ກົມກວດກາ-ກວດການ ກະຊວງ ປກສ ໄດ້ພົບປະແລກປ່ຽນບົດຮຽນກັບ ກົມກວດກາ ກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ ໃນວັນທີ 1 ມິຖຸ ນາ 2022 ໂດຍມີ ພັອ ບຸນລຽນ ສະອາດສີ ຮອງຫົວໜ້າກົມກວດກາ-ກວດການ ປກສ, ພັອ ບຸດສະດີ ອິນທະລັງສີ ຫົວໜ້າກົມກວດກາກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານທັງສອງຝ່າຍ ເຂົ້າຮ່ວມ.

ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງແຕ່ລະຝ່າຍໃຫ້ກັນຮັບຮູ້ ພ້ອມທັງລາຍງານການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະຜ່ານມາ ແລະ ໄດ້ລົງເລິກຄໍາຖາມເຈາະຈີ້ມ ເປັນຕົ້ນແມ່ນທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງກົມກວດກາ, ສາຍໃຍການຈັດຕັ້ງ, ດ້ານຕັ້ງໜ້າ ແລະ ດ້ານຈໍາກັດກ່ຽວກັບການເຄື່ອນໄຫວວຽກ ງານກວດກາ-ກວດການຂອງທັງສອງກົມ.

ຈາກນັ້ນ, ທັງສອງຝ່າຍໄດ້ສົນທະນາຜັດປ່ຽນກັນແລກປ່ຽນ ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ມີເນື້ອໃນອຸດົມສົມບູນ ເພື່ອນໍາເອົາບົດ ຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ນໍາໄປຈັດຕັ້ງປະຕິບັດຢູ່ກົມກອງຂອງຕົນໃຫ້ໄດ້ຮັບຜົນດີຂຶ້ນເປັນກ້າວໆ.