ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ນະຄອນຫຼວງວຽງຈັນ ຈັດກອງປະຊຸມສະຫຼຸບການລົງສໍາຫຼວດເກັບກໍາຂໍ້ມູນຕອນດິນ 8 ປະເພດ ຢູ່ໃນ 24 ບ້ານ ຂອບເຂດເມືອງໄຊທານີ ທີ່ຈະສ້າງເປັນເມືອງໃໝ່ (ເມືອງລ້ານຊ້າງ) ຂອງນະຄອນຫຼວງວຽງຈັນ ໃນວັນທີ 28 ເມສາ 2022, ເປັນປະທານໂດຍ ພົຈວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່, ມີເຈົ້າເມືອງໄຊທານີ, ພະແນກການທີ່ກ່ຽວຂ້ອງ, ນາຍບ້ານ 24 ບ້ານ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ.

ທ່ານ ນາງ ດຳດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ກ່າວວ່າ:

24 ບ້ານຂອງເມືອງໄຊທານີ ແມ່ນເປົ້າໝາຍທີ່ຈະແຍກອອກຈາກເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຈະສ້າງເປັນເມືອງທີ 10 ຂອງນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 350.18 ກິໂລຕາແມັດ, ມີຊາຍແດນຕິດກັບ ເມືອງປາກງື່ມ, ມີລວງຍາວປະມານ 15,13 ກິໂລແມັດ, ຕິດກັບພູເຂົາຄວາຍ ມີລວງຍາວປະມານ 30.03 ກິໂລແມັດ, ຕິດກັບເມືອງທຸລະຄົມ ແຂວງວຽງຈັນ ມີລວງຍາວປະມານ 4,5 ກິໂລແມັດ ແລະ ຕິດກັບສາຍນໍ້າງື່ມ ມີລວງຍາວປະມານ 55.235 ກິໂລແມັດ, ມີ 462 ໜ່ວຍ, ມີ 6.396 ຫຼັງຄາເຮືອນ, ມີ 6.410 ຄອບຄົວ ແລະ ມີພົນລະເມືອງທັງໝົດ 35.224 ຄົນ ຍິງ 17.178 ຄົນ.

ສະພາບການນໍາໃຊ້ທີ່ດິນ ໃນໄລຍະທີ່ຜ່ານມາ ເມືອງໃໝ່ມີເນື້ອທີ່ທັງໝົດ 34.571 ເຮັກຕາ ແບ່ງທີ່ດິນອອກເປັນ 8 ປະເພດ ແລະ ຜ່ານການລົງເກັບກໍາຂໍ້ມູນຕອນດິນ 8 ປະເພດ ສາມາດສະຫຼຸບສັງລວມໄດ້ດັ່ງນີ້:

ດິນກະສິກໍາ 15.151,07 ເຮັກຕາ, ດິນປຸກສ້າງ 831,99 ເຮັກຕາ, ດິນອຸດສາຫະກໍາ 359,66 ເຮັກຕາ, ດິນຄົມມະນາຄົມ 633,80 ເຮັກຕາ, ດິນວັດທະນາທໍາ 127,74 ເຮັກຕາ, ດິນ ປກຊ-ປກສ 210,85 ເຮັກຕາ, ດິນປ່າໄມ້ 5.957,52 ເຮັກຕາ ແລະ ດິນບໍລິເວນນໍ້າ 562,72 ເຮັກຕາ ລວມໃນການເກັບກໍາຕອນດິນທັງ 8 ປະເພດ ທັງໝົດ 23.835,35 ເຮັກຕາ.

ພົຈວ ສີພອນ ຈັນສົມວົງ ກ່າວວ່າ: ຄະນະຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງໃນແຕ່ລະຂະແໜງການ ຕ້ອງລົງໃກ້ຊິດ-ຕິດແທດ, ຊີ້ນໍາ-ນໍາພາເປັນປົກກະຕິຕໍ່ເນື່ອງ ເພື່ອຄວາມສະດວກໃນການເຄື່ອນໄຫວວຽກງານ ແລະ ຕັດສິນບັນຫາຕ່າງໆທີ່ອາດເກີດຂຶ້ນ; ພ້ອມນີ້, ພະນັກງານວິຊາການທີ່ລົງສຳຫຼວດ ຕ້ອງໄດ້ມອບວຽກທີ່ຕົນຮັບຜິດຊອບໃຫ້ຫ້ອງການຂອງຕົນຢ່າງຂາດຕົວ ແລະ ການລົງກໍຕ້ອງຕໍ່ເນື່ອງຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກຂອງຂະແໜງການຕົນໃຫ້ສຳເລັດ.