ວັນທີ 1 ມິຖຸນາ 2022, ກົມໃຫຍ່ການເມືອງ ປກສ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນເດັກນ້ອ ສາກົນຢູ່ໂຮງຮຽນວັດທະນະທຳຫຼັກ 67 ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການ ເມືອງ ປກສ, ມີບັນດາຄະນະກົມໃຫຍ່, ແຂກຮັບເຊີນ, ກົມກອງອ້ອມຂ້າງ, ອົງການຈັດຕັ້ງມະຫາຊົນ, ໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ພັອ ພອນເພັງ ຫຼ້າບັນດິດ ຫົວໜ້າຫ້ອງການກົມໃຫຍ່ການເມືອງ ປກສ ກ່າວວ່າ: ປ່າໄມ້ແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າມີຄຸນປະໂຫຍດຕໍ່ ມວນມະນຸດໃນການດຳລົງຊີວິດ, ໄລຍະຜ່ານມາປ່າໄມ້ໄດ້ຖືກທຳລາຍຈາກປາງສົງຄາມ, ໄພທໍາມະຊາດ ແລະ ການລັກລອບຕັດໄມ້ທຳລາຍປ່າ; ສະນັ້ ນ, ການ ປູກຕົ້ນໄມ້ໃນມື້ນີ້ ຈຶ່ງມີຄວາມໝາຍຄວາມສຳຄັນ ເພື່ອເປັນການທົດແທນ ຕົ້ນໄມ້ທີ່ຖືກຕັດໄປໃນເມື່ອກ່ອນ ເຮັດໃຫ້ປ່າໄມ້ ສິ່ງແວດ ລ້ອມອຸດົມສົມບູນ ເປັນການສ້າງສະຕິ ແລະ ປູກຈິດສຳນຶກ ໃຫ້ຄົນຮຸ່ນໜຸ່ມ ເວົ້າສະເພາະແມ່ນພະນັກງານ-ນັກຮົບໃນກຳລັງປ້ອງກັນຄວາມສະຫງົບຮູ້ຈັກຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ຮັກສາສິ່ງແວດລ້ອມ ລະບົບນິເວດວິທະຍາໃຫ້ມີຄວາມສົມດຸນ ຕະຫຼອດໄປທັງກາຍເປັນສິນຄ້າທີ່ ມີທ່າແຮງສ້າງລາຍຮັບໃຫ້ແກ່ກົມກອງ ບົນຈິດໃຈເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມ ທິດຂອງຂັ້ນເທິງວາງອອກ; ຕົ້ນໄມ້ທີ່ນຳ ມາປູກໃນຄັ້ງນີ້ມີຕົ້ນໄມ້ວິກຈຳນວນ 28.000 ຕົ້ນ ປູກໃນເນື້ອທີ່ 25 ເຮັກຕາ ພາຍຫຼັງປູກສຳເລັດແລ້ວແມ່ນມອບໃຫ້ພະແນກຜະລິດຄຸ້ມຄອງເສດຖະກິດ ແລະ ໂຮງຮຽນວັດທະນະທຳ ຫຼັກ 67 ເປັນຜູ້ຄຸ້ມຄອງຮັກສາ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 31 ພຶດສະພາ 2022 ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊເຊດຖາ ນະຄອນຫຼວງ ວຽງຈັນ ໄດ້ຈັດກິດຈະກໍາປູກຕົ້ນໄມ້ຂຶ້ນທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອ ຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາມາ ແສງມະນີ ເຈົ້າເມືອງໄຊເສດຖາ, ມີພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຮອງເຈົ້າເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້ ອ້ອມຂ້າງເມືອງ ພ້ອມດ້ວຍພໍ່-ແມ່ປະຊາຊົນ ແລະ ນ້ອງ ນ້ອຍເຍົາວະຊົນ ທົ່ວເມືອງໄຊເສດຖາ ເຂົ້າຮ່ວມ; ເບ້ຍໄມ້ທີ່ນໍາມາປູກປະກອບ ມີ: ຕົ້ນຈໍາປາ ແລະ ດອກເຈ້ຍ ຈໍານວນ 300 ເບ້ຍ ແລະ ຍັງຈະສືບຕໍ່ປູກຕາມເສັ້ນທາງຕ່າງໆ ພາຍໃນເມືອງໄຊເສດຖາ ອີກ 1.000 ເບ້ຍ ເປັນຊະນິດໄມ້ອຸດສາຫະກໍາ ແລະ ໄມ້ປະດັບ.