ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດກອງປະຊຸມວິທະຍາສາດ ເພື່ອໃຫ້ນັກສຶກສາປະລິນຍາໂທ ຮຸ່ນທີ XIII ປ້ອງກັນວິທະຍາ ນິພົນຂັ້ນວິຊາການ, ໃນວັນທີ 2 ມິຖຸນາ 2022, ເປັນປະທານໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອຳນວຍ ການ ວຕປ, ມີຄະນະອຳນວຍການ, ສະພາວິທະຍາສາດ, ກົມກອງກ່ຽວຂ້ອງ, ຜູ້ສັງເກດການ ແລະ ນັກສຶກສາ ເຂົ້າຮ່ວມ.

ສໍາລັບການປ້ອງກັນວິທະຍານິພົນຂັ້ນວິຊາການຂອງນັກສຶກສາປະລິນຍາໂທ ຮຸ່ນທີ XIII ໃນວັນທີ 2 ມິຖຸນານີ້, ໄດ້ມີນັກສຶກສາ 2 ສະຫາຍ ຂຶ້ນປ້ອງກັນ ຄື: ພັທ ເຄນວົງ ອົກສະຫວັດມຸງຄຸນ ປ້ອງກັນຫົວຂໍ້: “ ເພີ່ມທະວີການຜັນຂະຫຍາຍກົດໝາຍ ແລະ ນິຕິກຳຂອງກຳລັງປ້ອງກັນຄວາມສະຫງົບ ” ແລະ ພັຕ ສຸລິນ ຈັນທະລາດ ປ້ອງກັນຫົວຂໍ້: “ ຍົກສູງຄຸນນະພາບວຽກງານປ້ອງກັນເຄື່ອນທີ່ຢູ່ນະຄອນຫຼວງວຽງຈັນ ”.

ການປ້ອງກັນວິທະຍານິພົນໃນຄັ້ງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຫຼັກສູດປະລິນຍາໂທ ຮຸ່ນທີ XIII ໃຫ້ມີຜົນສຳເລັດ, ເຮັດໃຫ້ວິທະຍານິພົນມີເນື້ອໃນອຸດົມສົມບູນທາງດ້ານວິທະຍາສາດ ແລະ ເປັນເງື່ອນໄຂມາດຖານຢັ້ງຢືນຮັບໃຊ້ໃຫ້ແກ່ການປ້ອງກັນວິທະຍານິພົນຂັ້ນວິຊາການ, ຄະ ນະອຳນວຍການ ວຕປ ຈຶ່ງໄດ້ຕົກລົງເປີດໃຫ້ນັກສຶກສາປະລິນຍາໂທ ຮຸ່ນທີ XIII ປ້ອງກັນວິທະຍານິພົນຂັ້ນວິຊາການຂຶ້ນໃນລະຫວ່າງ ວັນທີ 24 ພຶດສະພາ ຫາ ວັນທີ 10 ມິຖຸນາ 2022 ໃຫ້ສຳເລັດ.