ກົມກິລາ ກົມໃຫຍ່ການເມືອງ ກະຊວງ ປກສ ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 61 ປີ ( 5 ເມສາ 1961-5 ເມສາ 2022 ) ໃນວັນທີ 22 ເມສາ 2022 ປາຖະກະຖາ ໂດຍ ພັອ ທອງເພັດ ມະນີສະຫວັນ ຫົວໜ້າກົມກິລາ, ມີຄະນະພັກ-ຄະນະນໍາ ກົມ, ພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ທອງເພັດ ມະນີສະຫວັນ ໄດ້ຍົກໃຫ້ເຫັນມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ສ້າງຕັ້ງຂຶ້ນໃນ ວັນ 5 ເມສາປີ 1961 ໂດຍແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເປັນກຳລັງທີ່ມາຈາກປະຊາຊົນໂດຍປະຊາຊົນ ແລະ ເພື່ອປະຊາ ຊົນ, ກຳລັງປ້ອງ ກັນຄວາມສະຫງົບກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຮຸກຮານ; ກໍາລັງປ້ອງກັນຄວາມສະຫງົບ ເປັນກໍາລັງປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ, ເດັດດຽວໜຽວແໜ້ນ, ບໍ່ຍອມ ຈຳນົນ ແລະ ມີຄວາມສາມັກຄີເປັນປຶກແຜນ.

ຕະຫຼອດໄລຍະ 61 ປີ ກຳລັງປ້ອງກັນຄວາມສະຫງົບປະຊາຊົນແມ່ນສືບທອດມູນເຊື້ອອັນພິລະອາດຫານ, ບໍ່ຍອມຈຳນົນຂອງຊາດ, ຂອງກຳລັງປະ ກອບອາວຸດປະຊາຊົນ, ນັບແຕ່ມື້ກຳເນີດເກີດຂຶ້ນມາທັງຕໍ່ສູ້, ທັງປັບປຸງກໍ່ສ້າງຕົນເອງ, ໂດຍໄດ້ຮັບການອົບຮົມສັງສອນຈາກພັກປະຊາຊົນປະຕິວັດລາວ ແລະ ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນລາວບັນດາເຜົ່າ, ກຳລັງປ້ອງກັນຄວາມສະຫງົບ ສາມາດເສີມຂະຫຍາຍມູນເຊື້ອອັນພິລະອາດຫານຂອງຊາດຂຶ້ນສູ້ບາດກ້າວໃໝ່ ແລະ ຄຸນນະພາບໃໝ່, ສ້າງໄດ້ມູນເຊື້ອອັນສະຫງ່າງາມຫຼາຍປະການເຊັ່ນ: ກຳລັງປ້ອງກັນຄວາມສະຫງົບ ມີຄວາມຈົງຮັກພັກ ດີຕໍ່ພັກ, ຕໍ່ປະເທດຊາດ, ອຸດົມການສັງຄົມນິຍົມ; ມີມູນເຊື້ອລົງກໍ່ສ້າງຮາກຖານປຸກລະດົມຂົນຂວາຍ ແລະ ໃກ້ສິດຕິດແທດກັບປະຊາຊົນໃນແຕ່ລະໄລຍະ; ມີມູນເຊື້ອຕໍ່ສູ້ພິລະອາດຫານ ແລະ ບໍ່ຍອມຈຳນົນຕໍ່ສັດຕູ, ກຸ່ມຄົນບໍ່ດີ; ມີມູນເຊື້ອຂະຫຍັນໝັ່ນພຽນໃນການອອກແຮງງານ, ເພີ່ມພູມຜະລິດຜົນ, ປະຢັດມັດທະຍັດ, ເພິ່ງຕົນເອງ-ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂອກາດດັ່ງກ່າວ, ຍັງໄດ້ມອບໃບຍ້ອງຍໍຜົນງານໃນໂອກາດວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ໃຫ້ພະນັກງານ-ນັກຮົບກົມກິລາ ຈໍານວນ 75 ສະຫາຍ; ໃນນີ້, ໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ປກສ ຈໍານວນ 46 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ ຈໍານວນ 29 ສະຫາຍ.