ໃນວັນທີ 1 ມິຖຸນາ 2022, ອົງການປົກຄອງນະຄອນຫຼວງວຽງຈັນ ຮ່ວມກັບຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ, ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ສ້າງຂະບວນການປູກຕົ້ນໄມ້ ຢູ່ຖະໜົນໜອງບົວທອງ-ໜອງບຶກ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ຕິດພັນກັບວັນສິ່ງແວດລ້ອມສາກົນ  ( ວັນທີ 5 ມິຖຸນາ ), ເປັນປະທານ ແລະ ນໍາພາປູກຕົ້ນໄມ້ໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫຼວງວຽງຈັນ, ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ, ພະແນກໂຍທາທິການ ແລະ ຂົນສົ່ງ, ເຈົ້າເມືອງສີໂຄດຕະບອງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ການປູກຕົ້ນໄມ້ໃນຄັ້ງນີ້ອົງການປົກຄອງນະຄອນຫຼວງວຽງຈັນ ແມ່ນຖືເອົາການປູກຕົ້ນໄມ້ຢູ່ສອງຝາກທາງຖະໜົນໜອງບົວທອງ-ໜອງບຶກ ເມືອງສີໂຄດຕະບອງ ເປັນຖະໜົນຕົວແບບ ແລະ ໃຫ້ຄວາມສຳຄັນໃນການຄຸ້ມຄອງບູລະນະຮັກສາເພື່ອໃຫ້ຕົ້ນໄມ້ມີການເຕີບໂຕຍືນຍາວໄປຄຽງຄູ່ກັບການພັດທະນາຕົວເມືອງ ໂດຍຈະເນັ້ນໃສ່ໃນການເຮັດສັນຍາກັບຜູ້ທີ່ຢູ່ອາໄສ, ຜູ້ປະກອບທຸລະກິດ ແລະ ສຳນັກງານອົງການທີ່ຢູ່ໃຫ້ຄຽງກັບຕົ້ນໄມ້ທີ່ໄດ້ປູກຢູ່ໃນເຂດສະຫງວນຂອງທາງ ແລະ ພ້ອມທັງຂຶ້ນທະບຽນເປັນຊັບສິນຂອງນະຄອນຫຼວງວຽງຈັນ ແລະ ຮັບປະກນບໍໃຫ້ຕົ້ນໄມ້ຖືກທຳລາຍຈາກບຸກຄົນ ແລະ ນິຕິບຸກຄົນຢ່າງເດັດຂາດ. ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ແມ່ນປະເພດໄມ້ດູ່ແດງ ຈໍານວນ 300 ກວ່າຕົ້ນ.

ໃນພິທີ ຍັງໄດ້ເຊັນສັນຍາຜູກພັນວ່າດ້ວຍການຄຸ້ມຄອງຕົ້ນໄມ້ສາທາລະນະ ລະຫ່ວາງ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ, ພະແນກໂຍທາທິການ ແລະ ຂົນສົ່ງ, ເມືອງສີໂຄດຕະບອງ ແລະ ບ້ານ. ເພື່ອເຮັດໃຫ້ຕົ້ນໄມ້ມີການຈະເລີນເຕີບໂຕໄປຄຽງຄູ່ກັບການພັດທະນາຕົວເມືອງທີ່ຍືນຍົງ.