ກອງບັນຊາການ ປກສ ແຂວງອັດຕະປື ໄດ້ເຜີຍແຜ່ເນື້ອໃນມະຕິ, ຄຳສັ່ງ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງກັບ ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ປີ 2021-2025 ໃນອາທິດຜ່ານມາ, ເປັນປະທານ ແລະ ເຜີຍແຜ່ໂດຍ ພັອ ປອ ບຸນຊູ ສຸລິນັນທອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ເຂົ້າຮ່ວມມີ ທ່ານ ຄຳບຸນ ດວງພະບາງ ຫົວໜ້າຄະນະຈັດຕັ້ງແຂວງ, ມີແຂກຖືກເຊີນ, ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ພະແນກພາຍໃນ, ຄະນະພັກ-ຄະນະບັນຊາ ກອງບັນຊາການ, ຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ປກສ ເມືອງ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັອ ປອ ບຸນຊູ ສຸລິນັນທອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ກ່າວວ່າ:

ການເຜີຍແຜ່ເນື້ອໃນມະຕິ, ຄໍາສັ່ງ ແລະ ເອກະສານຄັ້ງນີ້ ແມ່ນເພື່ອຊອກຮູ້ມາດຖານເງື່ອນໄຂອັນລວມ ແລະ ອັນສະເພາະຂອງພະນັກງານໃນຂັ້ນນຳພາ-ຄຸ້ມຄອງ, ທັງເປັນການກຳນົດເລືອກເຟັ້ນເອົາ ພະນັກງານຜູ້ທີ່ມີຄວາມຫ້າວຫັນໃນການເຮັດວຽກ ແລະ ມີມາດຖານເງື່ອນໄຂຄົບຖ້ວນ ເຂົ້າໃສ່ຕຳແໜ່ງງານຂັ້ນຕ່າງໆຂອງການນຳພາ-ຄຸ້ມຄອງ, ທັງເປັນການກໍ່ສ້າງ, ບຳລຸງ, ຕີລາຄາ, ສັບຊ້ອນ, ຈັດວາງ, ແຕ່ງຕັ້ງພະນັກງານ ເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ ເພື່ອເປັນບ່ອນອີງໃຫ້ພະນັກງານ ແລະ ສະມາຊິກພັກ ໄດ້ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນພະງານລຸ້ນສືບທອດປ່ຽນແທນໃນອານາຄົດ.

ການເຜີຍແຜ່ຄັ້ງນີ້ ປະກອບມີມະຕິຂອງ ກົມການເມືອງສູນການພັກ ສະບັບເລກທີ 030/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ມາດຖານເງື່ອນໄຂຂອງພະນັກງານຂັ້ນນຳພາ-ຄຸ້ມ ຄອງ, ມະຕິຕົກລົງສະບັບເລກທີ 39/ຄພ ປກສ ລົງວັນທີ 2 ພະຈິກ 2018 ວ່າດ້ວຍ ການຂຶ້ນແຜນກຳນົດພະນັກງານຂັ້ນນຳພາ-ຄຸ້ມຄອງ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ຄຳແນະນຳຂອງ ກົມໃຫຍ່ການເມືອງ ກະຊວງ ປກສ ສະບັບເລກທີ 3543/ກມປສ ລົງວັນທີ 9 ພະຈິກ 2018 ກ່ຽວກັບ ການເຄື່ອນໄຫວຈັດຕັ້ງປະຕິບັດຕາມມະຕິຕົກລົງຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ສະບັບເລກທີ 39 /ຄພປກສ ລົງວັນທີ 2 ພະຈິກ 2018 ກ່ຽວກັບ ການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ມາດຖານເງື່ອນໄຂຂອງພະນັກງານທີ່ບັນຈຸເຂົ້າໃນຂັ້ນນຳພາ-ຄຸ້ມຄອງ.