ກອງປະຊຸມປະທານສານສູງສຸດໃນລະດັບພາກພື້ນກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າຂາຍສັດປ່າທີ່ຜິດກົດໝາຍ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 2-3 ມິຖຸນາ 2022 ທີ່ແຂວງຫຼວງພະບາງ, ໂດຍການເປັນປະທານຂອງທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ, ມີບັນດາທ່ານຮອງປະທານສານສູງສຸດແຫ່ງຣາຊາອານາຈັກກຳປູເຈຍ, ສສ ຫວຽດນາມ, ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ, ຜູ້ພິພາກສາ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ຄໍາພັນ ບຸນພາຄົມ ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ບັນດາຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຮັບຟັງການບັນລະຍາຍ, ການສະເໜີກ່ຽວກັບການຕັດສິນຄະດີສັດນໍ້າ-ສັດປ່າ ແລະ ການກໍານົດເຫດການຄະດີສັດນໍ້າ-ສັດປ່າ ທີ່ເປັນອາຊະຍາກຳທີ່ຮ້າຍແຮງຈາກທ່ານຜູ້ພິພາກສາສານຊາບາ ປະເທດມາເລເຊຍ ແລະ ຈາກຜູ້ຕາງໜ້າອົງການ WWF ໃນຫົວຂໍ້: ເປັນຫຍັງອາຊະຍາກໍາສັດນໍ້າ-ສັດປ່າ ຈຶ່ງເປັນອາຊະຍາກໍາຮ້າຍແຮງ, ຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຈາກອາຊະຍາກໍາສັດນໍ້າ-ສັດປ່າແມ່ນຫຍັງ ແລະ ຮັບຟັງການບັນລະຍາຍກ່ຽວກັບລະບົບການດຳເນີນຄະດີໃນຂັ້ນສານລະດັບ ພາກພື້ນ ແລະ ເຄື່ອງມື, ຄູ່ມືທີ່ຈະນໍາໃຊ້ເຂົ້າໃນຂະບວນການຕັດສິນຂອງສານ.

ນອກນັ້ນ, ຍັງຈະໄດ້ພ້ອມກັນປະກອບຄຳຄິດຄໍາເຫັນກ່ຽວກັບລະບຽບການ, ນິຕິກຳຂອງແຕ່ລະປະເທດລວມທັງເຄື່ອງມື ແລະ ຄູ່ມືຕ່າງໆໃນການດຳ ເນີນຄະດີອາຊະຍາກຳສັດປ່າ-ປ່າໄມ້ ແລະ ອາຊະຍາກໍາທີ່ກ່ຽວຂ້ອງ ໂດຍສະເພາະແມ່ນປຶກສາຫາລືກ່ຽວກັບມາດຕະການຕ່າງໆທີ່ມີໃນປັດຈຸບັນ ເປັນຕົ້ນແມ່ນກົດໝາຍ, ດໍາລັດ, ນິຕິກຳ ແລະ ການສ້າງຕັ້ງຄະນະຮັບຜິດຊອບທີ່ກ່ຽວຂ້ອງທີ່ສາມາດນໍາໃຊ້ ເພື່ອອໍານວຍຄວາມສະດວກໃນການຕັດສິນຂອງສານ ແລະ ເຮັດໃຫ້ຄະດີສັດນໍ້າ-ສັດປ່າເປັນອາຊະຍາກຳທີ່ຮ້າຍແຮງ.

ສໍາລັບໃນ ສປປ ລາວ ການດໍາເນີນຄະດີຕາມຂະບວນການຍຸຕິທໍາ ຫຼື ແກ້ໄຂບັນຫາທີ່ກ່ຽວຂ້ອງກັບການຕ້ານ ແລະ ສະກັດກັ້ນຄ້າຂາຍສັດນໍ້າ-ສັດປ່າທີ່ຜິດກົດໝາຍ ແລະ ບັນຫາທີ່ກ່ຽວຂ້ອງກັບສິ່ງແວດລ້ອມ-ປ່າໄມ້ຕ່າງໆນັ້ນແມ່ນການດັດປັບສາຍພົວພັນສັງຄົມໜຶ່ງ ແນໃສ່ການສ້າງໃຫ້ສັງຄົມມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລ. ສ່ວນການດໍາເນີນຄະດີກ່ຽວກັບການຄ້າຂາຍສັດນໍ້າ-ສັດປ່າ ແມ່ນຈະປະກອບດ້ວຍການດໍາເນີນຄະດີຂອງອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້, ອົງການໄອຍະການ ແລະ ສານປະຊາຊົນ, ເຊິ່ງໄລຍະຜ່ານມາ (2018-2021) ສະຖິຕິການດໍາເນີນຄະດີດັ່ງກ່າວສາມາດປະຕິບັດໄດ້ 18 ເລື່ອງ.