງເຊັ່ນ: ຈັດຕັ້ງພິທີປາຖະກະຖາວັນຊາດທີ 2 ທັນວາ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ, ວັນສ້າງຕັ້ງກອງທັບປະຊາ ຊົນປະຕິວັດລາວ ຄົບຮອບ 73 ປີ, ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 67 ປີ ແລະ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 61 ປີ, ເອກະສານຜົນສຳ ເລັດການກໍ່ສ້າງທາງລົດໄຟລາວ-ຈີນ, ເອກະສານວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດສຳເລັດ. ນອກນີ້, ຍັງໄດ້ນຳພາ-ຊີ້ນຳທຸກກົມກອງວິຊາສະເພາະອ້ອມຂ້າງກອງບັນຊາການປ້ອງກັນທີ່ຕັ້ງ ເອົາໃຈໃສປະຕິບັດໜ້າທີ່ການເມືອງຂອງຕົນຕາມການມອບໝາຍຢ່າງເຂັ້ມງວດ ເປັນຕົ້ນ ປ້ອງກັນສຳນັກງານ-ອົງການຈັດຕັ້ງພັກລັດ, ພື້ນຖານເສດຖະກິດ, ວັດທະນາທຳສັງຄົມ, ສະຖານທູດ, ກອງປະຊຸມລະດັບຊາດ, ລະດັບສາກົນ, ແຂກ ພາຍໃນ ແລະ ຕ່າງປະເທດ, ປ້ອງກັນເຄື່ອນຍ້າຍວັດຖຸມີຄ່າແມ່ນມີຄວາມສະຫງົບປອດໄພ ສະແດງອອກຄື: ປ້ອງກັນເວນຍາມຕາມຈຸດທີ່ຕັ້ງສຳຄັນຕ່າງໆ ແລະ ປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ໃນຂອບເຂດຄວາມຮັບຜິດຊອບ ມີຄວາມສະຫງົບປອດໄພດີ; ປ້ອງກັນ ລົດໄທມາສົ່ງນໍ້າມັນ, ລົດລາວເຂົ້າເອົານໍ້າ ມັນຢູ່ສາງດົງຫຼວງ, ດົງຈອງ 259 ຖ້ຽວ; ປ້ອງກັນການເຄື່ອນຍ້າຍວັດຖຸມີຄ່າພາຍໃນນະຄອນຫຼວງວຽງຈັນ 7.142 ຄັ້ງ; ປ້ອງກັນກວດກາລົດແຂກພົວພັນວຽກ ງານຕ່າງໆ 4.822 ຄັ້ງ; ປ້ອງກັນກອງປະຊຸມຕ່າງໆ 12 ຄັ້ງ.

ທິດທາງແຜນການປະຈຳໄຕມາດ 2 ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການປ້ອງກັນທີ່ຕັ້ງ ແນໃສ່ປະຕິບັດ 4 ແຜນວຽກໃຫຍ່ 41 ໂຄງການຂອງຄະນະບໍລິ ຫານງານພັກ ກະຊວງ ປກສ ວາງອອກ; ສືບຕໍ່ກໍ່ສ້າງຖັນແຖວພະນັກງານ-ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດດ້ວຍການສຶກສາອົບຮົມນຳພາເຊຶ່ອມຊຶມບັນດາມະຕິ, ຄຳສັ່ງແນະນຳ ແລະ ເອກະສານຕ່າງໆໃຫ້ເຂົ້າໃຈກຳແໜ້ນຕໍ່ແນວທາງຂອງພັກ; ສືບຕໍ່ເຄື່ອນໄຫວເຮັດວຽກງານວິຊາສະເພາະ ຕາມພາລະບົດບາດສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສຕິດຕາມກວດກາ, ການເຄື່ອນໄຫວເໜັງຕີງຂອງກຳລັງ, ພ້ອມທັງສ່ອງແສງລາຍງານຂໍທິດຊີ້ນຳຈາກຂັ້ນເທິງເປັນປົກກະຕິ; ສືບຕໍ່ເອົາໃຈໃສປ້ອງກັນສຳນັກງານ-ອົງການ, ສະຖານທູດພື້ນຖານເສດຖະກິດ, ວັດທະນາທຳສັງຄົມ ແລະ ເຄື່ອນໄຫວປ້ອງກັນອື່ນໆໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ.